ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

15/04/2025 10:09
Email Print 365
KPL ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    *ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ  ລວມທັງ ສປປ ລາວ, ໂດຍສະເພາະຜ່ານຊ່ອງທາງການຄ້າ ແລະ ການລົງທຶນ.

     ການຕັ້ງກຳແພງສິນຄ້າທີ່ກວມເອົາທັງເກົ່າ ແລະ ໃໝ່ນັ້ນອາດຈະເຮັດໃຫ້ຕົ້ນທຶນການນຳເຂົ້າສິນຄ້າໄປສະຫະລັດສູງຂຶ້ນ, ສົ່ງຜົນໃຫ້ການຄ້າສາກົນຫຼຸດລົງ ໃນນັ້ນປະເທດຄູ່ຄ້າຫລັກຂອງສະຫະລັດອາເມລິກາເຊັ່ນ:  ຈີນ, ສະຫະພາບເອີຣົບ, ການາດາ, ເມັກຊິໂກ, ອາຊຽນ ແລະ ອື່ນໆ ຈະປະເຊີນກັບຄວາມຕ້ອງການສິນຄ້າທີ່ຫລຸດລົງ ເນື່ອງຈາກລາຄາທີ່ແພງຂຶ້ນ. ນອກຈາກນີ້, ຜູ້ບໍລິໂພກໃນສະຫະລັດກໍ່ຈະພົບກັບລາຄາສິນຄ້າທີ່ສູງຂຶ້ນ ເຊິ່ງອາດນຳໄປສູ່ອັດຕາເງິນເຟີ້ ແລະ ກໍາລັງການຊື້ທີ່ຫຼຸດລົງເຊັ່ນກັນ.

     ປະເທດຄູ່ຄ້າບາງປະເທດອາດຕອບໂຕ້ດ້ວຍການຕັ້ງກຳແພງສິນຄ້າຂອງຕົນເອງ ນັ້ນອາດສົ່ງຜົນໃຫ້ເກີດສົງຄາມການຄ້າແຜ່ລາມ ແລະ ລົບກວນລະບົບຕ່ອງໂສ້ການຜະລິດທົ່ວໂລກ. ອົງການກອງທຶນເງິນຕາສາກົນ (IMF) ຄາດການວ່າ ຖ້າກຳແພງສິນຄ້າຖືກນຳໃຊ້ຢ່າງເຕັມທີ່, ເສດຖະກິດໂລກອາດເສຍປະມານ 7% ຂອງຈີດີພີ( GDP )ໃນປີຕໍ່ໆໄປ. ອຸດສາຫະກຳທີ່ຂຶ້ນກັບການນຳເຂົ້າວັດຖຸດິບ ຫຼື ຊິ້ນສ່ວນຈາກຕ່າງປະເທດ, ເຊັ່ນ: ລົດ,ເຮືອບິນ,ການແພດ ແລະ ເອເລັກໂຕຣນິກຈະໄດ້ຮັບຜົນກະທົບຢ່າງໜັກ.

     ຄວາມຈິງ ສປປ ລາວມີການສົ່ງອອກສິນຄ້າໄປສະຫະລັດໃນປະລິມານໜ້ອຍ, ສ່ວນໃຫຍ່ແມ່ນສິນຄ້າກະສິກຳ ແລະ ແຜ່ນແພ. ດ້ວຍການຕັ້ງກຳແພງພາສິນຄ້າຂອງທ່ານ ໂດໂນທຣໍາ ນັ້ນອາດເຮັດໃຫ້ລາວໄດ້ຮັບຜົກທົບເຊັ່ນກັນ ຢ່າງໃດກໍ່ຕາມ, ຜົນກະທົບທີ່ສຳຄັນຕໍ່ລາວຈະເປັນທາງອ້ອມ ຜ່ານຄູ່ຄ້າຫລັກຂອງລາວ, ໂດຍສະເພາະ ຈີນ, ໄທ, ແລະ ຫວຽດນາມ.

