KPL
ປັດຈູບັນ, ຜະລິດຕະພັນ ກາເຟ ແຂວງຢຸນຫນານ ຂອງປເທດຈີນ ໄດ້ຮັບຄວາມນິຍົມ ເພີ່ມຂຶ້ນ ຢູ່ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງນານຊີ ຂອງ ເມືອງຫລີຈຽງ ທາງພາກຕາເວັນຕົກສຽງໃຕ້ຂອງສປຈີນ

ວັນທີ 22 ພືດສະພາ 2025, ປັດຈູບັນ, ຜະລິດຕະພັນ ກາເຟ ແຂວງຢຸນຫນານ ຂອງປເທດຈີນ ໄດ້ຮັບຄວາມນິຍົມ ເພີ່ມຂຶ້ນ ຢູ່ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງນານຊີ ຂອງ ເມືອງຫລີຈຽງ ທາງພາກຕາເວັນຕົກສຽງໃຕ້ຂອງສປຈີນ ໄດ້ຈັດງານສັບປະດາກາເຟ ຕາມພູຫິມະ Yulong ເພື່ອຊຸກຍູ້ ຂະແໜງການ ທ່ອງທ່ຽວ. ນແລະ ການພັກຜ່ອ
ງານດັ່ງກ່າວ ໄດ້ຈັດຂຶ້ນເປັນຄັ້ງທຳອິດ ເຊິ່ງເຕັມໄປດ້ວຍຄວາມສວຍງາມ ຂອງ ພູມສັນຖານ ດ້ວຍພູຫິມະທີ່ງົດງາມຕາມທຳມະຊາດ ທີ່ມີຊີວິດຊີວາ, ອຸດົມສົມບູນ ທາງດ້ານ ວັດທະນະທຳ. ໃນຂະນະທີ່ ເຂດດັ່ງກ່າວ ພວມມີການບູລະນະ ໃຫ້ເຂດດັ່ງກ່າວ ໂດຍລີເລີ່ມຈາກ ຫລີຈຽງ ກາເຟໃນທ້ອງຖິ່ນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ໃຫ້ເສດຖະກິດຈະເລີນ ເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ. ນອກນັ້ນ, ໃນງານສັບປະດາ, ບັນດາ ຄະນະນຳ ພື້ນທີ່ນີ້ ໄດ້ເຊີນຊວນ ປະຊາຊົນທີ່ຢູ່ໃກ້ ແລະ ໄກ ໃຫ້ເຂົ້າມາຮ່ວມງານ ເພື່ອຊີມລົດຊາດກາເຟ ທີ່ເປັນເອກະ ລັກ ແລະ ພັກຜ່ອນຢ່ອນອາລົມ. ນອກນັ້ນ ໃນງານດັ່ງກ່າວ ມີຄຳໝັ້ນສັນຍາ ອັນໃຫຍ່ຫລວງ ກ່ຽວກັບ ການພັດທະນາ ການຜະລິດກາເຟ ແລະ ການທ່ອງທ່ຽວ ໃຫ້ການເປັນສະ ຖານ ທີ່ສວຍງານຂອງນະຄອນ ອີກດ້ວນ./,
KPL