ປີ 2025 ນີ້ ລາວກຽມສົ່ງອອກໝາກຖົ່ວລຽນໄປຕະຫລາດຕ່າງປະເທດແລ້ວ

15/04/2025 10:03
Email Print 244
KPL ຂະບວນລົດໄຟແລ່ນຖີ່ຂຶ້ນທັງກາງເວັນ ແລະ ກາງຄືນຢ່າງຟົດຟື້ນຄ້າຍກັບວ່າມີປຸນປາງໃຫຍ່ເພື່ອລໍາລຽງຂົນຜູ້ໂດຍສານ, ສິນຄ້າ ແລະ ຜົນຜະລິດກະສິກໍາຕ່າງໆໄປຍັງຈຸດໝາຍປາຍທາງທີ່ແຕກຕ່າງກັນ ແຕ່ສິ່ງທີ່ສັງເກດເຫັນໄດ້ຢ່າງຈະແຈ້ງຕາມຂ່າວໃນໄລຍະນີ້ແມ່ນເວົ້າເຖິງການສົ່ງອອກໝາກຖົ່ວລຽນທີ່ຂຶ້ນຊື່ “ ເທບແຫ່ງໝາກໄມ້” ທີ່ນິຍົມກິນຢ່າງແຜ່ຫລາຍພວມມຸ່ງໜ້າສູ່ປະເທດຈີນຕາມເສັ້ນທາງລົດໄຟລາວ-ຈີນ.

    *ຂະບວນລົດໄຟແລ່ນຖີ່ຂຶ້ນທັງກາງເວັນ ແລະ ກາງຄືນຢ່າງຟົດຟື້ນຄ້າຍກັບວ່າມີປຸນປາງໃຫຍ່ເພື່ອລໍາລຽງຂົນຜູ້ໂດຍສານ, ສິນຄ້າ ແລະ ຜົນຜະລິດກະສິກໍາຕ່າງໆໄປຍັງຈຸດໝາຍປາຍທາງທີ່ແຕກຕ່າງກັນ  ແຕ່ສິ່ງທີ່ສັງເກດເຫັນໄດ້ຢ່າງຈະແຈ້ງຕາມຂ່າວໃນໄລຍະນີ້ແມ່ນເວົ້າເຖິງການສົ່ງອອກໝາກຖົ່ວລຽນທີ່ຂຶ້ນຊື່ “ ເທບແຫ່ງໝາກໄມ້” ທີ່ນິຍົມກິນຢ່າງແຜ່ຫລາຍພວມມຸ່ງໜ້າສູ່ປະເທດຈີນຕາມເສັ້ນທາງລົດໄຟລາວ-ຈີນ ໃນຂະນະທີ່ ຜູ້ປູກໝາກຖົ່ວລຽນບໍ່ພຽງແຕ່ໃນ ສປປ ລາວພວມເບີກບານມ່ວນຊື່ນ ແລະ ດີໃຈເປັນພິເສດກັບຄວາມຫວັງທີ່ຈະໄດ້ຮັບໂອກາດໃໝ່ຈາກການຂາຍໝາກຖົ່ວລຽນສູ່ຕະຫລາດຈີນ ແຕ່ຫາກຍັງແມ່ນຊາວອາຊຽນ(ໄທ, ຫວຽດນາມ, ຟິລິບປິນ, ມາເລເຊຍ ແລະ ອິນໂດເນເຊຍກໍມີຄວາມຮູ້ເຊັ່ນກັນ ເຊິ່ງຈະສາມາດຊ່ວຍໃຫ້ຜູ້ປູກມີລາຍຮັບເປັນກອບເປັນກໍາເພື່ອສືບຕໍ່ຂະຫຍາຍທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອຕົນ ແລະ ຂອງຊາດເປັນຢ່າງດີ.

