KPL
ຖ້ຽວບິນ ໝາຍເລກ VN9711 ຂອງ Vietnam Airlines ໄດ້ຂົນສົ່ງສິນຄ້າ ຊ່ວຍເຫລືອ ເກືອບ 30 ໂຕນໄປ ມຽນມາ ເພື່ອໜູນຊ່ວຍ ປະເທດເພື່ອນ ຜ່ານຜ່າຜົນຮ້າຍ ຈາກໄພພິບັດ ແຜນດິນໄຫວ ເກີດຂຶ້ນ ຢ່າງຮ້າຍແຮງ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ຖ້ຽວບິນ ໝາຍເລກ VN9711 ຂອງ Vietnam Airlines ໄດ້ຂົນສົ່ງສິນຄ້າ ຊ່ວຍເຫລືອ ເກືອບ 30 ໂຕນໄປ ມຽນມາ ເພື່ອໜູນຊ່ວຍ ປະເທດເພື່ອນ ຜ່ານຜ່າຜົນຮ້າຍ ຈາກໄພພິບັດ ແຜນດິນໄຫວ ເກີດຂຶ້ນ ຢ່າງຮ້າຍແຮງ. ສິນຄ້າ ຊ່ວຍເຫລືອ ລວມມີ ບັນດາ ເຄື່ອງຂອງ ທີ່ຈຳເປັນ, ຄື: ອາຫານແຫ້ງ, ຕູບ ແລະ ບັນດາສິນຄ້າ ຈຳເປັນອື່ນໆ. ບັນດາເຄື່ອງຊ່ວຍເຫລືອໄດ້ຫໍ່, ກວດກາ ຢ່າງລະອຽດ ກ່ອນທີ່ ດຳເນີນ ບັນດາ ຂັ້ນຕອນຕໍ່ໄປ ຂອງການຂົນສົ່ງ. Vietnam Airlines ໄດ້ສົມທົບກັນ ມອບສິນຄ້າ ຊ່ວຍເຫລືອ ທັງໝົດໃຫ້ແກ່ ບັນດາອົງການທີ່ ມີໜ້າທີ່ຝ່າຍ ມຽນມາ ເພື່ອສົ່ງໄປເຖິງ ປະຊາຊົນ ເຂດຖືກຜົນສະທ້ອນ ຢ່າງທັນການ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL