KPL
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ສະຫາຍ ເລືອງເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ເມສາ 2025 ນີ້.
*ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ, ສະຫາຍ ເລືອງເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ເມສາ 2025 ນີ້ ຊຶ່ງແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ຊຶ່ງດຳເນີນໄປໃນສະພາບການໂລກ ແລະ ພາກພື້ນສືບຕ່ໍການຜັນແປຢ່າງສັບສົນ ແລະ ບໍ່ເຄີຍມີມາກ່ອນ; ສອງປະເທດພວມຜັນຂະຫຍາຍມະຕິຂອງແຕ່ລະພັກ, ແຜນການພັດທະນເສດຖະກິດ- ສັງຄົມຂອງແຕ່ລະປະເທດຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາຜົນ ງານທີ່ສຳຄັນ ແລະ ພາກພູມໃຈ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວພວມພັດທະນາຢ່າງຕໍ່ເນື່ອງ, ຂໍ້ຕົກລົງຂອງບັນດາການນຳຂັ້ນສູງຂອງ 2 ພັກ, ສັນຍາຮ່ວມມືລະຫວ່າງລັດຖະບານ 2 ປະເທດ ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນສຳຄັນໃນຫລາຍຂົງເຂດ. ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ; ພ້ອມທັງເປັນໂອກາດໃຫ້ສອງຝ່າຍປຶກສາຫາລືກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະພາບການໂລກ ແລະ ພາກພື້ນທີ່ສອງຝ່າຍສົນໃຈ; ຮ່ວມກັນຕີລາຄາຄືນສາຍພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນສາມັກຄີແບບພິເສດຫວຽດນາມ- ລາວ ໃຫ້ພັດທະນາຢ່າງເລິກ ເຊິ່ງ ແລະ ກວ້າງຂວາງໃນຫລາຍຂົງເຂດ.
ພິເສດຄືດັ່ງທີ່ທ່ານຮູ້ວ່າ, ເມື່ອຮອດລະດູບານໃໝ່, ບຸນປີໃໝ່ປະຈໍາຊາດຫວຽດນາມ, ກໍ່ຄືບຸນປີໃໝ່ລາວໃນທຸກປີ, ສອງປະເທດຫວຽດນາມ ແລະ ລາວ ໄດ້ສົ່ງຄໍາອວຍພອນ ແລະ ຄວາມຢື້ຢາມຖາມຂ່າວຊຶ່ງກັນ ແລະ ກັນ, ຖືວ່າປີໃໝ່ຂອງເພື່ອນມິດຄືກັບຂອຕົນເອງ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ເລືອງ ເກືອງ ໃນຄັ້ງນີ້ມີຂຶ້ນໃນທ່າມກາງບັນຍາກາດເບີກບານມ່ວນຊ່ືນຂອງບຸນປີໃໝ່ລາວ, (ພສ 2568), ຖືເປັນການເຄື່ອນໄຫວສຳຄັນຢູ່ຕ່າງປະເທດ, ອັນສະແດງໃຫ້ເຫັນເຖິງ ມູນເຊື້ອອັນດີງາມຂອງສອງປະ ເທດຫວຽດນາມ-ລາວ ຈາກຮຸ່ນສູ່ ຮຸ່ນ “ຄວາມມ່ວນຊື່ນ, ຄວາມໂສກ ເສົ້າ, ຄວາມສຸກ, ຄວາມທຸກ” ໃນ ທຸກສະພາບການ. ບົນຈິດໃຈດັ່ງ ກ່າວ, ຂ້າພະເຈົ້າເຊື່ອໝັ້ນວ່າ ການ ຢ້ຽມຢາມທາງລັດຖະກິດຄັ້ງທຳ ອິດຂອງ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ສຸດທີ່ມີຄວາມໝາຍສຳຄັນ, ທັງສືບຕໍ່ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖື ສປປ ລາວ ແລະ ການພົວພັນມິດຕະພາບຫວຽດນາມ- ລາວ ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນການປະຕິບັດນະໂຍ ບາຍການຕ່າງປະເທດ, ຢືນຢັນເຖິງການໜູນຊ່ວຍຢ່າງແຂງແຮງຂອງຫວຽດນາມ ໃນຂະບວນການປ່ຽນແປງໃໝ່ຢູ່ລາວ ແລະ ເປັນການເຄື່ອນໄຫວຕົວຈິງ ເພື່ອເພີ່ມທະວີຄວາມຮັດແໜ້ນ ແລະ ຄວາມສາມັກຄີແບບພິເສດລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດ. ການນຳຂອງສອງປະເທດ ຈະໄດ້ປຶກສາຫາລືຫລາຍບັນຫາທີ່ສຳຄັນ, ຂ້າພະເຈົ້າ ເຊື່ອໝັ້ນວ່າການຢ້ຽມຢາມຂອງ ສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກືອງ ໃນໄລຍະບຸນປີໃໝ່ລາວຈະສ້າງບາດກ້າວພັດທະນາໃໝ່ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະ ນຳເອົາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ- ລາວ ເຂົ້າສູ່ລວງເລິກ, ຕົວຈິງ ແລະ ມີປະສິດທິຜົນໃນອະນາຄົດ.
ໃນສະພາບການຂອງພາກພື້ນ ແລະ ໂລກທີ່ມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະ ບໍ່ຍາກຈະຄາດຄະເນ, ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ລັດທິປົກປ້ອງເສດຖະກິດ, ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງຮູບແບບໃໝ່ ພວມເປັນສິ່ງທ້າທາຍຫລາຍຢ່າງໃຫ້ແກ່ບັນດາປະເທດ, ໃນນັ້ນມີຫວຽດນາມ ແລະ ລາວ. ພ້ອມກັນນັ້ນ, ສອງປະເທດຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນຢ່າງເລິກເຊິ່ງ, ຄຽງຄູ່ກັບນະໂຍບາຍຂອງການນຳຂັ້ນສູງຂອງສອງປະເທດ, ສອງປະເທດໃຫ້ບຸລິມະສິດ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເພື່ອໃຫ້ການພົວພັນລະຫວ່າງສອງປະເທດນັບມື້ກ້າວເຂົ້າສູ່ລວງເລິກ, ໃຫ້ປະກົດຜົນເປັນຕົວຈິງ, ມີປະສິດທິຜົນ, ໃນອະນາຄົດ ຕ້ອງຮ່ວມມືເປັນເອກະພາບກັນ, ຊຸກຍູ້ບັນດາມູນເຊື້ອປະຫວັດສາດອັນດີງາມ, ຄວາມສາມັກຄີ, ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຜັນຂະຫຍາຍບັນດາທິດທາງສຳຄັນ ແລະ ບັນດາຂົງເຂດຮ່ວມມືຄື: ໜຶ່ງ, ສືບຕໍ່ຮັກສາຄວາມໄວ້ເນື້ອ ເຊື່ອໃຈດ້ານການເມືອງ, ສົມທົບກັນ ຢ່າງແໜ້ນແຟ້ນໃນບັນຫາຍຸດທະ ສາດ, ນະໂຍບາຍກ່ຽວກັບຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ; ຮັກສາ ແລະ ປັບປຸງ ປະສິດທິຜົນຂອງກົນໄກຮ່ວມມື, ກວດກາ ແລະ ສະເໜີບັນດາກົນໄກຮ່ວມມືໃໝ່; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະສົບການໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບອບການເມືອງ, ພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ; ເພີ່ມທະວີການແລກປ່ຽນດ້ານທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອສໍາເລັດກົນໄກ, ນະໂຍບາຍປະກອບສ່ວນໃຫ້ແກ່ການພັດ ທະນາຂອງແຕ່ລະປະເທດ. ແຕ່ນ້ີຮອດທ້າຍປີ 2025, 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງປະເທດ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ເປັນຕົ້ນແມ່ນຜົນສໍາເລັດການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ສັນຍາຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂອງການນຳຂັ້ນສູງ, ຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງວັນບຸນ ແລະ ເຫດ ການສຳຄັນຕ່າງໆເຊັ່ນ: ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວຄົບຮອບ 50 ປີ, ຄົບຮອບ135 ປີ ວັນເກີດປະທານ ໂຮ່ຈີ່ມິງ, ຄົບຮອບ 105 ປີ ວັນເກີດປະທານ ໄກສອນ ພົມວິຫານ, ດ້ວຍຮູບການໂຄສະນາເຜີຍແຜ່ໃຫ້ທຸກຊັ້ນຄົນເຫັນໄດ້ເຖິງນໍ້າໃຈສາຍພົວພັນ ຫວຽດນາມ-ລາວ.
ໂດຍ: ຢ່າຕົ່ງ
KPL