ປະທານປະເທດ ອ່ານສານ ອວຍພອນປີໃໝ່ລາວ ພສ 2568

15/04/2025 12:11
Email Print 219
KPL ຂປລ. ໃນວັນທີ 10 ເມສາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອ່ານສານອວຍພອນປີໃໝ່ລາວ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ລາວ ພສ 2568.




ຂປລ. ໃນວັນທີ 10 ເມສາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອ່ານສານອວຍພອນປີໃໝ່ລາວ ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃໝ່ລາວ ພສ 2568.
ເນື້ອໃນສານລະບຸໄວ້ວ່າ:
ພີ່ນ້ອງຮ່ວມຊາດ, ເພື່ອນມິດ ສະຫາຍ ທີ່ ຮັກແພງທັງຫລາຍ!
ໃນໂອກາດສົ່ງທ້າຍປີເກົ່າ, ປີມະໂລງ ພສ 2567 ແລະ ຕ້ອນຮັບປີໃໝ່, ປີມະເສັງ ພສ 2568 ທີ່ກຳລັງໝູນວຽນມາເຖິງນີ້, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຕາງໜ້າໃຫ້ການນໍາ ພັກ-ລັດ ແລະ ໃນນາມສ່ວນຕົວ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງ ພໍ່ແມ່ພີ່ນ້ອງຊາວລາວ ທີ່ເຄົາລົບຮັກທຸກທົ່ວໜ້າໃນທົ່ວປະເທດ, ລວມທັງຊາວລາວ ທີ່ກຳລັງດໍາລົງຊີວິດ ຢູ່ຕ່າງປະເທດ ກໍຄື ເພື່ອນມິດຊາວຕ່າງປະເທດ ທີ່ກຳລັງດໍາລົງຊີວິດ ແລະ ປະຕິບັດວຽກງານ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກໆທ່ານ ມານະໂອກາດນີ້ດ້ວຍ.
ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຮັກແພງ
ຕະຫລອດປີຜ່ານມານັ້ນ ເປັນອີກປີໜຶ່ງ ທີ່ປະຊາຊົນລາວທັງຊາດ ພວກເຮົາ ໄດ້ທຸ່ມເທແຮງກາຍ, ແຮງໃຈ ແລະ ສະຕິປັນຍາ, ສາມັກຄີ ເປັນຈິດໜຶ່ງໃຈດຽວ ຮ່ວມກັບພັກ, ລັດທຸກໆຂັ້ນພ້ອມກັນບຸກບືນ ປະຕິບັດບັນດາແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດວາງອອກ ໄດ້ຮັບຜົນສໍາເລັດ ທີ່ເປັນຮູບປະທໍາຫລາຍດ້ານ, ຜ່ານຜ່າໄດ້ອຸປະສັກ ແລະ ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ; ປະເທດເຮົາສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ອິດທິພົນບົດບາດ ຂອງ ສປປ ລາວ ຕໍ່ສາກົນ ສືບຕໍ່ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນລາວ ບັນດາເຜົ່າ ລວມທັງພີ່ນ້ອງຊາວລາວຢູ່ຕ່າງປະເທດ ທຸກທົ່ວໜ້າທີ່ໄດ້ປະກອບສ່ວນ ເຂົ້າໃນບັນດາຜົນສໍາເລັດດັ່ງທີ່ໄດ້ ກ່າວມານັ້ນ. ພ້ອມກັນນັ້ນ, ກໍຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການສະໜັບ ສະໜູນ ຊ່ວຍເຫລືອອັນລໍ້າຄ່າ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະເໝີຕົ້ນສະເໝີປາຍຕະຫລອດມາ.
ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫລາຍ
ປີໃໝ່ນີ້ ເປັນອີກປີໜຶ່ງ ທີ່ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບສົນ ເຊິ່ງຈະມີຜົນກະທົບຕໍ່ປະເທດ ແລະ ປະຊາຊົນເຮົາ ຢ່າງຫລີກລ້ຽງບໍ່ໄດ້ກໍຕາມ, ແຕ່ພວກເຮົາ ກໍຍັງເຫັນວ່າ ເປັນປີໜຶ່ງທີ່ພວກເຮົາຖືວ່າ ເປັນປີທີ່ມີກາລະໂອກາດ, ເຕັມໄປດ້ວຍ ຄວາມຫວັງແຫ່ງການນໍາພາປະເທດຊາດ ກ້າວໄປສູ່ອະນາຄົດທີ່ສົດໃສ, ເປັນປີມ້ວນທ້າຍຂອງການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ເປັນປີແຫ່ງການສະເຫລີມສະຫລອງບັນດາເຫດການປະຫວັດສາດ ສໍາຄັນຂອງພັກ, ຂອງຊາດເຮົາ; ເປັນປີທີ່ພວກເຮົາ ຈະໄດ້ພ້ອມກັນອອກແຮງສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງ. ພ້ອມກັນນັ້ນ, ເປັນປີທີ່ພວກເຮົາ ສືບຕໍ່ປະຕິບັດ ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໃຫ້ເຂົ້າສູ່ລວງເລິກ, ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ ແລະ ມີປະສິດທິຜົນ, ປະຕິບັດຫລາຍກົນໄກ, ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຂອງປະເທດ, ສືບຕໍ່ຍູ້ແຮງການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສົມທົບທ່າແຮງບົ່ມຊ້ອນພາຍໃນ ກັບກໍາລັງແຮງຂອງ ຍຸກສະໄໝ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາ ຢ່າງແຂງແຮງ ຕາມທິດສີຂຽວ ແລະ ຍືນຍົງ ໃນຊຸມປີຕໍ່ໆໄປ.
ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຮັກແພງທັງຫລາຍ
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນເປັນສີຣິມຸງຄຸນນີ້ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ພໍ່ແມ່, ພີ່ນ້ອງຊາວລາວໃນ ທົ່ວປະເທດ ຕະຫລອດເຖິງພີ່ນ້ອງຄົນເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫລອງປີໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບປອດໄພ ທຸກປະການເທີ້ນ.
ສະບາຍດີປີໃໝ່