    ຖ້າເສດຖະກິດຂອງປະເທດເຫລົ່ານີ້ມີຂະຫຍາຍຕົວຊ້າລົງຍ້ອນກຳແພງສິນຄ້າສະຫະລັດ, ຄວາມຕ້ອງການສິນຄ້າຈາກລາວ, ເຊັ່ນ ໄຟຟ້າ, ແຮ່ທາດ, ແລະ ຜະລິດຕະພັນກະສິກຳ, ກໍ່ຈະຫລຸດລົງ. ໂດຍສະເພາະຂະແໜງພະລັງງານໄຟຟ້າ, ທີ່ລາວສົ່ງອອກໄປໄທ ແລະ ຫວຽດນາມ, ອາດປະເຊີນໜ້າຄວາມຕ້ອງການພະລັງງານຫຼຸດລົງ.

     ນອກຈາກນີ້, ລາຄາສິນຄ້ານຳເຂົ້າຂອງລາວ, ເຊັ່ນ ເຄື່ອງຈັກ, ວັດຖຸດິບ, ແລະ ສິນຄ້າອຸປະໂພກ, ອາດສູງຂຶ້ນ ຖ້າປະເທດຄູ່ຄ້າຖືກກະທົບຈາກການຄ້າທີ່ຂະຫຍາຍຕົວຊ້າລົງ. ເລື່ອງນີ້ຈະເຮັດໃຫ້ຄ່າຄອງຊີບໃນລາວສູງຂຶ້ນ, ໂດຍສະເພາະສິນຄ້າທີ່ຂຶ້ນກັບການນຳເຂົ້າ.

     ການລົງທຶນຕ່າງປະເທດໃນລາວ, ໂດຍສະເພາະໃນຂະແໜງພະລັງງານ ແລະ ໂຄງລ່າງ, ກໍ່ອາດຫຼຸດລົງ ຖ້າປະເທດຜູ້ລົງທຶນຢ່າງຈີນປະເຊີນກັບຄວາມຫຍຸ້ງຍາກທາງເສດຖະກິດ. ເລື່ອງນີ້ຈະສົ່ງຜົນໃຫ້ໂຄງການພັດທະນາຂອງລາວຊັກຊ້າລົງ ແລະ ຈະເພີ່ມຄວາມທຸກຍາກໃຫ້ ສປປ ລາວເພີ່ມຂຶ້ນ.

     ບັນດານັກວິເຄາະໄດ້ຕັ້ງຄໍາຖາມ: ຈຸດອາວະສານຍຸກໂລກາພິວັດ (Globalization) ອາດຢູ່ປາຍນີ້ວມື ຂອງ ທ່ານ ໂດໂນທຣໍາ ປະທານາທິບໍດີຂອງອາເມລິກາທີ່ພວມລັ່ນໄກປືນ ຈິງ ຫລື ບໍ່? ດັ່ງທີ່ຮູ້ນໍາກັນສະຕະວັດນີ້ແມ່ນຍຸກຄໍາຂອງໂລກາພິວັດພາຍໃຕ້ຄວາມໝາຍທີ່ວ່າ “ ຜົນຂອງການພັດທະນາໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນດ້ານຂໍ້ມູນຂ່າວສານ, ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ນະວັດຕະກໍາໃໝ່ ໃຫ້ຈະເລີນເຕີບໂຕຢ່າງຕໍ່ ເນື່ອງທີ່ພົວພັນກັບການຂະຫຍາຍຕົວເສດຖະກິດ, ການເມືອງ, ເຕັກໂນໂລຊີ ແລະ ວັດທະນະທໍາຢ່າງສົມເຫດສົມຜົນໃນໂລກ”ນັ້ນອາດເຖິງການສິ້ນສຸດກໍວ່າໄດ້ເພາະເຫດ ການຕັ້ງກໍາແພງສີສິນຄ້ານັ້ນພວມເປັນໄພຂົ່ມຄູ່ ແລະ ຂູດຮີດປະເທດຕ່າງໆໄປທົ່ວໂລກ ບໍ່ລະເວັ້ນຮອດປະເທດທຸກຍາກດ້ອຍພັດທະນາ ນັ້ນບໍ່ພຽງເປັນພຶດຕິກໍາ ຂາດຄວາມຮັບຜິດຊອບ ຕໍ່ການເປັນພາວະຜູ້ນໍາທີ່ໜ້າເຊື່ອຖື ແຕ່ຫາກຍັງເປັນການທໍາລາຍລະບົບເສດຖະກິດໂລກ ໃຫ້ເສຍຫາຍໄປພ້ອມໆກັນ.