     ການພັດທະນາເສດຖະກິດຕາມເສັ້ນທາທງລົດໄຟລາວ-ຈີນພວມເບັ່ງບານ ແລະ ເລັ່ງທວງໝາກຜົນຕົວຈິງຢ່າງຕັ້ງໜ້າ ພາຍໃຕ້ການຮ່ວມມືຂອງສອງພັກສອງລັດລາວ-ຈີນ ໄດ້ເພີ່ມກໍາລັງວັງຊາ ແລະ ພະລັງຊີວິດໃໝ່ໃຫ້ຂົງເຂດພາກພື້ນ ແລະ ສາກົນ, ໄດ້ພາກັນຫັນມາໃຊ້ລະບົບການຂົນສົ່ງແບບໃໝ່ທັນສະໄໝທີ່ມີຄວາມສະດວກສະບາຍ, ປັດຢັດເວລາ, ປະຢັດເງິນ,  ຫລຸດຜ່ອນຕົ້ນທຶນທຸລະກິດຂົນສົ່ງ, ຂົນສົ່ງຜູ້ໂດຍສານ-ສິນຄ້າໄດ້ຫລາຍກວ່າ, ມີຄວາມປອດໄພສູງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

     ລາວແມ່ນໜຶ່ງໃນສະມາຊິກອາຊຽນອາດເວົ້າໄດ້ວ່າເປັນຕົວແບບທີ່ດີ ແລະ ມີເຄື່ອຂ່າຍເສັ້ນທາງລົດໄຟເປີດໃຫ້ບໍລິການຂ້າມປະເທດລະຫວ່າງລາວ, ຈີນ ແລະ ໄທ, ໃນອະນາດຄົດອັນໄກ້ນີ້ຄາດວ່າຈະມີຫລາຍປະເທດໃນອາຊຽນສືບຕໍ່ພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດເຄືອຂ່າຍເສັ້ນທາງຕື່ມອີກໂດຍສະເພາະໄທ ແລະ ຫວຽດນາມ ເຊິ່ງພວມຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດຢ່າງຮີບຮ້ອນ.

     ນັບແຕ່ຕົ້ນປີ 2025, ມີຫລາຍຂ່າວໄດ້ສ້າງຄວາມຕື່ນເຕັ້ນຍິນດີຢ່າງຫລວງຫລາຍເຊັ່ນວ່າ: ປີ 2024 ຜ່ານມາ, ຍອດມູນຄ່າການຄ້າສອງຝ່າຍຈີນ-ລາວ ໄດ້ມີເຖິງ 58,6 ຕື້ຢວນ, ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ປີ 2023; ຕົ້ນເດືອນມັງກອນປີ 2025, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າຫລາຍກວ່າ 50 ລ້ານໂຕນ, ການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ເພີ່ມຂຶ້ນຈາກ 500 ກວ່າຊະນິດເປັນ 3.000 ກວ່າຊະນິດ; ລົດໄຟຈີນ-ລາວໄດ້ຮອງຮັບການເດີນທາງຂອງຜູ້ໂດຍສານບັນລຸເຖິງ 50 ລ້ານຄົນນັບແຕ່ໄດ້ເປີດນຳໃຊ້ໃນວັນທີ 3 ທັນວາ 2021, ປີ 2024; ມູນຄ່າການສົ່ງອອກຜະລິດຕະພັນກະສິກຳຈີນ-ອາຊຽນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ບັນລຸເຖິງ 184,83 ຕື້ຢວນ ເຮັດໃຫ້ອາຊຽນກາຍເປັນແຫລ່ງນຳເຂົ້າຜະລິດຕະພັນກະສິກຳໃຫຍ່ອັນດັບ 2 ຂອງຈີນ ແລະ ອື່ນໆ. ພ້ອມກັນນັ້ນ ບັນດາໂຄງການກໍ່ສ້າງເສັ້ນທາງລົດເຊື່ອມໂຍງເຊື່ອມຈອດລະຫວ່າງອາຊຽນ-ຈີນ ໂດຍສະເພາະໂຄງການກໍ່ສ້າງເສັ້ນທາງລົດໄຟຈີນ-ໄທ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟຈີນ-ຫວຽດນາມໄດ້ດຳເນີນໄປຢ່າງເຄັ່ງຮ້ອນ ແລະ ຄາດວ່າບັນດາໂຄງການກໍ່ສ້າງດັ່ງກ່າວຈະສຳເລັດພາຍໃນປີ 2030 ນີ້.

