ວຽກງານຮັບປະກັນຂົນສົ່ງ ເວລາໃດກໍ່ຕິດພັນກັບພາລະກິດ ແລະ ໄຊຊະນະລວມຂອງການປະຕິວັດລາວ

24/04/2025 10:12
Email Print 145
KPL ວຽກງານຂົນສົ່ງ ແມ່ນວຽກງານໜຶ່ງທີ່ສໍາຄັນຈໍາເປັນຂາດບໍ່ໄດ້, ຊຶ່ງມັນໄດ້ຕິດພັນກັບທຸກໄຊຊະນະ, ທຸກໄລຍະຂອງພາລະກິດປະຕິວັດ ແຕ່ຫົວທີ, ບໍ່ວ່າໃນສະໄໝຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ, ການພັດທະນາປະເທດຊາດ.

     *ວຽກງານຂົນສົ່ງ ແມ່ນວຽກງານໜຶ່ງທີ່ສໍາຄັນຈໍາເປັນຂາດບໍ່ໄດ້, ຊຶ່ງມັນໄດ້ຕິດພັນກັບທຸກໄຊຊະນະ, ທຸກໄລຍະຂອງພາລະກິດປະຕິວັດ ແຕ່ຫົວທີ, ບໍ່ວ່າໃນສະໄໝຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ, ການພັດທະນາປະເທດຊາດ. ປັດຈຸບັນພັກ ແລະ ລັດຖະບານໄດ້ຖືເອົາວຽກງານຄົມມະນາຄົມຂົນສົ່ງ, ເປັນໜຶ່ງໃນແຜນບຸລິມະສິດ, ເປັນວຽກປາຍແຫລມໃນການພັດທະເສດຖະກິດຂອງຊາດ, ຈາກຄວາມໝາຍຄວາມສໍາຄັນຂ້າງເທິງນັ້ນ, ກໍຄືວຽກງານຮັບປະກັນພະລາທິການຂອງກອງທັບ, ໂດຍສະເພາະແມ່ນວຽກງານຮັບປະກັນຂົນສົ່ງຂອງກອງທັບປະຊາຊົນລາວ, ໄດ້ກາຍເປັນວຽກປາຍແຫລມ, ປຽບເໝືອນສາຍເລືອດທ່ີໄຫລຫລໍ່ລ້ຽງຮ່າງກາຍຂອງຄົນເຮົາ, ໃນການຮັບປະກັນການກຽມພ້ອມສູ້ຮົບ, ການເຝິກແອບຮໍ່າຮຽນ, ການກ່ໍສ້າງກຳລັງ ແລະ ລ້ຽງດູທັບ, ເພື່ອຍົກສູງຄຸນນະພາບຊີວິດຂອງນາຍ ແລະ ພົນທະຫານ ຢູ່ໃນກອງທັບ ໃຫ້ໄດ້ຂ້ຶນຢ່າງບໍ່ຢຸດຢັ້ງ, ມັນສອດຄ່ອງກັບຄວາມໝາຍທ່ີວ່າການຂົນສົ່ງ ແມ່ນການຍົກຍ້າຍສິ່ງຂອງຈາກຈຸດໜຶ່ງ ໄປຍັງອີກຈຸດໜຶ່ງດ້ວຍພາຫະນະ.

    ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບໄດ້ໃຫ້ຮູ້ວ່າ: ວຽກງານຮັບປະກັນຂົນສ່ົງກອງທັບປະຊາຊົນລາວ, ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນແມ່ນໄດ້ແບ່ງອອກເປັນ 6 ໄລຍະຄື, ໄລຍະທີ I ແຕ່ປີ 1955-1957, ໄລຍະທີ II ແຕ່ປີ 1957-1959, ໄລຍະທີ III ປີ 1960-1963, ໄລຍະທີ IV ປີ 1963-1969, ໄລຍະທີ V ປີ 1968-1973 ແລະ ໄລຍະທີ VI ປີ 1975- 1990, ເຫລົ່າຮົບຂົນສົ່ງກອງທັບ ປະຊາຊົນລາວ ໄດ້ກຳເນີດເກີດຂຶ້ນໃນວັນທີ  1 ພຶດສະພາ 1955 ການ ປະກາດ ແລະ ສ້າງຕັ້ງທໍາອິດເອີ້ນວ່າ, ກອງແບກຫາບຫ້ອງພະລາທິການ, ປະກາດສ້າງຕັ້ງຂຶ້ນທີ່ບ້ານນາແມວ, ເມືອງວຽງໄຊ ແຂວງຫົວພັນ, ພາຫະນະຂົນສົ່ງເວລານັ້ນ ແມ່ນໃຊ້ແຮງງານຄົນແບກຫາບ, ໂດຍເຕົ້າໂຮມເອົາພະນັກງານ, ນັກຮົບຈໍານວນໜຶ່ງມາຈັດຕັ້ງເປັນກອງດັ່ງກ່າວ, ພ້ອມນີ້ພາຫະນະຂົນສົ່ງກໍ່ຍັງໄດ້ນໍາໃຊ້ສັດລາກແກ່ຈໍານວນໜຶ່ງເຊັ່ນ: ຊ້າງ, ມ້າ ແລະ ອື່ນໆ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຂອງທ້ອງຖິ່ນ, ຄະນະຮັບຜິດຊອບກອງຂົນສົ່ງແບກຫາບປະກອບມີ, ທ່ານ ຮັງ ຮອງຫ້ອງພະລາເປັນ ຫົວໜ້າກອງ, ຊຶ່ງໜ້າທີ່ການເມືອງຕົ້ນຕໍແມ່ນເຮັດໜ້າທີ່ຮັບປະກັນຂົນສົ່ງ ໃຫ້ບັນດາກົມກອງເຄື່ອນໄຫວສູ້ຮົບຢູ່ເຂດເຕົ້າໂຮມ 2 ແຂວງ ພາກເໜືອ, ຊຳເໜືອ ແລະ ຜົ້ງສາລີ, ໂດຍສະເພາະຮັບປະກັນໃຫ້ເຂດຊໍາເໜືອເປັນຕົ້ນຕໍ.

    ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແຕ່ປີ 1975  ອີງຕາມຄວາມຮຽກຮ້ອງຕ້ອງການດ້ານວຽກງານຂົນສົ່ງ ເພື່ອສະໜອງຕອບໃຫ້ແກ່ສອງໜ້າທີ່ຍຸດທະສາດທີ່ພັກວາງອອກຄື: ປົກປັກຮັກສາສ້າງສາ ແລະ ພັດທະນາປະເທດຊາດ, ກຳລັງ ແລະ ພາຫະນະຂົນສ່ົງທີ່ຂຶ້ນກັບຂະແໜງຂົນສົ່ງ, ຂັ້ນຍຸດທະສາດມີ 8 ກອງພັນ ຄື: ກອງພັນ 401, 402, 403,  404, 405, 410 A, 410 B ແລະ ກອງພັນເຮືອຂົນສົ່ງ, ແຕ່ປີ 1975- 1980 ອົງການຊີ້ນໍາ-ບັນຊາວຽກງານຂົນສົ່ງຍັງເປັນພະແນກຂົນສົ່ງ ແລະ ຫ້ອງ. ມາເຖິງວັນທີ 15/2/ 1980 ບັນດາກົມນ້ອຍທີ່ຂຶ້ນກັບກົມໃຫຍ່ຈຶ່ງໄດ້ສ້າງຕັ້ງຂຶ້ນ, ໃນເວລານີ້, ກົມຂົນສົ່ງກໍ່ແມ່ນກົມໜຶ່ງ, ຊຶ່ງໄດ້ປະຕິບັດພາລະບົດບາດຂອງຕົນ, ເປັນອົງການຊີ້ນໍາຄຸ້ມຄອງມະຫາພາກ ແລະ ຊີ້ນໍາຈັດຕັ້ງວຽກງານຮັບປະກັນການຂົນສົ່ງຂັ້ນຍຸດທະສາດ, ມີພາຫະນະ ແລະ ກຳລັງຂົນສົ່ງຂຶ້ນກັບ, ຄະນະກົມຂົນສົ່ງຊຸດທຳອິດ ປີ 1980-1985, ຊຸດ ທີ II ປີ 1986-1988, ຊຸດທີ III ປີ 1988-1989, ຊຸດທີ IV ປີ 1989-1992, ຊຶ່ງໄລຍະນີ້ແມ່ນໄດ້ໂຮມກັນເຂົ້າເປັນກົມດຽວກັບກົມນໍ້າມັນເຊື້ອໄຟ, ໃສ່ຊື່ວ່າ, ກົມຂົນສົ່ງ-ເຊື້ອນໍ້າມັນເຊື້ອໄຟ, ຊຸດ ທີ V ປີ 1993-2000 ໄລຍະນີ້ກົມຂົນສົ່ງໄດ້ແຍກເປັນກົມໜຶ່ງຕ່າງຫາກ, ຊຸດທີ VI ປີ 2000- 2003 ໄລຍະນີ້ໄດ້ໂຮມກັນເຂົ້າກັບ 3 ກົມ ຄື: ກົມເສນາພະລາ, ກົມອົບຮົມ ແລະ ກົມຂົນສົ່ງ, ຊຶ່ງໃສ່ຊື່ວ່າ: ກົມແຜນການ-ຂົນສົ່ງ, ຊຸດທີ VII ແຕ່ວັນທີ 26/07/2002) ໄດ້ແຍກເປັນກົມຂົນສົ່ງຕ່າງຫາກ, ຊຸດທີ VIII ປີ 2009-2012, ຊຸດທີ IX ນັບແຕ່ວັນ 29/08/2012, ຊຸດທີ X, ຊຸດທີ XI,  ຊຸດທີ XII ຈົນເຖິງປັດ ຈຸບັນ, ຄະນະກົມປະກອບມີ 3 ສະ ຫາຍຄື: ພົນຈັດຕະວາ ບຸນຍົງ ວົງພົມ ເປັນຫົວໜ້າກົມ, ພັນເອກ ສຸລິໄຊ ລິດທິເດດ ເປັນຮອງກົມ ແລະ ພັນໂທ ເຂິງຄໍາ ສຸມຸນທາ ເປັນຮອງກົມ.