    ຜ່ານມາຜູ້ສື່ຂ່າວສາກົນມັກເວົ້າ “ ໃນໂລກນີ້ບໍ່ມີມິດແທ້ ແລະ ສັດຕູຖາວອນ” ນີ້ແມ່ນເລື່ອງຈິງ ສອດຄ່ອງກັບ ວາລະສານທີ່ມີຊື່ສຽງ ໂດ່ງດັງອັນດັບຕົ້ນໆຂອງໂລກ(ເດິອີໂກໂນມິສຂອງປະເທດອັງກິດ ຫລື The Economist )ໄດ້ຂຽນບົດຄວາມອອກມາໂດຍພາດຫົວຂໍ້ຂ່າວເຜັດໆຮ້ອນໆຕອບໂຕ ທ່ານ ໂດໂນທຣໍາ ວ່າທີປະທານາທິບໍດີສະໄໝທີ 2 ຂອງສະຫະລັດໂດຍມີເນື້ອໃນວ່າ : “ ທ່ານ ໂດໂນທຣໍາ ໄດ້ກະທຳຄວາມຜິດທາງເສດຖະກິດທີ່ຮ້າຍແຮງ, ເປັນອັນຕະລາຍ ແລະ ບໍ່ຈຳເປັນເຮັດເລີຍໃນປັດຈຸບັນເພາະວິທີທີ່ລາວພວມເຮັດຢູ່ນັ້ນເປັນການປະພຶດຫລ້າສະໄໝ ແລະ ມັນໝົດຍຸກແລ້ວ, ເກືອບທຸກຢ່າງທີ່ລາວເວົ້າກ່ຽວກັບປະຫວັດສາດ, ເສດຖະກິດ ແລະ ເຕັກນິກການຄ້ານັ້ນແມ່ນການຫລອກລວງທັງໝົດ”.

     ບັນຫາດັ່ງກ່າວນັ້ນບໍ່ພຽງແຕ່ສື່ມວນຊົນຕາເວັນຕົກບໍ່ມັກ ແລະ ເບື່ອໜ່າຍຕໍ່ການຕັດສິນໃຈເຮັດລົງໄປ ຂອງ ທ່ານ ໂດໂນທຣໍາ ແຕ່ຫາກປະຊາຊົນຊາວອັງກິດ ແລະ ປະຊາຄົມໂລກຍັງໄດ້ກ່າວປະນາມຕໍ່ສິ່ງທີ່ລາວ ໄດ້ປະພຶດ ແລະ ເຮັດໃນສິ່ງບໍ່ຖືກຕອ້ງໃນຫລາຍເລື່ອງ ເຊິ່ງເປັນໄພຂົ່ມຂູ່ຕໍ່ມວນມະນຸດ ແລະ ຂັດຂວາງການພັດທະນາໂດຍທາງກົງ-ທາງອອ້ມຢ່າງປະຈັກຕາ.


     ລະຫວ່າງວັນທີ 4-5 ວັນຜ່ານມາໝາດໆນີ້ ພາຍໃນປະເທດສະຫະລັດອາເມລິກາກໍມີປະຊາຊົນນັບຫລາຍລ້ານຄົນໃນຈໍານວນ 50 ລັດໄດ້ອອກມາເດີນປະທ້ວງສະແດງຄວາມບໍ່ພໍໃຈ ຕໍ່ ການຕັດສິນໃຈເຮັດລົງໄປຂອງ ທ່ານ ທຣໍາ ຍ້ອນເປັນຜົນສືບເນື່ອງມາຈາກຄ່າຄອງຊີບແພງ, ເສດຖະກິດຕົກຕໍ່າ, ເງິນເຟີ້, ໄພວ່າງງານ ແລະ ໜີ້ສາລະນະຂອງສະຫະລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໄດ້ກະທົບປາກທ້ອງ ແລະ ການດໍາລົງຊີວິດຂອງຊາວອາເມລິກາພົບທາງຕັນເປັນຕົ້ນ: ເຂົ້າປາອາຫານຖີບຕົວສູງຂຶ້ນ ແລະ ຜະເຊີນຄວາມຫຍຸ້ງຍາກຂາດເຂີນບໍ່ເຄີຍມີມາກ່ອນ.

