ພ້ອມກັນສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ

04/06/2025 10:22
Email Print 766
KPL ເວົ້າເຖິງຄວາມເປັນເອກະລາດເປັນເຈົ້າຕົນເອງ ແມ່ນສຸດທີ່ສໍາຄັນ. ແຕ່ກ່ອນພວກເຮົາເຮັດການປະຕິວັດຊາດ ປະຊາທິປະໄຕ ຕໍ່ສູ້ກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ກໍ່ແມ່ນເພື່ອກອບກູ້ເອົາຄວາມເປັນເອກະລາດ ຄວາມເປັນເຈົ້າຂອງປະເທດຊາດ.

     *ເວົ້າເຖິງຄວາມເປັນເອກະລາດເປັນເຈົ້າຕົນເອງ ແມ່ນສຸດທີ່ສໍາຄັນ. ແຕ່ກ່ອນພວກເຮົາເຮັດການປະຕິວັດຊາດ ປະຊາທິປະໄຕ ຕໍ່ສູ້ກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ກໍ່ແມ່ນເພື່ອກອບກູ້ເອົາຄວາມເປັນເອກະລາດ ຄວາມເປັນເຈົ້າຂອງປະເທດຊາດ. ພາຍໃຕ້ການນໍາຂອງພັກປະຊາຊົນ ປະຕິວັດລາວ, ພວກເຮົາໄດ້ສໍາເລັດການປະຕິວັດຊາດ ກອບກູ້ເອົາເອກະລາດ, ປະເທດຊາດມີຄວາມເປັນເອກະລາດ ປະຊາຊົນລາວບັນດາເຜົ່າໄດ້ເປັນເຈົ້າຂອງປະເທດຊາດ- ຜືນແຜ່ນດິນອັນຄົບຖ້ວນໂດຍແທ້ຈິງ. ນັບແຕ່ມື້ສະຖາປະນາ ສປປ ລາວ ທີ 2 ທັນວາ 1975 ເປັນຕົ້ນມາ, ພວກເຮົາເຂົ້າສູ່ໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມ ທິດກ້າວສູ່ສັງຄົມນິຍົມເທືຶື່ອລະກ້າວ. ການປົກປັກຮັກສາໝາກຜົນຂອງການປະຕິວັດ ແມ່ນໄດ້ຜ່ານເສັ້ນທາງທີ່ລະອິດລະອ້ຽວ, ມີທັງກາລະໂອກາດເອື້ອອໍານວຍ ແລະ ອຸປະສັກສິ່ງທ້າທາຍຫລາຍປະການ. ມາຮອດປັດຈຸບັນ, ພ້ອມກັບບັນດາຜົນສໍາເລັດໃນທຸກວຽກງານ, ພວກເຮົາກໍ່ຍັງມີຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫລາຍອັນໃນການພັດທະນາເສດຖະກິດ-ສັງຄົມ.