     ໄລຍະ 3 ເດືອນນັບຈາກນີ້ (ເມສາ, ພຶດສະພາ ແລະ ມິຖຸນາ)ຂອງທຸກໆປີ, ເປັນໄລຍະທີ່ສຸກງອມສໍາລັບຜູ້ຜະລິດກະສິກໍາໃນອາຊຽນພວມຂຸ້ນຂຽວເກັບກ່ຽວຜົນຜະລິດໝາກຖົ່ວລຽນເພື່ອປ້ອນຕະຫລາດພາຍໃນ ແລະ ສົ່ງອອກຕ່າງປະເທດຢ່າງຟົດຟື້ນໂດຍສະເພາະໃນກຸ່ມປະເທດສະມາຊິກອາຊຽນ ເຊິ່ງມີການລາຍງານຂອງສື່ຊິນຮົວ(Xinhua)ຫວ່າງບໍ່ດົນມານີ້ວ່າ: ຄວາມຕ້ອງການຖົ່ວລຽນ ເພີ່ມຂຶ້ນໃນຈີນຈະຊ່ວຍຊຸກຍູ້ເຮັດໃຫ້ການສົ່ງອອກຂອງຜູ້ຜະລິດໃນຂົງອາຊີຕາເວັນອອກສຽງໃຕ້ເພີ່ມຂຶ້ນ ເຊິ່ງອາດຈະມີການແຂ່ງຂັນສ່ວນແບ່ງຕະຫລາດແຕກຕ່າງກັນຢ່າງໜ້າສົນໃຈ ໃນນັ້ນມີໄທ, ຫວຽດນາມ, ມາເລເຊ, ອິນໂດເນເຊຍ, ຟີລິບປິນ ແລະ ລາວ. ຂະນະທີ່ ແຫລ່ງຂ່າວເວີກຟອຍທູເດຂອງໄທ(workpointTODAY)ໄດ້ລາຍງານວ່າ: ປັດຈຸບັນນີ້ຈີນໄດ້ອະນຸຍາດໃຫ້ນໍາເຂົ້າຖົ່ວລຽນຈາກບັນດາຊາດອາຊຽນຄື: ໄທ, ຫວຽດນາມ, ຟີລິບປິນ, ມາເລເຊຍ ແລະ ບາງສະມາຊິກອາຊຽນອື່ນໆ ໃນນັ້ນປະເທດໄທຍັງຄອງອັນດັບທີ 1 ເປັນຜູ້ສົ່ງອອກຖົ່ວລຽນໄປປະເທດຈີນເກືອບ 600,000 ໂຕນ,ມູນຄ່າ 2,2800 ກວ່າລ້ານໂດລາ, ກວມເອົາ 66.97% ຂອງປະລິມານການນໍາເຂົ້າຖົ່ວລຽນທັງໝົດຂອງຈີນ, ຮອງລົງມາແມ່ນປະເທດຫວຽດນາມ.


    ແນວໃດກໍດີ ເປັນຂ່າວດີສໍາລັບ ສປປ ລາວເມື່ອ ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ລາຍງານເມື່ອບໍ່ດົນມານີ້ວ່າ: ການປູກໝາກຖົ່ວລຽນໃນລາວພວມໄດ້ຮັບຄວາມນິຍົມຢ່າງກວ້າງຂວາງສືບເນື່ອງມາຈາກຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດຍ້ອນຄວາມຕອ້ງຂອງຕະຫລາດເພີ່ມຂຶ້ນ ແລະ ລາຄາຊື້ຂາຍຂ້ອນຂ້າງສູງ ດັ່ງທີ່ຮູ້ນໍາກັນ ສໍາລັບສົກປີ 2024-2025, ເຫັນວ່າຜູ້ປະກອບການທຸລະກິດປູກຖົ່ວລຽນຈໍານວນໜຶ່ງພວມ ກຽມສົ່ງອອກໝາກຖົ່ວລຽນ, ໝາກມີ້ ແລະ ຜົນຜະລິດພືດອື່ນໆໄປຕະຫລາດຕ່າງປະເທດໂດຍສະເພາະຈີນ ແລະ ຄາດວ່າເບື້ອງຕົ້ນຜູ້ປະກອບການລາວຈະສົ່ງອອກຫລາຍຮ້ອຍໂຕນສໍາລັບໝາກຖົ່ວລຽນ ແລະ ໝາກມີ້ລາວໄປສູ່ຕະຫລາດຈີນ.  