      ພາຍໃຕ້ການບັນຊາຫົວເຮືອໃຫຍ່ ຂອງ ທ່ານ ໂດໂນທຣໍາ ທີ່ໃຊ້ວິທີ “ ຜ່າຕັດໃຫຍ່ ຫລັງຈາກນັ້ນບາດແຜ ແລະ ຢາຈະຊ່ວຍໃຫ້ຄົນປ່ວຍ ຫລື ຄົນເຈັບຄ່ອຍໆດີຂຶ້ນ”, ເຊິ່ງມັນເປັນນະໂຍບາຍຂອງລາວໃນການສ້າງເປັນກົນໄກຕັ້ງກໍາແພງພາສີກີດກັ້ນການຄ້າທີ່ບໍ່ສົມເຫດບໍ່ສົມຜົນ ແລະ ບໍ່ຍຸຕິທໍາເລີຍ. ຕົວຢ່າງ ການຕັ້ງກໍາແພງພາສີກີດກັ້ນຄ້າໄປທົ່ວໂລກຈາກເບື້ອງຕົ້ນເກັບພາສີ 10% ຂຶ້ນສູງເກີນ100%, ຕໍ່ກັບເຫດການດັ່ງກ່າວນັກວິເຄາະທົ່ວໂລກໃຫ້ທັດສະນະວ່າມັນເປັນທໍາລາຍຮ່ວງໂສ້ການຄ້າໂລກ ແລະ ຈະເຮັດໃຫ້ວົງຈອນເສດຖະກິດໂລກລົ້ມລະລາຍໃນອະນາຄົດອັນໄກ້ນີ້ ເຊິ່ງຈະສົ່ງຜົນເຮັດໃຫ້ໄພເງິນເຟີ້ຖີບຕົວສູງຂຶ້ນແບບກ້າວກະໂດດ, ຄ່າຄອງຊີບສູງຂຶ້ນ ແລະ ສະພາບຄວາມທຸກຍາກຈະສືບຕໍ່ແຜ່ລາມໄປທົ່ວໂລກຫລາຍຂຶ້ນ.

     ທ່ານ ດຣ ອະທິບ ອັດວານັນ, ນັກຊ່ຽວຊານເສດຖະກິດ ແລະ ນັກຂຽນຈາກປະເທດໄທ, ອະດີນັກສຶກສາຈາກມະຫາວິທະຍາໄລຊິຄາໂກ, ມະຫາວິທະຍາໄລຄາເນກິເມວເບີນໄດ້ຍົກໃຫ້ເຫັນໃນສິ່ງທີ່ ທ່ານ ທຣໍາເຮັດໃນປັດຈຸບັນນີ້ບໍ່ຕ່າງຫຍັງກັບຍຸກປີ 1900 ທີ່ປະເທດຕ່າງໆສ້າງກໍາແພງພາສີກີດ ກັ້ນສິນຄ້າເຮັດໃຫ້ເສດຖະກິດໂລກທົດຖອຍ ແລະ ເສຍຫາຍຢ່າງໜັກ. ລາວຍັງກ່າວວ່າ ທ່ານ ທຣໍາອາດເປັນນັກທຸລະກິດສະຫລາດສຸດຍອດທີ່ຫລິ້ນເກມໄປທົ່ວໂລກ ແລະ ຫລາຍປະເທດອາດຕົກຫລຸມກັບດັກຂອງ ທ່ານ ທຣໍາ ທີ່ຕັ້ງກໍາແພງພາສີສູງກວ່າໃນຍຸກສົງຄາມໂລກຄັ້ງທີ 2 ເອີ້ນວ່າ: ໂຍບາຍປ່ວງບ້າ ນັ້ນໝາຍວ່າ ທ່ານ ທຣໍາບໍ່ແມ່ນຄົນໂງ່ຄື ຫລາຍ ທ່ານ ຄິດ ແຕ່ເປັນນັກທຸລະກິດທີ່ປະສົບຜົນສໍາ ເລັດມາກ່ອນຈາກການເຮັດທຸລະກິດອະສັງຫາລິມະຊັບກາຍເປັນຄົນຮັ່ງມີດ້ວຍການຕໍ່ລອງ ຖ້າໃຜໄດ້ອ່ານບົດຄວາມເດິອາສອອບເດິດຽວ(The Art of The Deal) ຈະພົບວ່າ ທ່ານ ທຣໍາເປັນນັກຕໍ່ລອງການຄ້າ ແລະ ການຕະຫລາດທີ່ດຸເດືອດຮຸນແຮງມາຕະຫລອດໂດຍວິທີຂອງ ທຣໍາມັກໃຊ້ແມ່ນຕັ້ງລາຄາໃຫ້ສູງກ່ອນສະເໝີແລ້ວເຮັດໃຫ້ຝ່າຍກົງກັນຂ້າມມາຂໍຕໍ່ລອງເພື່ອຫລຸດລົງ ສະນັ້ນ ການຕັ້ງກໍາແພງທີ່ສູງໃນປັດຈຸບັນກໍເໜືອການ ຕັ້ງລາຄາສິນຄ້າທີ່ສູງເກີນເພື່ອໃຫ້ຄົນມາຕໍ່ລອງເພື່ອສະແຫວງຜົນປະໂຫຍດຂອງຕົນເອງ.

