KPL
ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ແມ່ນຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ແລະ ປົດປ່ອຍສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມໃນເສັ້ນທາງນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນໜຶ່ງໄດ້ຮັບການສະໜັບສະໜູນ ທີ່ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາປະເທດສັງຄົມນິຍົມ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ

ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ແມ່ນຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ແລະ ປົດປ່ອຍສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມໃນເສັ້ນທາງນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນໜຶ່ງໄດ້ຮັບການສະໜັບສະໜູນ ທີ່ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາປະເທດສັງຄົມນິຍົມ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ ທີ່ໄດ້ຮ່ວມຕໍ່ສູ້ຢ່າງກ້າຫານ, ຍາດເອົາຊະນະຕໍ່ສັດຕູ, ເຮັດສຳເລັດພາລະກິດ ການຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ຮ່ວມກັນກ້າວເຂົ້າສູ່ສັງກາດໃໝ່ແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີ ແລະ ຈະເລີນຮຸ່ງເຮືອງ.

ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ປະຈຳລາວ ໄດ້ກ່າວປາໄສ ໃນພິທີສະເຫລີມສະຫລອງ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ໃນວັນທີ 22 ເມສາ 2025 ຜ່ານມາເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ປະຫວັດສາດແຫ່ງການພົວພັນລະຫວ່າງ ສອງປະເທດຫວຽດນາມ-ລາວ ແມ່ນປະຫວັດ ສາດແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຢູ່ຮ່ວມກັນ ບ້ານໄກ້ເຮືອນຄຽງຢ່າງສະຫງົບສຸກ, ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ ຕໍ່ສູ້ສັດຕູຮ່ວມກັນ ຈົນສາມາດບັນລຸເປົ້າໝາຍປົດປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບໃນປີ 1975. ຕະຫລອດໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ, ການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ ໃນລະດູບານໃໝ່ປີ 1975 ເຊິ່ງຈຸດສູງສຸດແມ່ນ ບັ້ນຮົບໂຮ່ຮີ່ມິງ ເປັນປະຫວັດສາດຂອງ ກຳລັງປະກອບອາວຸດ ແລະ ທົ່ວປວງຊົນຫວຽດນາມ ໄດ້ຮັບໄຊຊະນະອັນສະຫງ່າງາມ, ເປັນຜົນສຳເລັດແຫ່ງການຕໍ່ສູ້ອັນຍາວນານ ຕໍ່ຕ້ານຈັກກະພັດຜູ້ຮຸກຮານ ເພື່ອກູ້ເອົາປະເທດຊາດຫວຽດນາມ, ເປັນໜຶ່ງໃນບັນດາໄຊຊະນະຍິ່ງໃຫຍ່ທີ່ສຸດ ແລະ ເປັນຂີດໝາຍທີ່ສະຫງ່າງາມທີ່ສຸດ ໃນປະຫວັດສາດນັບພັນປີ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງຫວຽດນາມ, ນຳພາປະເທດຊາດ ກ້າວເຂົ້າສູ່ຍຸກໃໝ່- ເປັນຍຸກເອກະລາດ, ເສລີພາບ, ເປັນເອກະພາບ, ສັນຕິພາບ ແລະ ພັດທະນາຢ່າງໝັ້ນຄົງ. ໄຊຊະນະອັນໃຫຍ່ຫລວງໃນລະດູບານໃໝ່ ປີ 1975, ພັກ ແລະ ປະຊາຊົນຫວຽດນາມ ໄດ້ປະຕິບັດພາລະກິດປະຫວັດສາດ ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດເປັນເອກະພາບ ຢ່າງສຳເລັດຜົນ ແລະ ນຳພາປະເທດຊາດ ກ້າວເຂົ້າສູ່ຍຸກສະໄໝໃໝ່-ຍຸກເອກະລາດ, ຜືນແຜ່ນດິນອັນເປັນເອກະພາບ ມຸ່ງໄປສູ່ການສ້າງສາປະເທດສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ ມີປະຊາ ທິປະໄຕ ເປັນເອກະພາບ ແລະ ວັດທະນະຖາວອນ ເຊິ່ງເປັນຄວາມມຸ່ງມາດປາຖະໜາອັນໃຫຍ່ຫລວງຂອງປະທານ ໂຮ່ຈີ່ມິງ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊົນຫວຽດນາມ.
ຂ່າວ: ທະນູທອງພາບ: ເກດສະໜາ
KPL