ກະຊວງ ຖວທ ບາສີສູ່ຂວັນສະຫລອງປີໃໝ່ລາວ 2025

13/04/2025 17:50
Email Print 448
KPL ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີບາສີສູ່ຂວັນສະເຫລີມສະຫລອງບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ ພສ 2568 ໃນວັນທີ 11 ເມສາ 2025 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຄະນະພັກ-ຄະນະນຳກະຊວງ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນກະຊວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.



ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີບາສີສູ່ຂວັນສະເຫລີມສະຫລອງບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ ພສ 2568 ໃນວັນທີ 11 ເມສາ 2025 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຄະນະພັກ-ຄະນະນຳກະຊວງ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນກະຊວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.










ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ອວຍພອນປີໃໝ່ລາວ ໃຫ້ແກ່ບັນດາພະນັກງານ ແລະ ແຂກທີ່ເຂົ້່າຮ່ວມດ້ວຍຄວາມຮັກແພງ, ມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດ ຂອງຕົນ ແລະ ຄອບຄົວ ທຸກປະການຕະຫລອດປີ ພສ 2568 ນີ້. ການຈັດງານໃນຄັ້ງນີ້, ເປັນການຮັກສາຮີດຄອງປະເພນີ ແລະ ຮັກສາມູນເຊື້ອ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານ ເປັນຕົ້ນແມ່ນປະຕິບັດຕາມຮີດ 12 ຄອງ 14 ອອກສູ່ສາຍຕາສາກົນ, ທັງເປັນການເສີມສ້າງ ຄວາມສາມັກຄີຮັກແພງ ພາຍໃນ ໃຫ້ແໜ້ນແຟ້ນ ແລະ ເພື່ອເປັນການຮັບໂຊກຮັບໄຊຕະຫລອດປີໃໝ່.







ຂ່າວ: ກິດຕາ
ພາບ: ເກດສະໜາ
KPL

ຂ່າວອື່ນໆ


Top