      ອີງຕາມແຫລ່ງຂ່າວຂອງຈາຍນາເດຍລີ (China daily) ໄດ້ລາຍງານບົດຕອບສໍາພາດຂອງ ທ່ານ ອາເຊັມ ຮານາຟີ( Assem Hanafi) ເອກອັກຄະລັດຖະທູດອີຢິບປະຈຳຈີນໃນວັນທີ 9 ເມສານີ້ວ່າ: ໂລກາພິວັດບໍ່ແມ່ນການປະດິດສ້າງ ຫລື ແບບແຜນວິທີໃໝ່ ແຕ່ມັນເປັນຄວາມຈິງທີ່ພວກເຮົາຕ້ອງຢູ່ຮ່ວມກັນກັບນຳມັນໃຫ້ໄດ້, ໂດຍເນັ້ນໜັກເຖິງຜົນປະໂຫຍດຂອງໂລກາພິວັດ, ການເປີດກວ້າງຕະຫລາດ, ການແລກປ່ຽນຄວາມຮູ້, ການເຄື່ອນໄຫວຂອງມະນຸດ, ທັງການພົວພັນດ້ານເສດຖະກິດ ແລະ ບໍ່ແມ່ນພື້ນຖານເສດຖະກິດລ້ວນໆແຕ່ແມ່ນສາຍເຫດສຳຄັນທີ່ເຮັດໃຫ້ ອີຢິບ ເຄື່ອນໄຫວຊຸກຍູ້ການຫັນເປັນໂລກາພິວັດ. ໃນສະພາບການສາກົນທີ່ສັບສົນໃນປະຈຸບັນ, ທ່ານ Hanafi ກ່າວວ່າ ການຮ່ວມມືມີຄວາມສຳຄັນຫລາຍກວ່າສິ່ງອື່ນໃດ ແລະ ອີຢິບໜຶ່ງໃນຄູ່ຮ່ວມຊະຕາກໍາມວນມະນຸດໃນໂລກນີ້ກໍໄດ້ຮັບຜົນປະໂຫຍດອັນໃຫຍ່ຫລວງຈາກການຮ່ວມມືສາກົນ, ໂດຍການເພີ່ມທະວີຄວາມເຂົ້າໃຈກັບວົງຄະນະຍາດສາກົນ ແລະ ການພົວພັນລະຫວ່າງປະຊາຊົນຢ່າງເລິກເຊິ່ງແມ່ນບົດບາດສຳຄັນໃນການພັດທະນາຂອງປະເທດ.
 