    ສ່ວນໜຶ່ງທີ່ພາໃຫ້ພວກເຮົາບໍ່ທັນສໍາເລັດບັນດາເປົ້າໝາຍທີ່ວາງໄວ້ ແມ່ນຍ້ອນຍັງຄວາມເປັນເຈົ້າຕົນເອງບາງຄັ້ງຄາວບໍ່ທັນສູງເທົ່າທີ່ຄວນ ເຊິ່ງຮຽກຮ້ອງໃຫ້ທົ່ວປວງຊົນ ຈົ່ງເພີ່ມທະວີໃຫ້ດີຍິ່ງຂຶ້ນ, ບົດນີ້ຈຶ່ງໄດ້ນໍາເອົາບາງແນວຄິດຊີ້ນໍາຂອງການນໍາຂັ້ນສູງຂອງພວກເຮົາມາສະເໜີ ເພື່ອພ້ອມກັນເຂົ້າໃຈໃຫ້ເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍຢ່າງຖືກທິດ-ປະດິດສ້າງມີໝາກມີຜົນດ້ວຍຄຸນນະພາບໃໝ່. ຕາມທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທໄດ້ໃຫ້ທິດຊີ້ນໍາຫລາຍບັນຫາທີ່ສໍາຄັນໃນໄລຍະຜ່ານມາ, ໃນນັ້ນ ໄດ້ວາງແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ.“ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ” ອັນໝາຍເຖິງເສດຖະກິດຂອງປະເທດໜຶ່ງທີ່ມີຄວາມພະຍາຍາມອອກຈາກລະບົບ, ລະບອບເສດຖະກິດເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ... ຢາກເຮັດໄດ້ແນວນັ້ນ, ເລຂາທິການໃຫຍ່, ປະທານປະເທດ ໄດ້ມີແນວຄິດຊີ້ນໍາວ່າ: “ປະເທດເອກະ ລາດໜຶ່ງ ໂດຍສະເພາະ ສປປ ລາວ ຕ້ອງປະຕິບັດດັ່ງນີ້: 1, ສ້າງ ຄວາມເປັນເຈົ້າຂອງຄວາມຮັບຮູ້ໃນສິ່ງທີ່ເຮົາມີ, ໃນສິ່ງທີ່ເຮົາເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ໃຊ້ຊັບພະຍາກອນທີ່ເຮົາມີຢ່າງກຸ້ມຄ່າ ແລະ ຮູ້ວາງແຜນໃນການຂຸດຄົ້ນຊັບພະຍາກອນຂອງຊາດ, ໃຫ້ຄົນລາວເປັນເຈົ້າຫລາຍຂຶ້ນ, ໄດ້ເງິນມາຕ້ອງຮູ້ປະຢັດ, ຮູ້ອົດອອມ, ຮູ້ໃຊ້ຈ່າຍຢ່າງກຸ້ມຄ່າ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມອອກມາເລື້ອຍໆ. “ສອຈ” ບໍ່ໝາຍຄວາມວ່າອັນໃດກໍ່ເຮັດເອງ, ອັນໃດກໍ່ຕ້ອງໃຫ້ມີເປັນຂອງຕົນເອງ...ໃຜ ຜະລິດຫຍັງຂຶ້ນ, ເຮົາກໍ່ຕ້ອງຜະລິດໃຫ້ມີຄືເຂົາທັງໝົດ, ຈະມີຄຸນນະພາບ ຫລື ຈະໃຫ້ກາຍເປັນສິນຄ້າ ຫລື ບໍ່... ບໍ່ກ່ຽວ, ຄິດແນວນັ້ນແມ່ຜິດ. 2,“ສອຈ” ຕ້ອງຮູ້ເຂົາ-ຮູ້ເຮົາດີ ແລະ ເລິກເຊິ່ງ, ໝາຍຄວາມວ່າຕ້ອງຮູ້ຈັກຕະຫລາດພາຍໃນ ແລະ ຮູ້ການແບ່ງປັນຈາກຕະຫລາດສາກົນ; ຮູ້ຈັກເຂົ້າເຖິງຕະຫລາດ ແລະ  ເຂົ້າເຖິງເຕັກໂນໂລຊີໃໝ່ທີ່ທັນສະໄໝຈາກໂລກ ແລະ ນໍາໃຊ້ສິ່ງທີ່ເຂົາມີແຕ່ເຮົາບໍ່ມີໃຫ້ໄດ້ຢ່າງເໝາະສົມ ແລະ ມີການເລືອກເຟັ້ນ; ຕ້ອງເດັດດ່ຽວເອົາເສດຖະກິດເຮົາເຂົ້າສູ່ການເປັນໂລກາພິວັດ, ເອົາສິນຄ້າພາຍໃນອອກສູ່ໂລກ; ໃຊ້ຊັບພະຍາກອນຂອງຊາດໃຫ້ອອກມາເປັນສິນຄ້າ ເພື່ອໃຫ້ອອກສູ່ຕະຫລາດໂລກ ແລະ ເປັນເຈົ້າການນຳເອົາຈາກໂລກ (ພາຍນອກ) ມາໃຊ້ພາຍໃນຢ່າງມີການຄິດໄລ່-ໄຕ່ຕອງ; ເອົາສິ່ງທີ່ເຮົາມີຢູ່ນີ້ກະທົບໃສ່ໂລກ ພາຍນອກໃຫ້ເກີດອອກມາເປັນເງິນ, ເປັນທຶນທີ່ຈັບຕ້ອງໄດ້; ຮູ້ຈັກເອົາທຶນ, ເອົາຄວາມຮູ້, ເຕັກໂນໂລຊີຈາກພາຍນອກມາກະທົບໃສ່ຊັບພະຍາກອນຂອງປະເທດເຮົາໃຫ້ເກີດເປັນມູນຄ່າເພີ່ມຢ່າງມີຄວາມເປັນເຈົ້າ ແລະ ອື່ນໆ. 

