ຊາວຍີ່ປຸ່ນ ພາກັນໄປຊື້ເຂົ້າລາຄາຖືກຈາກລັດຖະບານ

06/06/2025 15:22
Email Print 300
KPL ຮ້ານຄ້າ ຂາຍຍ່ອຍ ຫລາຍແຫ່ງ ໃນຍີ່ປຸ່ນ ເຕັມໄປດ້ວຍ ປະຊາຊົນ ທີ່ໄປຕໍ່ແຖວ ເປັນເວລາ ຫລາຍຊົ່ວໂມງ ເພື່ອຊື້ເຂົ້າສານລາຄາຖືກ ຈາກໂຄງການ ຂອງລັດຖະບານ ຈຳກັດຄົວເຮືອນລະ 1 ຖົງ ມີນ້ຳໜັກ 5ກິໂລກຣາມ

ຂປລ.ຕາມຂ່າວຈາກ ໂຕກຽວ,ວັນທີ 5 ມິຖຸນານີ້ ຮ້ານຄ້າ ຂາຍຍ່ອຍ  ຫລາຍແຫ່ງ ໃນຍີ່ປຸ່ນ ເຕັມໄປດ້ວຍ ປະຊາຊົນ ທີ່ໄປຕໍ່ແຖວ ເປັນເວລາ ຫລາຍຊົ່ວໂມງ ເພື່ອຊື້ເຂົ້າສານລາຄາຖືກ ຈາກໂຄງການ ຂອງລັດຖະບານ ຈຳກັດຄົວເຮືອນລະ 1 ຖົງ ມີນ້ຳໜັກ 5ກິໂລກຣາມ ໃຫ້ແກ່ ຜູ້ບໍລິໂພກ ໃນລະຄາ ປະມານ 2.000 ເຢັນ ຊຶ່ງຖືກວ່າ ໃນລາຄາ ຕະຫລາດທົ່ວໄປ ໃນປັດຈຸບັນ ກວ່າເຄິ່ງໜຶ່ງ ຫລັງຈາກ ລັດຖະບານ ຈຳໜ່າຍເຂົ້າສຳຮອງ ໃຫ້ແກ່ ຜູ້ບໍລິໂພກ ທີ່ຕ້ອງຜະເຊີນກັບ ບັນຫາລາຄາ ເຂົ້າສູງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top