ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

09/04/2025 12:21
Email Print 468
KPL ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.



ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ
64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.

ໃນພິທີ ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ຍົກ​​ໃຫ້​ເຫັນກ່ຽວກັບຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ວ່າ: ວັນທີ 5-12 ເມສາ 1961 ສູນກາງພັກ ໄດ້ດໍາເນີນກອງປະຊຸມ ຄົບຄະນະຂຶ້ນຢູ່ຄັງໄຂ ແຂວງຊຽງຂວາງ, ກອງປະຊຸມໄດ້ຄົ້ນຄວ້າ, ຕົກລົງຫລາຍບັນຫາທີ່ສໍາຄັນ ກ່ຽວກັບການປະຕິວັດຢູ່ລາວ ໃນສະເພາະໜ້າ ແລະ ຍາວນານ. ໃນນັ້ນ, ໄດ້ຕົກລົງປັບປຸງ ກໍ່ສ້າງກໍາລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາອົງການນໍາຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ ຄະນະປ້ອງກັນພາຍໃນມາເປັນ ຫ້ອງການປ້ອງກັນຄວາມສະຫງົບສູນກາງໂດຍແມ່ນ ທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນໍາ, ບົນພື້ນຖານ ແລະ ເຫັນໄດ້ຄວາມສໍາຄັນຜ່ານ ໄລຍະປະຫວັດສາດດັ່ງກ່າວ, ສູນກາງພັກ, ລັດຖະບານ ຈຶ່ງໄດ້ຕົກລົງອອກດໍາລັດສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນ ຄວາມສະຫງົບຢ່າງເປັນທາງການ.




ການກໍາເນີດຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນ ທາງດ້ານການເມືອງອັນໃຫຍ່ຫລວງ ໃນປະຫວັດສາດຂອງຊາດລາວ
; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນ ຢ່າງດີຕະຫລອດມາ; ກໍາລັງ ປກສ ເຮົາທັງເຄື່ອນໄຫວປ້ອງກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ດ້ວຍການສ້າງພະລາທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງຮາກຖານເຊິ່ງໄດ້ຮັບຄວາມຮັກ ແພງ, ອູ້ມຊູຊ່ວຍເຫລືອ ຈາກປະຊາຊົນຕະຫລອດມາ, ເຖິງວ່າໃນເບື້ອງຕົ້ນ ກໍາລັງເຮົາຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫລ້າສະໄໝ; ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກໍາລັງ ປກສ ໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນ ອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມກັບກອງທັບ, ປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດພາຍນອກ ແລະ ລູກ ແຫລ້ງຕີນມືຂາຍຊາດ.

ຕະຫລອດ 64 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ, ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫລວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນ ເອກະລາດແຫ່ງຊາດ; ຕະຫລອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ; ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ກໍາລັງພວກເຮົາໄດ້ສາມັກຄີເປັນຈິດໜຶ່ງ ໃຈດຽວໃນການປະຕິບັດ ໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ.




ຜົນສໍາເລັດທີ່ກໍາລັງປ້ອງກັນຄວາມສະຫງົບ ຍາດມາໄດ້ໃນໄລຍະຜ່ານມາ
, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກໍາລັງ ປກສ, ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວ     ແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນ ຂອງສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວກໍາລັງ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດ ດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ, ອັນໄດ້ສະແດງໃຫ້ເຫັນວ່າ: ພາຍໃຕ້ການນໍາພາ ຂອງພັກ, ກໍາລັງ ປກສ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກໍາລັງປະກອບອາວຸດປະຕິວັດ, ຍາມໃດກໍສະໜອງຕອບຕໍ່ຄໍາຮຽກຮ້ອງຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ, ຍາມໃດກໍ່ເດັດດ່ຽວໜຽວແໜ້ນ, ກ້າວເດີນຕາມອຸດົມການຂອງພັກ. ຕະຫລອດໄລຍະ 64 ປີ ກໍາລັງປ້ອງກັນຄວາມສະຫງົບ ໄດ້ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າເຊິ່ງເປັນພື້ນຖານ ອັນໜັກແໜ້ນໃຫ້ການກ້າວຂຶ້ນປັບປຸງ ກໍາລັງປະກອບອາວຸດ ໃຫ້ມີແບບ ແຜນກ້າວໄປ ສູ່ຄວາມທັນສະໄໝ ເພື່ອອະນາຄົດອັນສົດໃສຂອງປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງ ໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກໍາລັງພວກເຮົາກ້າວຂຶ້ນ ສ້າງທ່ວງທ່າໃໝ່ ຢ່າງໜັກແໜ້ນ.

ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບຊົມ ການສະແດງສິລະປະຈາກ ກອງສິລະປະກອນປ້ອງກັນຄວາມສະຫງົບ ທີ່ສ່ອງແສງໃຫ້ເຖິງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ຂອງກໍາລັງປ້ອງກັນຄວາມສະຫງົບຜ່ານບົດເພງ, ບົດຟ້ອນທີ່ເຕັມໄປດ້ວຍຄວາມສວຍສົດງົດງາມ, ມ່ວນຊື່ນ ແລະ ແຝງໄປດ້ວຍຄວາມເຂັ້ມແຂງ ຂອງກໍາລັງປ້ອງກັນຄວາມສະຫງົບ.

ຂໍ້​ມູນ-ພາບ: ໜັງສືພິມ​ຄວາມ​ສະຫງົບ

KPL

ຂ່າວອື່ນໆ


Top