ປີນີ້ເມືອງລະຄອນເພັງ ມີແຜນປູກໄມ້ໃຫ້ໄດ້ 100 ເຮັກຕາ

04/06/2025 10:39
Email Print 272
KPL ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ທຸກໆປີ ຫລາຍພາກສ່ວນໃນຂອບເຂດທົ່ວປະເທດໄດ້ຮ່ວມກັນປູກຕົ້ນໄມຫລາຍຊະນິດເພື່ອອະນຸລັກປົກປັກຮັກສາ ແລະ ຟື້ນຟູປ່າໄມ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

    *ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ທຸກໆປີ ຫລາຍພາກສ່ວນໃນຂອບເຂດທົ່ວປະເທດໄດ້ຮ່ວມກັນປູກຕົ້ນໄມຫລາຍຊະນິດເພື່ອອະນຸລັກປົກປັກຮັກສາ ແລະ ຟື້ນຟູປ່າໄມ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນຂະບວນການຟົດຟື້ນ. 

    ທ່ານ ຄໍາກອນ ວິໄລສັກ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງລະຄອນເພັງ ໃຫ້ສໍາພາດຫວ່າງບໍ່ດົນມານີ້ວ່າ: ເພື່ອເຮັດໃຫ້ຄາດໝາຍການປົກຫຸ້ມປ່າໄມ້ກວມເອົາ 75 % ໃນປີ 2030, ມາໃນປີ 2025 ນີ້ ເມືອງລະຄອນເພັງ ມີແຜນປູກໄມ້ໃຫ້ໄດ້ 100 ກວ່າເຮັກຕາ ແລະ ມີເບ້ຍໄມ້ພ້ອມປູກ 16 ພັນກວ່າເບ້ຍ, ສະເພາະແຜນປູກເບ້ຍໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ຂອງປີນີ້ເມືອງລະຄອນເພັງ ໄດ້ກໍານົດເອົາວັນທີ 4 ມີຖຸນາ 2025 ເປັນມື້ຈັດພິທີສະເຫລີມສະຫລອງວັນເດັກ ນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ຈໍານວນ 300 ເບ້ຍ ໃນເນື້ອທີ່ 3 ເຮັກຕາ ເພາະປູກຕາມສະຖານທ່ີສາທາລະນະ ໂດຍສະເພາະແມ່ນຢູ່ເຂດວັດພະບາດນາດູ່. 

    ສຳລັບໃນປີນີ້ ຈະສຸມໃສ່ຊຸກຍູ້ສ່ົງເສີມໃຫ້ປະຊາຊົນປູກໄມ້ຕາມເນື້ອທີ່ເປົ່າວ່າງຂອງຕົນ ເພື່ອເປັນເສດຖະກິດ ຈໍານວນ 6 ພັນກວ່າເບ້ຍ ໃນເນື້ອທີ່ 100 ກວ່າເຮັກຕາພ້ອມທັງກໍານົດຈຸດຟື້ນຟູປ່າໄມ້ທີ່ນອນໃນປ່າສະຫງວນແຫ່ງຊາດພູຊຽງທອງ ແລະ ເຊບັ້ງນວນ 1 ພັນກວ່າເຮັກຕາ ໃຫ້ຖືກຕາມຫລັກວິຊາການ ໂດຍມີການວາງແຜນປູກເສີມກ້ອງປ່າຕິດພັນກັບການຕິດຕາມກວດກາຢ່າງເຂັ້ມງວດ, ປັດຈຸບັນ ເມືອງລະຄອນເພັງ ມີເນື້ອທີ່ປ່າໄມ້ທີ່ນອນໃນເຂດສະຫງວນແຫ່ງຊາດທັງ 2 ແຫ່ງ ເກືອບ 6 ໝື່ນເຮັກຕາ ກວມ 42 % ຂອງເນື້ອທີ່ທົ່ວເມືອງ ແລະ ມີເນື້ອທີ່ປ່າໄມ້ນອກ 3 ປະເພດປ່າ ຈໍານວນ 4 ໝື່ນເຮັກຕາ ເຮັດໃຫ້ທົ່ວເມືອງມີເນື້ອທີ່ປ່າໄມ້ ເກືອບ 100 ເຮັກຕາ ເທົ່າກັບ 71%. ໃນໄລຍະຜ່ານມາພັກ ແລະ ລັດຖະບານ ເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະການປົກປັກຮັກສາປ່າໄມ້ ຊ່ຶງໄດ້ກໍານົດເອົາຫລາຍເຂດໃນທົ່ວປະເທດ ເປັນປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ, ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆທ່ີກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນເປັນເຈົ້າການ ໃນການໂຄສະນາປູກຈິດສຳນຶກໃຫ້ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນໃຫ້ເຂົ້າມາມີສ່ວນຮ່ວມໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນພູຜາປ່າໄມ້ໃຫ້ຄົງຢູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫລານລາວຕະຫລອດໄປ.

ໂດຍ: ທິດລານີ ໂຄດໂຍທາ

KPL

ຂ່າວອື່ນໆ


Top