     ປັດຈຸບັນນີ້ ມີຜູ້ປະກອບການແຈ້ງໃຫ້ຮູ້ວ່າໄດ້ທົ່ວປະເທດມີເນື້ອທີ່ປູກໝາກຖົ່ວລຽນປະມານ 5,000 ເຮັກຕາ, ມີ 18 ບໍລິສັດ ໃນນັ້ນບໍລິສັດຈີນມີ 12 ບໍລິສັດ ມີເນື້ອທີ່ທັງໝົດປະມານ 3,200 ເຮັກຕາ ກວມ 64,28%, ບໍລິສັດຫວຽດນາມ 2 ບໍລິສັດ, ມີເນື້ອທີ່ປະມານ 1,250 ເຮັກຕາ ກວມ 25,11%, ບໍລິສັດຂອງຄົນລາວ 4 ບໍລິສັດ, ມີເນື້ອທີ່ 416 ເຮັກຕາກວມ 8,36% ແລະ ຂອງປະຊາຊົນລາວທົ່ວໄປປະມານ 112 ເຮັກຕາ ກວມ 2,25%.

     ທ່ານ ກິມຫງ້ຽນ ພົງສະຫວັດ ເຈົ້າຂອງບໍລິສັດ ກິມຫງ້ຽນ ພັດທະນາກະສິກຳ ຂາເຂົ້າ-ຂາອອກ ເຈົ້າຂອງສວນຖົ່ວລຽນ ບ້ານຫລັກ 24 ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ບໍລິສັດຂອງຕົນ ໄດ້ທົດລອງນໍາເອົາຕົ້ນຖົ່ວລຽນພັນໝອນທອງ ມາປູກ 300 ຕົ້ນມາປູກໃນເນື້ອທີ 15 ເຮັກຕາ ເຊິ່ງຕົ້ນຖົ່ວລຽນສາມາດມີອາຍຸໃຫ້ໝາກ 4 ປີຂຶ້ນໄປ, ໃຫ້ຜົນຜະລິດໄດ້ສະເລ່ຍ 200-300 ກິໂລຕໍ່ຕົ້ນຕໍ່ປີ ຄິດເປັນຈຳນວນເງິນປະມານ 15 ລ້ານກີບຂຶ້ນໄປ; ບາງຕົ້ນໃຫ້ໝາກມີນ້ຳໜັກເຖິງ 8 ກິໂລຕໍ່ໜ່ວຍ. ປີ 2024 ຜ່ານມາເກັບຜົນຜະລິດໄດ້ທັງໝົດສະເລ່ຍ 40 ກວ່າໂຕນ, ປັດຈຸບັນໝາກຖົ່ວລຽນຍັງບໍ່ພຽງຕໍ່ຄວາມຕ້ອງ ການຂອງຕະຫລາດ. ດັ່ງນັ້ນ ບໍລິສັດ ກຳລັງຂະຫຍາຍເນື້ອທີ່ປູກຕື່ມອີກ 200 ກວ່າເຮັກຕາ ແລະ ໄດ້ນໍາເອົາແນວພັນ ໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມດຳ ຈຳນວນ 30,000 ຕົ້ນມາປູກຕື່ມ ເພື່ອຕອບສະໜອງຕະຫລາດພາຍໃນ ແລະ ກຽມສົ່ງອອກຕະຫລາດຕ່າງປະເທດໃນປີ 2025 ເປັນຕົ້ນແມ່ນ ສປ ຈີນ.