   ສັງລວມແລ້ວ, ຂະແໜງຂົນສົ່ງ ນັບແຕ່ມື້ກຳເນີດ ແລະ ຜ່ານຂະບວນວິວັດແຫ່ງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຕາມພາລະບົດບາດຂອງຕົນ, ວຽກງານຮັບປະກັນຂົນສົ່ງເວລາໃດກໍ່ໄດ້ຕິດພັນກັບທຸກໆໄລຍະຂອງພາລະກິດ ແລະ ໄຊຊະນະລວມຂອງການປະຕິວັດລາວ, ຊຶ່ງນາຍ ແລະ ພົນທະຫານ ພະນັກງານ, ນັກຮົບຂົນສົ່ງກໍ່ໄດ້ທຸ່ມເທເຫື່ອແຮງທຸກສະຕິປັນຍາ, ຕະຫລອດຮອດອຸທິດຊີວິດເລືອດເນື້ອເຫື່ອແຮງຂອງຕົນເພື່ອ ອຸດົມການຂອງພັກໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍ່ຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ໝັ້ນຄົງ ແລະ ວັດທະນະຖາວອນ ດ້ວຍຄວາມພິລະອາດຫານ, ທົນທານໜຽວແໜ້ນ, ຜ່ານບັນດາຄວາມຫຍຸ້ງຍາກອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ, ຜ່ານໄລຍະຕໍ່ຕ້ານ ແລະ ຕໍ່ສູ້ຕ້ານການຮຸກຮານຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກມືຂາຍຊາດເພື່ອພາລະກິດປົດປ່ອຍຊາດ, ບັນດາສະຫາຍນາຍ ແລະ ພົນທະຫານ, ພະນັກງານ, ນັກຮົບໃນເຫລົ່າຮົບຂົນສົ່ງກໍ່ໄດ້ສ້າງຜົນງານ ແລະ ວິລະກຳຢ່າງໜ້າສັນລະເສີນຄື: ນັກຮົບວິລະຊົນແຫ່ງຊາດ 1 ສະຫາຍ, ນັກຮົບແຂ່ງຂັນ 4 ສະຫາຍ.

    ເນື່ອງໃນໂອກາດວັນສ້າງຕັ້ງເຫລົ່າຮົບຂົນສົ່ງກອງທັບປະຊາຊົນລາວ ທີ່ຈະໝູນວຽກມາບັນຈົບຄົບຮອບ 70 ປີ, ພົນຈັດຕະວາ ບຸນຍົງ ວົງພົມ ຕາງໜ້າໃຫ້ຄະນະພັກ- ຄະນະບັນຊາທຸກຂັ້ນ, ກໍຄືທຸກຂະແໜງການເຫລົ່າຮົບຂົນສົ່ງ ໃນທົ່ວກອງທັບປະຊາຊົນລາວ, ຂໍກ່າວອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ເຮັດສໍາເລັດໜ້າທີ່ວຽກງານອັນມີກຽດສະຫງ່າອັນສູງສົ່ງຂອງບັນດາທ່ານ ແລະ ຈົ່ງສືບຕ່ໍຊີ້ນໍາ-ນໍາພາທຸກໆເຫລົ່າຮົບໃນກໍາລັງປະກອບອາວຸດກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ ແລະ ກ້າວໜ້າຂ້ຶນໄປຢ່າງບ່ໍຢຸດຢ້ັງ, ອວຍພອນໄຊອັນປະເສີດມາຍັງນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສໍາເລັດໜ້າທີ່ວຽກ ງານການເມືອງອັນສູງສົ່ງທີ່ການ ຈັດຕັ້ງພັກ-ລັດ, ກອງທັບ, ກໍ່ຄືປະ ຊາຊົນມອບໝາຍໃຫ້ມີຜົນສໍາເລັດ ຈົບງາມຕະຫລອດໄປ ແລະ ພ້ອມ ກັນອອກແຮງແຂ່ງຂັນສ້າງຜົນ ງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງພັກ ແລະ 3 ວັນປະຫວັດສາດຂອງຊາດ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ສືບຕໍ່ຍູ້ແຮງຂະບວນການກ່ໍສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານ, ສ້າງກົມກອງໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ ແລະ ຂະບວນການກໍ່ສ້າງນັກຮົບ-ກອງວັດທະນະທໍາ ໃຫ້ເປັນຂະບວນການຕໍ່ເນື່ອງ.

 ຊົມເຊີຍວັນສ້າງຕັ້ງເຫລົ່າຮົບ ຂົນສົ່ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງສຸດໃຈ!.

ໂດຍ: ຄໍາປະສົງ ລາດຊະວົງ

KPL

ຂ່າວອື່ນໆ


Top