     ສື່ລາວທຽນທາມສ (The Laotiane Times ) , ເປັນໜຶ່ງໃນ ສື່ເອກະຊົນລາວເປັນພາສາອັງກິດໄດ້ນໍາສະເໜີຂ່າວວ່າ ສປປ ລາວແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ  ຖືວ່າເປັນປະເທດດ້ອຍພັດທະນາອາດຈະໄດ້ຮັບຜົນກະທົບ ແລະ ພວມຜະເຊີນໜ້າກັບການໃຊ້ມາດຕະການເກັບພາສີສິນການຄ້າຂອງ ທ່ານ ທຣໍາ,ທີ່ມີສູງເຖິງ 48%  ປັດຈຸບັນນີ້ ລັດຖະບານລາວ ຍັງບໍ່ມີທ່າທີອອກຂ່າວຕອບໂຕ ຢ່າງເປັນທາງການ ຕໍ່ນະໂຍບາຍການຂຶ້ນພາສີ ຂອງ ທ່ານ ທຣໍາ , ແຕ່ເຈົ້າໜ້າທີ່ຈາກກະຊວງອຸດສາຫະກໍາ ແລະ ການຄ້າຂອງ ສປປ ລາວເວົ້າວ່າໄດ້ຕິດຕາມສະຖານະການຢ່າງໃກ້ຊິດ.

      ທ່ານ ທຣຳ ປະທານນາທິບໍດິສະຫະລັດອາເມລິກາ ປະກາດເກັບພາສີສິນຄ້ານຳເຂົ້າຈາກຫລາຍປະເທດທີ່ອ້າງວ່າເກີນດຸນການຄ້າກັບສະຫະລັດ ໃນນັ້ນມີບັນດາປະເທດໃນອາຊຽນທີ່ໄດ້ຮັບຜົນກະທົບຢ່າງໜັກປະກອບມີຄື:  ກຳປູເຈຍ 49%, ລາວ 48%, ຫວຽດນາມ 46%, ມຽນມາ 44%, ໄທ 36%,  ອິນໂດເນເຊຍ 32%, ມາເລເຊຍ 24%, ບຣູໄນ 24% , ຟິລິບປິນ 17% ແລະ ສິງກະໂປ 10% ເຊິ່ງການປະກາດຈັດເກັບພາສີດັ່ງກ່າວນັ້ນໄດ້ເລີ່ມຈາກຂັ້ນຕ່ຳ 10% ເຖິງເກີນ 100% ເຊິ່ງມີຜົນບັງຄັບໃຊ້ນັບໃນວັນທີ 9 ເມສາຜ່ານມານີ້ ແລະ ສປປ ລາວເປັນປະເທດທີ 2 ຮອງຈາກປະເທດກໍາປູເຈຍໄດ້ຮັບກະທົບແຮງທີ່ສຸດໃນບັນດາ 10 ປະເທດສະມາຊິກອາຊຽນ.

      ຕໍ່ກັບເຫດການທີ່ວ່ານັ້ນ, ນັກທຸລະກິດລາວຈໍານວນໜຶ່ງໄດ້ກ່າວວ່າ: ແທນທີ່ ທ່ານ ໂດໂນທຣໍາຄວນຈະມີຈິດສໍານຶກເປັນຄົນມີເມດຕາ, ມີຄວາມປະນີປະນອມ ແລະ ເຫັນອົກເຫັນໃຈຊ່ວຍເຫລືອປະເທດດ້ອຍພັດທະນາທຸກຍາກ ແຕ່ກົງກັນຂ້າມລາວຊໍ້າພັດຍິ່ງ ສ້າງຄວາມກັງວົນໃຈ, ຄວາມຫຍ້ງຍາກ ແລະ   ເພີ່ມຄວາມທຸກຍາກໃຫ້ເຂົາເຈົ້າຕື່ມອີກ ທັງທີ່ຮູ້ວ່າ ສປປ ລາວ ໜຶ່ງໃນສະມາຊິກອາຊຽນກໍໄດ້ຮັບຜົນກະທົບ ແລະ ມີບາດແຜອັນເຈັບປວດຈາກສົງຄາມອິນໂດຈີນທີ່ສະຫະລັດເອົາເຮືອບິນມາຖິ້ມລູກລະເບີດໃສ່ແຜ່ນດິນຂອງລາວເກືອບ 3 ລ້ານໂຕນໃນປີ 1964 ຈົນເຖິງປັດຈຸບັນນີ້ລະເບີດຕົກຄ້າງຝັ່ງໄວ້ໃຕ້ດິນກໍຍັງສືບຕໍ່ເຂັນຂ້າປະຊາຊົນລາວໃນເຂດຊົນນະບົດຈໍານວນບໍ່ໜ້ອຍ ແລະ ຊາວລາວຈໍານວນໜຶ່ງບໍ່ສາມາດເຂົ້າເຖິງພື້ນທີ່ຜະລິດກະສິກໍາທີ່ເຕັມໄປດ້ວຍ “ ມໍລະດົກບາບ ” ທີ່ມະນຸດບໍ່ປາຖະໜາ.