     ທ່ານ ກິມຫງ້ຽນ ກ່າວຕື່ມອີກວ່າ: ພື້ນທີ່ເມືອງປາກເຊ, ປາກຊ່ອງ ແຂວງຈຳປາສັກ, ສາລະວັນ ແລະ ແຂວງ ອັດຕະປື ແມ່ນເຂດທີ່ອຸດົມສົມບູນເໝາະສົມແກ່ການປູກຝັງ ເປັນຕົ້ນແມ່ນປູກຕົ້ນຖົ່ວລຽນ ເປັນພືດໃຫ້ຜົນຕອບແທນສູງ ແລະ ຍາວນານ ອາຍຸການຕົ້ນຖົ່ວລຽນສະເລ່ຍ 70-80 ປີ. ແນວໃດກໍຕາມ ດ້ວຍການຊີ້ນຳຂອງ ພັກ-ລັດ ເປັນຕົ້ນແມ່ນກະສິກຳເມືອງ ທີ່ໃຫ້ຄຳແນະນຳໃຫ້ການສົ່ງເສີມ ເຕັກນິກການປູກ,ການບົວລະບັດຮັກສາໃຫ້ໄດ້ຮັບຜົນຜະລິດສູງ. ນອກນັ້ນ ບໍລິສັດ ຍັງໃຫ້ຄຳປຶກສາສົ່ງເສີມປະຊາຊົນທີ່ສົນໃຈຢາກປູກຕົ້ນໝາກຖົ່ວລຽນ ເຊັ່ນ: ພັນໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມດຳ ທາງບໍລິສັດມີແນວພັນສະໜອງໃຫ້ ພ້ອມທັງໃຫ້ຄຳປຶກສາແລກປ່ຽນບົດຮຽນແກ່ຜູ້ທີ່ສົນໃຈ.

     ພ້ອມດຽວກັນນີ້, ທ່ານ ນາງ ກິ່ງແກ້ວ ຈັນທະ ລັງສີ ນັກທຸລະກິດຍິງ, ຜູ້ອໍານວຍການ ບໍລິສັດ ບໍລິຄໍາໄຊ ພັດທະນາ ສົ່ງເສີມກະສິກໍາ ຈໍາກັດກໍໄດ້ລາຍງານວ່າ:ຕົນເອງໃຊ້ຊີວິດຢ່າງງຽບໆມາໄດ້ຫລາຍປີ ເພື່ອມຸ່ງໝັ້ນພັດທະນາ ເນື້ອທີ່ປູກຕົ້ນໄມ້ກິນໝາກ(ໝາກມີ້ ແລະ ໝາກຖົ່ວລຽນ)ປະມານ 300 ກວ່າເຮັກຕາ ຈົນເຕີບໃຫຍ່ ແລະ ເຖິງເວລາເກັບກ່ຽວຜົນໄລຍະທໍາອິດ ແລະ ກຽມຈະສົ່ງອອກໄປຕະຫລາດຈີນພາຍໃນປີ 2025 ນີ້.


    ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ທັງເວົ້າທັງຍິ້ມດ້ວຍຄວາມພາກພູມໃຈວ່າ:“ປະເທດລາວ ແມ່ນບ່ອນຝັງສາຍແຮ່ແຜ່ສາຍບື ຂອງບັນພະບູລຸດເຮົາ ແລະ ເປັນແຜ່ນດິນທີ່ໃຫ້ກໍາເນີດ ຂອງຂ້າພະເຈົ້າ ເຊິ່ງມີຄວາມສວຍງາມ, ມີທໍາມະຊາດອັນອຸດົມສົມບູນ, ມີວັດທະນະທໍາ ຮີດຄອງປະເພອັນດີງາມ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນ. ຂ້າພະເຈົ້າເອງໄດ້ຕັດສິນໃຈປ່ຽນແຜ່ນດິນປອກໂລ້ນແຫ້ງກະແດງທີ່ມີຢູ່ໃນປັດຈຸບັນ ໃຫ້ກາຍເປັນແຜ່ນດິນເງິນ ແຜ່ນດິນຄໍາ ໃນອະນາຄົດອັນໄກ້ນີ້”
ເມື່ອກອນຕົນເອງກໍເຄີຍປູກໝາກກ້ວຍ ໃນພື້ນທີ່ຫລາຍຮ້ອຍເຮັກຕາ ໃນແຂວງບໍລິຄໍາໄຊ ເພື່ອສົ່ງອອກກ້ວຍໄປປະເທດຈີນ ແລະ ສາມາດສ້າງລາຍໄດ້ ເປັນກອບເປັນກໍາແທ້ ເຊິ່ງໄດ້ປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງວຽກເຮັດງານທໍາ ໃຫ້ຄົນທ້ອງຖິ່ນຫລາຍຮ້ອຍຊີວິດ, ເປັນໃບໜ້າໃບຕາ ຂອງປະ ເທດຊາດ ທັງຫລຸດຜ່ອນການນໍາເຂົ້າ ຈາກຕ່າງປະເທດອີກດ້ວຍ. ແຕ່ເຖິງແນວໃດກໍຕາມ ເມື່ອການເວລາຜ່ານໄປນັ້ນ ເງື່ອນໄຂ ແລະ ສະພາບກໍ່ປ່ຽນໄປເຊັ່ນກັນ ຍ້ອນຄວາມຕ້ອງການ ຂອງຕະຫລາດ ໃນປະເທດເພື່ອນບ້ານໄກ້ຄຽງ ແລະ ສາກົນມັນບໍ່ຄືເກົ່າ ຈິ່ງໄດ້ຕັດສິນໃຈລຸກໃໝ່ນັ່ງໃໝ່ ຕາມຍຸກຕາມສະໄໝຄື ການປັບໂຕໃຫ້ສອດຄ່ອງ ກັບແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໂດຍສະເພາະການພັດທະນາ ສີຂຽວຍືນຍົງ, ຫັນເປັນອຸດສາຫະກໍາທັນສະໄໝ, ກົນໄກເສດຖະກິດຕະຫລາດ, ຖືເອົາການຜະລິດກະສິກໍາ, ການປູກການລ້ຽງ ເປັນໄມ້ງັດເສດຖະກິດຂອງຊາດ, ເຊື່ອມໂຍງເສດຖະກິດ-ການຄ້າ ດີຈິຕອນໄປຄູ່ຂະໜານ ກັບເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ຂອບການຮ່ວມມື “ ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງ ລາວ-ຈີນ ເປັນກຸນແຈສໍາຄັນ ໃນການນໍາເອົາຜົນຜະລິດ ອອກສູ່ ສປ ຈີນ, ອາຊຽນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.

      ແນ່ນອນວ່າ ການປູກຖົ່ວລຽນ ແລະ ໝາກມີ້ ອາດລໍາບາກໃນການເບິ່ງແຍງ, ບົວລະບັດ ແລະ ເອົາໃຈໃສ່ເປັນພິເສດ ແຕ່ຫາກເມື່ອມັນໃຫຍ່ຂຶ້ນ ກໍ ບໍ່ຈໍາເປັນ ຕ້ອງເຮັດທຸກຢ່າງ ພຽງແຕ່ເບິ່ງແຍງ ແລະ ຕິດຕາມສັດຕູພືດ, ຫົດນໍ້າ, ໃຫ້ຝຸ່ນມັນ, ຕົກແຕ່ງກິ່ງງ່າເທົ່ານັ້ນກໍດີແລ້ວ. ປັດຈຸບັນນີ້ໄດ້ນໍາໃຊ້ ເນື້ອທີ່ທັງໝົດ 300 ກວ່າເຮັກຕາ ໃນນັ້ນປູກໝາກຖົ່ວລຽນພັນໝອນທອງ 10.000 ກວ່າຕົ້ນ ໃນພື້ນທີ່100 ເຮັກຕາ ແລະ ໝາກມີ້ພັນແດງສຸລິຍາ-ໝາກມີ້ພັນທະວາຍປີດຽວໃນເນື້ອທີ່ 200 ເຮັກຕາ ແລະ ຍັງສືບຕໍ່ປູກເພີ່ມຂຶ້ນເລື້ອຍໆໃນອະນາຄົດ.

