ຫສພ ສະຫລຸບການປະຕິບັດວຽກກວດກາ ປີ 2024 ແລະ ທິດທາງແຜນການ ປີ 2025

08/05/2025 14:54
Email Print 332
KPL ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດເຄື່ອນໄຫວ ວຽກງານກວດກາ ປະຈຳປີ 2024, ທິດທາງແຜນການ ປະຈຳປີ 2025 ແລະ ເຊື່ອມຊຶມຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ໃນວັນທີ 8 ພຶດສະພາ 2025



ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດເຄື່ອນໄຫວ ວຽກງານກວດກາ ປະຈຳປີ
2024, ທິດທາງແຜນການ ປະຈຳປີ 2025 ແລະ ເຊື່ອມຊຶມຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ໃນວັນທີ 8 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ວັນໄຊ ແພງຊຸມມາ ຄະນະປະຈຳພັກ, ປະທານກວດກາ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍມີີຄະນະພັກ, ຄະນະນຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ໃນໂອກາດນີ້
, ທ່ານ ຄຳສິງ ມາມຸກດາ ຮອງປະທານຄະນະກວດກາ ຫສພ, ຫົວໜ້າກົມກວດກາ ໄດ້ສະຫລຸບຕີຄາລາ ການຈັດຕັ້ງປະຕິບັດວຽກງານກວດກາ ຕະຫລອດ 1 ຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໂດຍສະເພາະການ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ ແລະ ວຽກສືບສວນ-ສອບສວນ ເຊິ່ງຄະນະພັກ, ຄະນະນຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານລັດຖະກອນພາຍໃນ ກຳແໜ້ນກົດລະແບບຂອງພັກ, ກົດໝາຍຂອງລັດ, ຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍ ຂອງການສໍ້ລາດບັງຫລວງ, ການຮັບ ແລະ ການໃຫ້ສິນບົນ. ນອກນີ້, ຍັງໄດ້ສຳເລັດການຄົ້ນຄວ້າມະຕິ ແລະ ໄດ້ຮັບຮອງລົງລາຍເຊັນຈາກຂັ້ນເທິງ ເປັນຕົ້ນ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ໄດ້ຕິດຕາມກວດກາ ໂຄງການລົງທຶນຂອງລັດ, ໂຄງການຫັນຊັບສິນເປັນທຶນ, ໄດ້ສ້າງແຜນ ແລະ ດຳເນີນການກວດກາເກັບລາຍຮັບ ຈາກການສຳປະທານ ແລະ ເຊົ່າເຮືອນ. ນອກນີ້, ຍັງໄດ້ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ ແລະ ປະຕິບັດນະໂຍບາຍຕໍ່ສະມາຊິກພັກ, ພະນັກງານລັດຖະກອນ ໂດຍໄດ້ຊຸກຍູ້ໃຫ້ສ້າງເສດຖະກິດ ຂອງຕົນ ຕາມເງື່ອນໄຂທີ່ມີ ແລະ ຖືກຕາມລະບຽບກົດໝາຍ. ສຳລັບ ທິດທາງແຜນການ 2025 ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນເອກະພາບຂອງຄະນະພັກ ຕໍ່ກັບການຕົກລົງ ແລະ ແກ້ໄຂຜົນການກວດກາໃຫ້ເຂັ້ມງວດ, ສັກສິດຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະກວດກາພັກ, ກົມກວດກາ ຫສພ ໃນການເປັນເຈົ້າການຕິດຕາມ, ກວດກາ ແລະ ຊຸກຍູ້ພາກ ສ່ວນທີ່ກ່ຽວຂ້ອງປະຕິບັດ ຜົນຂອງການກວດກາໃຫ້ມີຜົນສັກສິດ; ເກັບກຳສະຖິຕິການແກ້ໄຂຜົນ ຂອງການກວດກາ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ເປັນລະບົບ ແລະ ລາຍງານໃຫ້ຂັ້ນເທິງໃຫ້ເປັນປົກກະຕິ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2024 ຕື່ມອີກ.




ໂອກາດນີ້
, ທ່ານ ວັນໄຊ ແພງຊຸມມາ ຍັງເນັ້ນໃຫ້ຄະນະພັກ, ຄະນະກວດກາ ຫ້ອງວ່າການສູນກາງພັກ ເປັນເຈົ້າການສຶກສາອົມຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ເຂົ້າໃຈແຈ້ງເຖິງພາລະບົດບາດ, ສິດໜ້າທີ່ຄວາມຮັບຜິດຊອບ, ຄວາມສຳຄັນຂອງວຽກງານກວດກາພັກ, ກວດກາລັດໃຫ້ຫາຍຂຶ້ນ; ຍົກສູງຂີດຄວາມສາມາດຂອງຄະນະພັກ, ສະມາຊິກພັກແຕ່ລະກົມກອງ ໃນການນຳພາແກ້ໄຂບັນຫາ ທີ່ເກີດຂຶ້ນຢູ່ແຕ່ລະບ່ອນ ໃນຄວາຮັບຜິດຊອບຂອງຕົນ ໃຫ້ມີການຫັນປ່ຽນທີ່ຈະ ແຈ້ງ; ການປັບປຸງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮັບປະກັນຄຸນນະພາບແທ້, ຄົ້ນຄວ້າ, ວິທີການ, ການປະເມີນໜ່ວຍພັກ ແລະ ສະມາຊິກພັກໃຫ້ຕິດພັນກັບຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບ ແລະ ວັດແທກຜົນສຳເລັດຕົວຈິງ; ຄະນະກວດກາຕ້ອງໄດ້ເອົາໃຈໃສ່ຕິດຕາມ ການປະຕິບັດໜ້າທີ່ການເມືອງ ຂອງບັນດາກົມ ໂດຍສະເພາະແມ່ນ ການປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບຂອງກົມ, ການປະຕິບັດມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ; ຕິດຕາມ-ກວດກາຄືນ ການປັບປຸງສັບຊ້ອນກົງຈັກການຈັດຕັ້ງ, ການຈັດວາງພະນັກງານຄືນໃໝ່ໄປຄຽງຄູ່ກັບ ການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຄະນະກວດ ກາສອດຄ່ອງກັບລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈການເມືອງ

      ໂທລະເລກເສົ້າສະຫລົດໃຈ

      5/23/2025 6:43:56 PM

      ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

    • ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIIIການເມືອງ

      ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

      5/22/2025 7:50:51 PM

      ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ IIການເມືອງ

      ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

      5/22/2025 6:39:27 PM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.


Top