ເຮັດອາຊີບເສີມສ້າງລາຍຮັບ 400 ລ້ານກີບຕໍ່ປີ

03/06/2025 09:30
Email Print 247
KPL ສະຫາຍ ຄໍາເກິ່ງ ວັນນາຈັນ ສະມາຊິກຊາວໜຸ່ມຕົວແບບໃນການບໍລິການພິມປ້າຍ ແລະ ຂາຍເຄື່ອງກິລາ ສັງກັດຢູ່ໜ່ວຍຊາວໜຸ່ມພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງໄຊສົມບູນ ຄັ້ງທີ III ທີ່ໄດ້ໄຂຂຶ້ນຫວ່າງບໍ່ດົນມານີ້.

   *ສະຫາຍ ຄໍາເກິ່ງ ວັນນາຈັນ ສະມາຊິກຊາວໜຸ່ມຕົວແບບໃນການບໍລິການພິມປ້າຍ ແລະ ຂາຍເຄື່ອງກິລາ ສັງກັດຢູ່ໜ່ວຍຊາວໜຸ່ມພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ແຂວງໄຊສົມບູນ ຄັ້ງທີ III ທີ່ໄດ້ໄຂຂຶ້ນຫວ່າງບໍ່ດົນມານີ້ວ່າ: ຈຸດລິເລີ່ມໃນການສ້າງອາຊີບເສີມ ແມ່ນເນື່ອງມາຈາກຄວາມຫຍຸ້ງຍາກທາງດ້ານການເງິນ ອາໄສແຕ່ເງິນເດືອນໃຊ້ຈ່າຍບາງເດືອນກໍບໍ່ພຽງພໍ ຈຶ່ງໄດ້ຕັດສິນໃຈມີແນວຄິດລິເລີມ ແລະ ຊອກຮູ້ຮໍ່າ ຮຽນໂດຍໄດ້ອາໄສມື້ລາພັກປະຈຳປີ ໄປຮຽນພິມກາເສື້ອນໍາອ້າຍຮັກຢູ່ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ ມາຮອດປີ 2018 ຈຶ່ງໄດ້ລົງທຶນເລີ່ມເຮັດການບໍລິການພິມປ້າຍ ແລະ ຂາຍເຄື່ອງກິລາເຮັດດ້ວຍຕົນເອງ ໂດຍໃນເບື້ອງຕົ້ນລົງທຶນປະມານ 15.000.000 ກີບ (ບໍລິການພິມກາເສື້ອ ແລະ ພິມບັດເຊີນ) ໂດຍເຮັດຢູ່ຫ້ອງແຖວ (ຍັງບ່ໍທັນມີໜ້າຮ້ານ) ຜ່ານການເຮັດຕົວຈິງ ເຫັນວ່າໄດ້ຮັບການຕອບຮັບຈາກລູກຄ້າເປັນຢ່າງດີ ແລະ ມີແນວໂນ້ມເພີ່ມຂຶ້ນທຸກປີ.

