KPL
ອາຟຣິກກາ, ເອີຣົບ ແລະ ອາເມລິກາລາຕິນ ຫລາຍກວ່າ 50 ຄົນ ເຂົ້າຮ່ວມ ໂຄງການ ແລກປ່ຽນທັດສະນະສຶກສາ ສໍາລັບ ປີ 2025 ຢູ່ນະຄອນ ຫລວງປັກກິ່ງ ປະເທດ ຈີນ ໂດຍແມ່ນ ສູນແລກປ່ຽນ ຂໍ້ມູນຂ່າວສານສາກົນ ຂອງ ສປ ຈີນ (China International Press Communication Center-CIPCC) ຈັດຂື້ນ.
ໃນວັນທີ 11 ເມສາ ທີ່ຜ່ານມານີ້, ສື່ມວນຊົນຕ່າງປະເທດ ຈາກເຂດອາຊີ-ປາຊີຟິກ, ອາຟຣິກກາ, ເອີຣົບ ແລະ ອາເມລິກາລາຕິນ ຫລາຍກວ່າ 50 ຄົນ ເຂົ້າຮ່ວມ ໂຄງການ ແລກປ່ຽນທັດສະນະສຶກສາ ສໍາລັບ ປີ 2025 ຢູ່ນະຄອນ ຫລວງປັກກິ່ງ ປະເທດ ຈີນ ໂດຍແມ່ນ ສູນແລກປ່ຽນ ຂໍ້ມູນຂ່າວສານສາກົນ ຂອງ ສປ ຈີນ(China International Press Communication Center-CIPCC) ຈັດຂື້ນ.
ໃນຂະນະດຽວກັນ ໄດ້ໄປຢ້ຽມຢາມສູນລີໂນໂວ (Lenovo Future Center), ເຊິ່ງເປັນ ສູນຜະລິດຄອມພິວເຕີ, ແລບທອບ ແລະ ໂທລະສັບມືຖື ຫລື Smartphone ແລະ ອຸປະກອນ ຄອມພິວເຕີ ພ້ອມກັນເນັ້ນ ຍັງໄດ້ແນະນຳ ກ່ຽວກັບ ການນໍາໃຊ້ເຕັກໂນໂລຊີເອໄອ ອີກດ້ວຍ. ນອກຈາກນີ້, ສູນດັ່ງກ່າວ ຍັງໄດ້ນໍາສະເໜີ ຜະລິດຕະພັນໃໝ່ໆ ທີ່ນໍາໃຊ້ເອໄອ(AI) ໃນການ ເຂົ້າຊ່ວຍ ເຊັ່ນ: ຮຸ່ນຄົນ ບໍລິການ ຈອກກາເຟ, ເຂົ້າຈີ່ ແລະ ອາຫານ ລວມທັງ ລົດບໍລິການ ນໍາທ່ຽວ ທີ່ຕິດຕັ້ງ ໜ່ວຍກ້ອງ ພ້ອມກັບ ໜ້າຈໍສະແດງ ທິວທັດ ຕົວເມືອງ ຂອງ ນະຄອນຫລວງປັກກິ່ງ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຖ່າຍຮູບພາບ ຂອງຕົນເອງ ຮ່ວມກັບ ທິວທັດຕົວເມືອງ, ທີ່ທໍາໜ້າທີ່ ຖ່າຍບັນທືກພາບ ດ້ວຍລະບົບເອໄອ (AI).
ອີງຕາມຂໍ້ມູນ ຈາກບໍລິສັດ ຫລື ສູນລີໂນໂວ (Lenovo) ໄດ້ແຈ້ງໃຫ້ຮູ້ວ່າ: ບໍລິສັດລີໂນໂວ ເປັນຫົວໜ່ວຍ ເຕັກໂນໂລຊີ ທົ່ວໂລກ ທີ່ຕັ້ງ ຢູ່ໃນປະເທດຈີນ, ໂດຍມີລາຍຮັບ ຕໍ່ປີ ຫລາຍກວ່າ 400 ຕື້ຢວນ ແລະ ຖືກຈັດ ຢູ່ໃນອັນດັບທີ 248 ໃນຂະແໜງ ດັ່ງກ່າວ ທັງໝົດ (Fortune Global 500), ລີໂນໂວ ມີພະນັກງານ ເກືອບ 70.000 ຄົນ ແລະ ໃຫ້ບໍລິການລູກຄ້າ ຫລາຍຮ້ອຍ ລ້ານຄົນ ຈາກ 180 ຕະຫລາດ ທົ່ວໂລກ. ເປັນຜູ້ຜະລິດພີຊີ (PC) ອັນດັບ 1 ຂອງໂລກ ແລະ ເປັນຜູ້ໃຫ້ບໍລິການ ຊັ້ນນໍາ ຂອງ ຜະລິດຕະພັນ ສະມາດ ໂຟນ, ແທັບເລັດ, ເຊີເວີ ບ່ອນເກັບຂໍ້ມູນ ແລະ ການແກ້ໄຂແບບ ອັດສະລິຍະ ສະເພາະ ອຸດສາຫະກໍາ ແລະ ອື່ນໆ./.
KPL