KPL
ໃນວັນທີ 23 ເມສາ ຜ່ານມານີ້, ສູນປະຕິບັດການ ແລະ ການພັດທະນາທີ່ກ້າວໜ້າ ຢູ່ທີ່ເຂດສາທິດ ການຂັບເຄື່ອນລົດ ດ້ວຍລະບົບໂອໂຕລະດັບສູງ ປັກກິ່ງ
ໃນວັນທີ 23 ເມສາ ຜ່ານມານີ້, ສູນປະຕິບັດການ ແລະ ການພັດທະນາ ທີ່ກ້າວໜ້າ ຢູ່ທີ່ເຂດສາທິດ ການຂັບເຄື່ອນລົດ ດ້ວຍລະບົບໂອໂຕ ລະດັບສູງ ປັກກິ່ງ (Beijing High-Level Autonomous Driving Demonstration Zone Innovation and Operation Center) ໄດ້ເຊີນຄະນະ ສື່ມວນຊົນ ຕ່າງປະເທດ ຢ້ຽມຢາມ ສູນປະຕິບັດການ ດັ່ງກ່າວ.
ໃນໄລຍະຢ້ຽມຢາມ, ຄະນະສື່ມວນຊົນ ຍັງໄດ້ຮັບຟັງ ການນໍາສະເໜີ ຂະບວນການ ຂັ້ນຕອນຕ່າງໆ ຂອງ ການຈັດຕັ້ງປະຕິບັດ ໂດຍການກໍານົດ ນະ ໂຍບາຍ ແລະ ແຜນທີ່ການເຊື່ອມໂຍງ ຍານພາຫານະ ອັດສະລິຍະ ຢູ່ເຂດປະຕິບັດການ (Intelligent Connected Vehicle Policy Pilot Zone). ໂດຍ ໃຫ້ຮູ້ວ່າ: ເມື່ອເດືອນສິງຫາ ປິ 2020 ຜ່ານມາ, ເພື່ອສົ່ງເສີມ ການກໍ່ສ້າງ ເຂດສາທິດ ການຂັບຂີ່ຍານພາຫານະອັດຕະໂນມັດ ລະດັບສູງ, ທາງການ ນະຄອນ ຫລວງປັກກິ່ງ ໄດ້ສ້າງຕັ້ງເຂດ ປະຕິບັດງານພິເສດ (Beijing Connected and Autonomous Vehicles Technology Co., Ltd) ເຊິ່ງມີ ໜ້າທີ່ ຮັບຜິດ ຊອບຢ່າງເຕັມຮູບແບບ ສໍາລັບ ການວາງແຜນ ລວມທັງ ການກໍ່ສ້າງ ແລະ ການດໍາເນີນງານຂອງສູນ ໃນພື້ນທີ່ສາທິດ ທົດສອບ ຍານພາ ຫານະ ອັດ ຕະໂນ ມັດ.
ນອກນັ້ນ ສູນດັ່ງກ່າວ ຍັງໄດ້ວາງທິດທາງ ໃນຂະບວນ ການພັດທະນາ, ໂດຍລະບຸວ່າ: “ພວກເຮົາ ຈະຊຸກຍູ້ສົ່ງເສີມ ການເຊື່ອມໂຍງ ຍານພາຫານະ ຕາມຖະໜົນ ຫົນທາງ - ລະບົບເຄືອຂ່າຍ ທີ່ຄວບຄຸມດ້ວຍຄລາວ (cloud-controlled networked platform) ເຕັກໂນໂລຊີ ຈາກ ທິດສະດີການປະຕິບັດ, ການຂັບເຄື່ອນ ບຸກທະລຸ ນະວັດຕະກໍາ ໃນຕ່ອງໂສ້ອຸດສາຫະກໍາ ແລະ ປັບປຸງຮູບແບບທຸລະກິດໃໝ່. ໃນອະນາຄົດ, ຈະພັດທະນາໃຫ້ກາຍເປັນ ວິສາຫະກິດ ຊັ້ນນໍາ ໃນອຸດສາຫະກໍາລົດໃຫຍ່ ທີ່ເຊື່ອມຕໍ່ ແບບອັດສະລິຍະ ຂອງປັກກິ່ງ” ແລະ ອື່ນໆ./.
KPL