ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສົ່ງເສີມການສຶກສາສົງ

22/05/2025 19:46
Email Print 476
KPL ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກອງທຶນຊ່ວຍເຫລືອສັງຄົມຂອງສະ ພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງ ຣາຊະອານາ ຈັກໄທ ວ່າດ້ວຍການສົ່ງເສີມການສຶກສາສົງ



ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກອງທຶນຊ່ວຍເຫລືອສັງຄົມຂອງສະ ພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງ ຣາຊະອານາ ຈັກໄທ ວ່າດ້ວຍການສົ່ງເສີມການສຶກສາສົງ ຈັດ​ຂຶ້ນ​ວັນທີ
21 ພຶດສະພາ 2025 ຜ່ານມາ ຢູ່ສະພາແຫ່ງຊາດ (ສພຊ) ໂດຍການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດລາວ ​ແລະ ພະເທບວັດຊະຣະສານບັນດິດ, ຮອງອະທິການບໍດີມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ​ໂດຍ​ມີພຣະອາຈານໃຫຍ່ ບຸນສວນ ພັນທະວົງ ຮອງປະທານອົງການພຸດທະສາສະໜາສໍາພັນລາວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ​ແລະ ພາກສ່ວນ​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ່​ພິຍານ.



ທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ
, ກໍາມາທິການການຕ່າງ ປະເທດ ​ໄດ້​ໃຫ້​ຮູ້​ວ່າ: ບົດບັນທຶກຄວາມເຂົ້າໃຈລະຫວ່າງ ກອງທຶນຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ຂອງປະເທດໄທ ວ່າດ້ວຍການສົ່ງເສີມການສຶກສາສົງ ມີຈຸດປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມການສຶກສາສົງ ໂດຍສະເພາະ ແມ່ນການສ້າງຊັບພະຍາກອນມະນຸດ, ການລະດົມຂົນຂວາຍທຶນຮອນ-ວັດຖຸອຸປະກອນ, ບູລະນະ ແລະ ສ້າງພື້ນຖານໂຄງລ່າງ ໃຫ້ແກ່ການສຶກສາສົງ, ສ້າງຄວາມເຂັ້ມແຂງໃຫ້ພະສົງ ແລະ ຄະລືຫັດ ໃນຂົງເຂດວຽກງານສຶກສາສົງ ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນກວ່າເກົ່າ.

ຈາກນັ້ນ, ພຣະເທບວັດຊະຣະສານບັນດິດ ກໍໄດ້ມີຄຳເຫັນໂດຍເນັ້ນໃຫ້ເຫັນເຖິງຄວາມໝາຍສຳຄັນ ແລະ ຜົນປະໂຫຍດ ໃນຈັດຕັ້ງປະຕິບັດບົດບັນທຶກ ວ່າດ້ວຍການສົ່ງເສີມການສຶກສາສົງ ເຊິ່ງຈະນຳເອົາຜົນປະໂຫຍດຮ່ວມກັນ ມາສູ່ການພັດທະນາ ແລະ ປັບປຸງວຽກງານການຊຸກຍູ້ ແລະ ສົ່ງເສີມການສຶກສາສົງ ໃນສອງປະເທດ ລາວ-ໄທ.

ຂ່າວ-ພາບ: ສພຊ

KPL

ຂ່າວອື່ນໆ


Top