    ທັງໝົດເຫລົ່ານີ້, ຢາກໃຫ້ເຂົ້າໃຈວ່າ: ພວກເຮົາຮູ້ຫາເງິນດ້ວຍມັນສະໝອງຂອງພວກເຮົາ; ຮູ້ຫາເງິນດ້ວຍການນຳໃຊ້ຊັບພະຍາກອນຢ່າງກຸ້ມຄ່າ; ຫາເງິນໄດ້ແຕ່ຮັກສາໄດ້ຊັບພະຍາກອນທີ່ສາມາດນໍາໃຊ້ໄດ້ຍາວນານ ແລະ ຍືນຍົງ; ຖ້າເຮັດໄດ້ດີ, ຖ້າເຮົາໃຊ້ມັນສະໝອງ ແລະ ສະຕິປັນຍາໃນການຫາເງິນ, ຊັບພະຍາກອນທີ່ເຮົາມີຈະເພີ່ມມູນຄ່າຂຶ້ນ, ບໍ່ສູນເສຍໄປໃສແຕ່ພັດໄດ້ເງິນມາ. ຍ້ອນວ່າເຮົາໄດ້ເງິນມາຈາກສິ່ງໜຶ່ງຈະໄປພັດທະນາສິ່ງອື່ນ ໃຫ້ກັບມາມີຄຸນຄ່າໃຫຍ່ກວ່າເກ່ົາ, ເປັນປະໂຫຍດໃຫ້ການພັດທະນາກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ດີກວ່າເກົ່າ... ນີ້ຄືເປົ້າໝາຍສຳຄັນຂອງ “ສອຈ”. ທັງໝົດນັ້ນ ແມ່ນຄົນລາວເປັນເຈ້ົາຕົນເອງແຫ່ງຄວາມຄິດ, ເຮັດໃຫ້ເກີດມີທຶນຮອນ, ເປັນເຈົ້າຂອງສິ່ງທີ່ໄດ້ມາ, ເປັນເຈົ້າແຫ່ງການໃຊ້ຈ່າຍຕາມການວາງແຜນໄວ້ເພື່ອຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ...ຜົນສຸດທ້າຍແມ່ນຄົນລາວທຸກໆຄົນຈະໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງຍືນຍົງ. ທິດຊີ້ນໍາດັ່ງກ່າວແມ່ນຖືກຕ້ອງທີ່ສຸດ ເຊິ່ງຮຽກຮ້ອງໃຫ້ທຸກພາກສ່ວນລັດ, ທຸລະກິດເອກະຊົນ ແລະ ທົ່ວປວງຊົນຕ້ອງຄົ້ນຄວ້າໃຫ້ເລິກເພື່ອຄວາມເຂົ້າໃຈຖືກຕ້ອງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍຢ່າງປະດິດສ້າງຕາມສະພາບຈຸດພິເສດ-ເງື່ອນໄຂໃນບັນດາດ້ານຂອງການພັດທະນາຢ່າງເປັນຮູບປະທໍານັບແຕ່ນີ້ເປັນຕົ້ນໄປ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ.  

ໂດຍ: ຢ່າຕົ່ງໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.


Top