ຊາວໜຸ່ມປຽບເໝືອນແຂນຂວາຂອງພັກ ເປັນກະດູກສັນຫລັງຂອງຊາດ

10/04/2025 09:46
Email Print 740
KPL ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    *ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະຜ່ານມາຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ.

     ໃນສະພາບປັດຈຸບັນທີ່ມີຄວາມຫຍຸ້ງຍາກ ທັງທາງດ້ານເສດຖະກິດ, ສັງຄົມ ຫລື ໄພທາງທຳມະຊາດຕ່າງໆ ໄດ້ກະທົບຕໍ່ການສ້າງສາພັດທະນາປະເທດຊາດ, ສະນັ້ນ ຊາວໜຸ່ມລາວຜູ້ທີ່ກຳລັງວັງຊາເຂັ້ມແຂງ, ມີສະຕິປັນຍາອັນແຫລມຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດຍິ່ງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນເຂົ້າໃນທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງ ຕັ້ງໜ້າໃຫ້ສົມກັບວ່າຊາວໜຸ່ມ ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ. ແນວໃດກໍດີເພື່ອເຮັດສຳເລັດໜ້າທີ່ອັນມີກຽດສະຫງ່ານັ້ນ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີນ້ຳໃຈຮັກຊາດ; ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງສືບຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂເອື້ອອຳນວຍໃນການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ; ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະ ພາບ, ຂະຫຍາຍສະມາຊິກໃຫ້ກວ້າງຂວາງ; ຍົກສູງຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງດ້ານວິທະຍາສາດ-ເຕັກໂນໂລຊີ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງຊາວໜຸ່ມ- ເຍົາວະຊົນ; ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ- ເຍົາວະຊົນໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ- ພັດທະນາ, ວຽກງານ 3 ສ້າງຂອງພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ຕິດພັນກັບຄໍາຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກບ່ອນໃດທຸກຊາວໜຸ່ມມີໜ້າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”.

     ທັງໝົດນັ້ນແມ່ນຄາດໝາຍສູ້ ຊົນລວມຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ຕ້ອງໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ບັນລຸຜົນ ໄປຄຽງຄູ່ກັບການຝຶກຝົນຫລໍ່ຫລອມຕົນເອງໃນທຸກຂົງເຂດວຽກງານເພື່ອໃຫ້ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງຊາດທີ່ມີຄຸນນະພາບ ປະກອບສ່ວນນຳພາປະເທດຊາດກ້າວສູ່ຈຸດໝາຍທີ່ພັກ-ລັດ ວາງໄວ້ຢ່າງສະຫງ່າອົງອາດສົມກັບສາຍານາມ “ຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ”. 

KPL

ຂ່າວອື່ນໆ

    • ຫວນຄືນຄວາມຊົງຈໍາທີ່ເຄີຍຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນບົດ-ສາລະຄະດີ

      ຫວນຄືນຄວາມຊົງຈໍາທີ່ເຄີຍຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນ

      4/24/2025 10:57:28 AM

      ສາຍພົວພັນລາວ-ຈີນ ຄົບຮອບ 64 ປີ ບໍ່ໄດ້ສະທ້ອນໃຫ້ເຫັນພຽງສັນຍະລັກໝັ້ນຄົງຍາວນານເທົ່ານັ້ນ ແຕ່ຫາກຍັງເປັນຂີດໝາຍສໍາຄັນແຫ່ງປະຫວັດສາດ ລະຫວ່າງ ສອງພັກ-ລັດ ລາວ-ຈີນ, ຈີນ-ລາວ ໄດ້ຮ່ວມມືກັນເຮັດຕົວຈິງຢ່າງໜັກແໜ້ນ, ສູ້ຊົນບຸກທະລຸຜ່ານອຸປະສັກກີດກັ້ນດ້ານການພັດທະນາ ຜ່ານມາເປັນປະຈັກຕາດ້ວຍການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

    • ປູກເຫັດຂາຍສ້າງລາຍຮັບຫລາຍລ້ານກີບຕໍ່ເດືອນບົດ-ສາລະຄະດີ

      ປູກເຫັດຂາຍສ້າງລາຍຮັບຫລາຍລ້ານກີບຕໍ່ເດືອນ

      4/24/2025 10:26:58 AM

      ເຫັດ ແມ່ນພືດຈໍາພວກເຊື້ອລາເປັນອາຫານປະເພດຜັກບ່ໍມີໄຂມັນ ມີການຈະເລີນເຕີບໂຕເປັນສາຍໃຍ, ມີສານອາຫານທໍາມະຊາດທີ່ອຸ ດົມສົມບູນໄປດ້ວຍວິຕາມິນ, ມີສັບພະຄຸນທາງຢາຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ ແລະ ຊ່ວຍຫລຸດອັດຕາຄວາມສ່ຽງຂອງພະຍາດຕ່າງໆ.

    • ວຽກງານຮັບປະກັນຂົນສົ່ງ ເວລາໃດກໍ່ຕິດພັນກັບພາລະກິດ ແລະ ໄຊຊະນະລວມຂອງການປະຕິວັດລາວບົດ-ສາລະຄະດີ

      ວຽກງານຮັບປະກັນຂົນສົ່ງ ເວລາໃດກໍ່ຕິດພັນກັບພາລະກິດ ແລະ ໄຊຊະນະລວມຂອງການປະຕິວັດລາວ

      4/24/2025 10:12:46 AM

      ວຽກງານຂົນສົ່ງ ແມ່ນວຽກງານໜຶ່ງທີ່ສໍາຄັນຈໍາເປັນຂາດບໍ່ໄດ້, ຊຶ່ງມັນໄດ້ຕິດພັນກັບທຸກໄຊຊະນະ, ທຸກໄລຍະຂອງພາລະກິດປະຕິວັດ ແຕ່ຫົວທີ, ບໍ່ວ່າໃນສະໄໝຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ, ການພັດທະນາປະເທດຊາດ.

    • ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນຫວຽດນາມລາວບົດ-ສາລະຄະດີ

      ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນຫວຽດນາມລາວ

      4/24/2025 9:55:06 AM

      ໜັງສືພິມປະເທດລາວສະບັບຜ່ານມາ ກໍ່ໄດ້ສະເໜີບົດສຳພາດຂອງທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ກ່ຽວກັບ “ການພົວພັນທາງການເມືອງລາວ-ຫວຽດນາມ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້ ຈະມາສະເໜີກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນຫວຽດນາມ-ລາວ ຈາກບົດສຳພາດຂອງທ່ານ ທູດໃຫ້ທ່ານຜູ້ອ່ານຕື່ມ.

    •  ສືບຕໍ່ເສີມຂະຫຍາຍສາຍພົວພັນ ສາມັກຄີ  ພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວບົດ-ສາລະຄະດີ

      ສືບຕໍ່ເສີມຂະຫຍາຍສາຍພົວພັນ ສາມັກຄີ ພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ

      4/22/2025 4:12:57 PM

      ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງ ພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງ ມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025 ນີ້


Top