    

     ຫລ້າສຸດບັນດາປະເທດສະມາຊິກອາຊຽນໄດ້ລາຍງານວ່າ: ຈະຈັດກອງປະຊຸມປຶກສາຫາລືບັນຫາການເພີ່ມພາສີຂອງອາເມລິກາທີ່ມີຕໍ່ອາຊຽນເພື່ອຮັບມືກັບສິ່ງທ້າຍທາຍໃໝ່ ພ້ອມດຽວກັນນີ້ ທ່ານອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຢືນຢັນຕໍ່ສື່ມວນຊົນໃນວັນທີ 4 ເມສານີ້ວ່າ: ຈະປຶກສາຫາລືກັບບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງເສີມຫລັກການຍຸຕິທຳຂອງການຄ້າສາກົນ ແລະ ຄາດວ່າຈະປຶກສາຫາລືກ່ຽວກັບຜົນກະທົບຕໍ່ ການຄ້າ, ການລົງທຶນ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດຂອງພາກພື້ນ.

      ປັດຈຸບັນນີ້, ການຄ້າລະຫວ່າງອາຊຽນ ແລະ ອາເມລິກາໄດ້ບັນລຸປະມານ 476,8 ຕື້ໂດລາໃນປີ 2024 ໃນນັ້ນ ການສົ່ງອອກສິນຄ້າຂອງອາເມລິກາໄປອາຊຽນໃນປີ 2024 ບັນລຸ 124,6 ຕື້ໂດລາ, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ປີ 2023, ການນຳເຂົ້າສິນຄ້າຂອງອາເມລິກາຈາກອາຊຽນມີເຖິງ 352,34 ຕື້ໂດລາ, ເພີ່ມຂຶ້ນ 13,4 ຕື້ໂດລາ. 2023. ການຂາດດຸນການຄ້າຂອງອາເມລິກາກັບອາຊຽນປະມານ 227 ກວ່າຕື້ໂດລາໃນປີ 2024, ເພີ່ມຂຶ້ນ 11.6 % ເມື່ອທຽບໃສ່ປີ 2023.

      ແນວໃດກໍດີ ເຖິງແມ່ນວ່າສະຫະລັດອາເມລິກາຂຶ້ນຊື່ລືນາມເປັນປະເທດມະຫະອໍານາດທີ່ປຽບລົ້ນໄປດ້ວຍຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການທະຫານເປັນອັນດັບຕົ້ນໆຂອງໂລກກໍຕາມ ແຕ່ຖ້າຫາກວ່າໝູ່ຄົນໝົດໂລກນີ້ບໍ່ພໍໃຈ ແລະ ໝົດຄວາມເຊື່ອໝັ້ນ ເຊື່ອວ່າທຸກໆປະເທດກໍຈະຄ່ອຍໆຕີໂຕຫ່າງເຫີນອອກໄປ ແລະ ຕັດຂາດຍາດມິດເຊັ່ນກັນ.
ຢ່າລືມວ່າໂລກໜ່ວຍນີ້ເປັນເວທີຢູ່ຮ່ວມກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ແບ່ງປັນຜົນປະໂຫຍດຮ່ວມກັນ, ໃຫ້ຄວາມຍຸຕິທໍາ ແລະ ສະເໜີພາບກັນ, ມີຄວາມປະນີປະນອມ ປອງດອງກັນ, ຮ່ວມກັນຮັກສາສັນຕິພາບ ແລະ ຄວາມສະຫງົບສຸກ, ບໍ່ແບ່ງແຍກສຽດສີຄົ້ນລົ້ມໂຈມຕີ ແລະ ບໍ່ຖິ້ມໃຜໄວ້ຢູ່ເບື້ອງຫລັງ ເຊິ່ງເປັນສິ່ງທີ່ມະນຸດທຸກຄົນປາຖະໜາຢ່າງແທ້ຈິງ.  
ໂດຍ: ສອດສ່ອງ

 
KPL

ຂ່າວອື່ນໆ


Top