ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

22/05/2025 19:50
Email Print 395
KPL ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ ໂດຍການເປັນປະ ທານຂອງ ທ່ານ ສາຄອນ ໃສສະອາດ ປະທານແນວລາວສ້າງຊາດ ເມືອງນາຊາຍທອງ ​ໂດຍ​ມີ ທ່ານ ຖະໜອມ ທຳທອງ ກຳມະການປະຈຳພັກ, ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງ, ມີຜູ້ຕາງໜ້າຈາກບັນດາຫ້ອງການອ້ອມຂ້າງເມືອງ, ຄະ ນະກຳມະການແນວລາວສ້າງຊາດ ເມືອງນາຊາຍທອງ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.


ໃນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດລາຍງານ ການເມືອງທັງສອງພາກ ເຊິ່ງຕີລາຄາຄືນຜົນງານ ໃນການຈັດຕັ້ງປະຕິບັດວຽກງານຂອງ ຄະນະກຳມະການແນວລາວສ້າງຊາດເມືອງ ແຕ່ປີ 2021-2025 ເຊັ່ນ: ວຽກງານເຕົ້າໂຮມຄວາມສາມັກຄີປອງດອງ, ວຽກງານການປຸກລະດົມປະຊາຊົນ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເກັບກຳຫາງສຽງຂອງສັງຄົມ, ວຽກງານການທູດປະຊາຊົນ ເຊິ່ງໄດ້ສະແດງໃຫ້ເຫັນວ່າໃນໄລຍະຜ່ານມາ ຄະນະກຳມະ ການແນວລາວສ້າງຊາດເມືອງ ໄດ້ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດເມືອງ ເປັນຕົ້ນແມ່ນ 4 ແຜນງານ 6 ໂຄງການ 10 ກິດຈະກໍາ ເຊິ່ງໄດ້ຈັດຕັ້ງປະຕິ ບັດສໍາເລັດ 6 ໂຄງການ ແລະ ກອງປະຊຸມຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຮັບຮອງເອົາແຜນພັດທະນາ ຂອງແນວລາວສ້າງຊາດເມືອງ ປີ 2025-2029 ມີ 3 ແຜນງານ ແລະ 14 ໂຄງການ. ກອງປະຊຸມໃຫຍ່, ໄດ້ແຕ່ງຕັ້ງຄະນະກໍາມະການແນວລາວສ້າງຊາດ ເມືອງຊຸດໃໝ່ ເຊິ່ງປະກອບມີ 45 ທ່ານ, ແຕ່ງຕັ້ງ ທ່ານ  ສາຄອນ ໃສສະອາດ ເປັນປະທານ, ແຕ່ງຕັ້ງຮອງປະທານ 2 ທ່ານ, ຄະນະປະຈຳ 3 ທ່ານ ແລະ ຮອງປະທານທີ່ບໍ່ປະຈຳການ 2 ທ່ານ. ພ້ອມນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ຕໍ່ບັນດາຜົນງານ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ ຕື່ມອີກ.


ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ ແລະ ທ່ານເຈົ້າເມືອງນາຊາຍທອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະກຳມະ ການແນວລາວສ້າງຊາດເມືອງ ຊຸດເກົ່າ ແລະ ໄດ້ເນັ້ນຕໍ່ກອງປະຊຸມ ໃຫ້ຄະນະກຳມະການ ແນວລາວສ້າງຊາດເມືອງຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາຄົ້ນຄວ້າບັນດານິຕິກຳ ທີ່ກ່ຽວຂ້ອງກັບວຽກງານແນວໂຮມ ເປັນຕົ້ນແມ່ນມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່, ດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເພື່ອສາມາດກຳແໜ້ນ ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານ; ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນໃນທົ່ວເມືອງ ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຍົກສູງວຽກງານຕິດຕາມກວດກາ, ເກັບກຳຫາງສຽງສັງຄົມ ແລະ ເສິມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ; ປັບປຸງກົນໄກປະສານງານ ແລະ ແບບແຜນວິທີເຮັດວຽກໃຫ້ມີລັກ ສະນະວິທະຍາສາດ ເພື່ອຮ່ວມກັນຈັດຕັ້ງປະຕິບັດວຽກງານ ຂອງແນວລາວສ້າງຊາດ ໃຫ້ມີຄວາມເຂັ້ມແຂງ, ມີຜົນສຳເລັດ ແລະ ຊ່ວຍກັນແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງເປັນກ້າວໆ.

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈການເມືອງ

      ໂທລະເລກເສົ້າສະຫລົດໃຈ

      5/23/2025 6:43:56 PM

      ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ IIການເມືອງ

      ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

      5/22/2025 6:39:27 PM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

    • ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດການເມືອງ

      ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ

      5/21/2025 8:35:23 PM

      ຂປລ. ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ.


Top