ພາບ: ອ່າຍຄຳ
KPL

ຂ່າວອື່ນໆ

    • ຊ້າງ 7 ໂຕ ຮ່ວມສືບສານປະເພນີຮຽງເກີຍ ຢູ່ນະຄອນ ຫລວງພະບາງວັດທະນະທຳ-ສັງຄົມ

      ຊ້າງ 7 ໂຕ ຮ່ວມສືບສານປະເພນີຮຽງເກີຍ ຢູ່ນະຄອນ ຫລວງພະບາງ

      4/15/2025 12:16:55 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີແຫ່ຊ້າງຮຽງເກີຍ ເຊິ່ງເປັນພິທີກໍາ ຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລື ສັງກາດປີໃໝ່ ຕາມຄວາມເຊື່ອຖື ມາແຕ່ບູຮານນະການ ຈັດຂຶ້ນໃນວັນທີ 13 ເມສາ 2025 ທີ່ນະຄອນ ຫລວງພະບາງ.

    • ການສະຫລອງປີໃໝ່ລາວ ຮັກສາໄດ້ຮີດຄອງປະເພນີ ຂອງຊາດລາວວັດທະນະທຳ-ສັງຄົມ

      ການສະຫລອງປີໃໝ່ລາວ ຮັກສາໄດ້ຮີດຄອງປະເພນີ ຂອງຊາດລາວ

      4/15/2025 12:12:45 PM

      ຂປລ. ບຸນປີໃໝ່ລາວ ພສ 2568 (2025) ແມ່ນມີຄວາມໝາຍສໍາຄັນ ສໍາລັບຊາວລາວທົ່ວໜ້າ ເຊິ່ງກິດຈະກຳຂອງການສະຫລອງປີໃໝ່ ໃນແຕ່ລະປີ ຈະເນັ້ນໃສ່ແບບຕາມຮີດຄອງປະເພນີ ຂອງຊາດລາວ ໂດຍສະເພາະ

    • ທົ່ວປະເທດ ຮ່ວມສະຫລອງປີໃໝ່ລາວ ມື້ທຳອິດ ຢ່າງຄຶກຄື້ນ ວັດທະນະທຳ-ສັງຄົມ

      ທົ່ວປະເທດ ຮ່ວມສະຫລອງປີໃໝ່ລາວ ມື້ທຳອິດ ຢ່າງຄຶກຄື້ນ

      4/15/2025 12:08:37 PM

      ຂປລ. ໃນວັນທີ 14 ເມສາ 2025 ນີ້, ເປັນມື້ສັງຂານລ່ວງ ກົງກັບວັນຈັນ ແຮມ 3 ຄ່ຳເດືອນ 5 ເຊິ່ງເປັນມື້ທຳອິດ ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568 ປວງຊົນລາວບັນດາເຜົ່າ ທົ່ວປະເທດ ໄດ້ພ້ອມກັນ ສະເຫລີມສະຫລອງ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ, ເຊິ່ງແຕ່ລະແຂວງ ແຕ່ລະເມືອງກໍໄດ້ຈັດໃຫ້ມີຫລາຍກິດຈະກຳ ຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ

    • ກະຊວງການຕ່າງປະເທດ ສະຫລອງບຸນປີໃໝ່ລາວ ພສ 2568ວັດທະນະທຳ-ສັງຄົມ

      ກະຊວງການຕ່າງປະເທດ ສະຫລອງບຸນປີໃໝ່ລາວ ພສ 2568

      4/13/2025 6:00:19 PM

      ຂປລ. ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງບຸນປີໃໝ່ລາວ ໃນວັນທີ 11 ເມສາ 2025 ຢູ່ ສະໂມສອນກິລາ TPC, ບ້ານອີໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

    • ກະຊວງ ຖວທ  ບາສີສູ່ຂວັນສະຫລອງປີໃໝ່ລາວ 2025ວັດທະນະທຳ-ສັງຄົມ

      ກະຊວງ ຖວທ ບາສີສູ່ຂວັນສະຫລອງປີໃໝ່ລາວ 2025

      4/13/2025 5:50:39 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີບາສີສູ່ຂວັນສະເຫລີມສະຫລອງບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ ພສ 2568 ໃນວັນທີ 11 ເມສາ 2025 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຄະນະພັກ-ຄະນະນຳກະຊວງ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນກະຊວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


Top