     ສະເພາະໝາກມີ້ ທີ່ຈະສົ່ງໄປ ຈີນນີ້ມີ 2 ສາຍພັນຄື ແດງສຸລິຍາ (ເປັນບົວສີຂັ່ງແດງອອກສີສົມຟູ) ແລະ ທະວາຍປີດຽວ (ບົວສີເຫລືອງ ຄ້າຍຄືມ້ອນໄຂ່), ມີນໍ້າໜັກສະເລ່ຍ ລະໜ່ວຍລະ 10-20 ກິໂລຂຶ້ນໄປ ທັງສອງຊະນິດ ມີລົດຊາດສະເພາະ ແຊບອົມນໍ້າເຜີ້ງ, ມັນ, ຫວານ, ນຸ້ມ ແລະ ກອບໆ ເຊິ່ງກາຍເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກຫລາຍທີ່ສຸດໃນຈີນ.

     ແຕ່ເຖິງແນໃດກໍດີ ກ່ອນໜ້ານັ້ນ ປະເທດໄທແມ່ນຈັດອັນດັບທີ 1 ໃນອາຊຽນສໍາລັບສົ່ງອອກຖົ່ວລຽນ ໄປຕະຫລາດໂລກ ໂດຍສ່ວນໃຫຍ່ສົ່ງອອກໄປຈີນ, ເກົາຫລີ, ຍີ່ປຸ່ນ, ເອີຣົບ ແຕ່ປັດຈຸບັນນີ້ ຫວຽດນາມ, ມາເລເຊຍ, ຟີລິບປິນ, ອິນໂດເນເຊຍ ແລະ ລາວພວມຫັນທິດນິຍົມ ປູກໝາກຖົ່ວລຽນ ເພື່ອສົ່ງອອກຕະຫລາດໂລກເຊັ່ນກັນ.
ໄລຍະ 40 ທີ່ຜ່ານມາ, ເຖິງແມ່ນປະເທດລາວມີປະຫວັດການປູກໝາກຖົ່ວລຽນຄືກັບປະເທດເພື່ອນບ້ານໄກ້ຄຽງ ແຕ່ກໍເປັນການປູກແບບກະແຈກກະຈາຍພໍແຕ່ໄດ້ກິນຂອງໃຜຂອງມັນຕາມແບບວິຖີດັ້ງເດີມໃນພາກໃຕ້ຂອງລາວ ແລະ ບໍ່ແມ່ນເປັນການປູກ ຫລື ຜະລິດເປັນສິນຄ້າເພື່ອສົ່ງອອກ. ເມື່ອປະເທດມີເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າ ແລ ຜູ້ໂດຍສານນັບແຕ່ປີ 2021 ເຫັນການປູກຝັງ, ລ້ຽງສັດ ແລະ ການຜະລິດອື່ນໆເກີດເປັນໜໍ່ແໜງ ແລະ ມີບັນຍາກາດຟົດຟື້ນຜິດຫູຜິດຕາ ເຊິ່ງນັ້ນຍ້ອນວ່າລາວມີລະບົບພື້ນຖານໂຄງລ່າງຄຸນນະພາບສູງ ແລະ ພັກ-ລັດຖະບານມີນະໂຍບາຍທີ່ຖືກຕອ້ງສາມາດຕອບສະໜອງມຸ່ງມາດປາຖະໜາຕໍ່ທຸກຊັ້ນຄົນໄດ້ຢ່າງໜັກແໜ້ນໂດຍສະເພາະໂຄງການເສັ້ນທາງລົດໄຟລາວ-ຈີນນີ້ສາມາດຊ່ວຍໃຫ້ຜູ້ປະກອບການ ແລະ ຜູ້ໂດຍສານໄດ້ຮັບຄວາມສະດວກຫລາຍກວ່າ, ປະຢັດເວລາ, ປະຢັດເງິນ, ປະຢັດຕົ້ນທຶນຂົນສົ່ງ,  ບັນທຸກໄດ້ຫລາຍ, ມີຄວາມປອດໄພສູງ ແລະ ອື່ນໆບໍ່ເຄີຍມາກ່ອນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ


Top