    ມາຮອດປີ 2020 ຈຶ່ງຕັດສິນໃຈ ເຊົ່າຮ້ານເພື່ອເປີດຮ້ານເປັນຂອງຕົນເອງ ແລະ ໄດ້ຂະຫຍາຍການພິມປ້າຍ ໂດຍນຳເອົາເຄື່ອງຈັກພິມປ້າຍເຂົ້າມາເພີ່ມຕື່ມອີກ ຊຶ່ງເປັນວຽກທີ່ທ້າທາຍຫລາຍເພາະຕົນເອງບໍ່ມີປະສົບການດ້ານງານປ້າຍມາກ່ອນ ຈຶ່ງຈຳເປັນໄດ້ຮຽນຮູ້ໄປນໍາ ເຮັດໄປນໍາ, ຮຽນນໍາຈາກຜູ້ທີ່ມີປະສົບການ, ຮຽນຈາກສື່ສັງຄົມອອນລາຍ ຫລື ໂຊຊ່ຽວມີເດຍ (Google, YouTube ແລະ ອື່ນໆ) ໂດຍນຳໃຊ້ເວລາຫວ່າງຈາກໂມງເລີກການ ຊຶ່ງຕ້ອງໄດ້ນອນເດິກຕື່ນແຕ່ເຊົ້າເກືອບທຸກໆມື້ ເພາະວ່າແຮງງານຫລັກໃນເວລານັ້ນ ແມ່ນມີແຕ່ຕົນເອງກັບເມຍ, ສະເລ່ຍລາຍຮັບໄລຍະປີ 2020-2022 ໄດ້ທັງໝົດ ປະມານ 100.000.000- 200.000.000 ກີບຕໍ່ປີ, ຜ່ານການບໍລິການດັ່ງກ່າວ ເຫັນວ່າໄດ້ຮັບການບໍລິການເປັນຢ່າງດີຈາກເພື່ອນມິດສະຫາຍ ລູກຄ້າທັງພາກລັດ ແລະ ເອກະຊົນ ນັບມື້ນັບຫລາຍຂຶ້ນ. ຮອດປີ 2024 ໄດ້ຮັບສິນເຊື່ອສະໜັບສະໜູນຈາກກອງທຶນພັດທະນາໄຊສົມບູນຈຳນວນໜຶ່ງ ຈຶ່ງໄດ້ນໍາມາພັດທະນາສ້າງຮ້ານເປັນຂອງຕົນເອງຖາວອນ 1 ຫລັງ ແລະ ໄດ້ຂະຫຍາຍກິດຈະການບໍລິການກິດຈະການໂຕະ, ຕັ້ງ, ເຕັ້ນ ແລະ ບໍລິການຈັດງານຄົບວົງຈອນ ເພີ່ມຕື່ມອີກ ຊຶ່ງໄດ້ຈ້າງພະນັກງານເປັນລາຍເດືອນ ແລະ ມອບເໝົາເປັນງານໄປນໍາ ເພ່ືອຫລຸດຜ່ອນເວລາເຮັດວຽກຂອງຕົນເອງ ແລະ ຮັບປະກັນບໍ່ໃຫ້ຂາດຕົກບົກຜ່ອງໃນໜ້າທ່ີວຽກງານທ່ີພັກ-ລັດ ຂ້ັນເທິງມອບ ໝາຍໃຫ້ ສະເລ່ຍລາຍຮັບປີຜ່ານມາ ໄດ້ປະມານ 400.000,000 ກີບ/ປີ ແລະ ຄາດວ່າໃນປີ 2025 ນີ້ ຈະບັນ ລຸໄດ້ປະມານ 500.000,000 ກີບ.  ສະຫາຍ ຄຳເກິ່ງ ວັນນາຈັນ ກ່າວ. ສະຫາຍ ຄຳເກິ່ງ ວັນນາຈັນ ຍັງ ໃຫ້ຮູ້ຕື່ມອີກວ່າ : ຈາກຄວາມດຸໜັ້ນ,  ອົດທົນ, ບຸກບືນສ້າງອາຊີບເສີມໃນໄລຍະ 7 ປີຜ່ານມາ ເຫັນວ່າຊີວິດການເປັນຢູ່ຂອງຄອບຄົວຄ່ອຍໆດີຂຶ້ນເທື່ອລະກ້າວ, ມີເງິນເກັບໄວ້ໃຊ້ຈ່າຍໃນຍາມຈໍາເປັນ, ສາມາດຊື້ດິນໄດ້ 1 ຕອນ, ລົດບັນທຸກນ້ອຍຮຸນໄດ້ 1 ຄັນ, ມີຮ້ານຖາວອນ 1 ຫລັງ. ສໍາລັບແຜນການໃນຕ່ໍໜ້າ ແມ່ນຈະໄດ້ສືບຕໍ່ປັບປຸງ ແລະ ຂະຫຍາຍກິດຈະການຂອງຕົນໃຫ້ເຕີບໃຫຍ່ ແລະ ວ່ອງໄວກວ່າເກົ່າ.

   ຜົນສຳເລັດທັງໝົດນັ້ນ ແມ່ນຍ້ອນມີແນວທາງ-ນະໂຍບາຍອັນຖືກຕ້ອງຂອງພັກ-ລັດເວ້ົາລວມ ເວົ້າສະເພາະກໍ່ແມ່ນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ເປັນແຮງຜັກດັນໃຫ້ເກີດມີຄວາມຄິດລິເລີ່ມໃນການສ້າງວຽກເຮັດງານທໍາ, ບວກກັບຄວາມດຸໝັ່ນຂະຫຍັນພຽນ, ຄວາມຕັດສິນໃຈສູງຂອງຕົນເອງ ແລະ ຄອບຄົວ, ອົດທົນ ແລະ ຊອກຮູ້ຮໍ່າຮຽນພັດທະນາຕົນເອງເລື້ອຍໆ ໃນແຕ່ລະດ້ານຈຶ່ງເຮັດໃຫ້ກິດຈະການຂອງຕົນມີລາຍຮັບ, ໝັ້ນຄົງ ແລະ ເຕີບໃຫຍ່ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. 

KPL

ຂ່າວອື່ນໆ


Top