ສປ ຈີນ ຊຸກຍູ້ການຫັນເປັນດີຈີຕອນທາງດ້ານຄົມມະນາຄົມຕາມທາງຫລວງ-ທາງນ້ຳ

10/04/2025 14:35
Email Print 387
KPL ກະ​ຊວງ ຄົມ​ມະ​ນາ​ຄົມ ​ຂົນ​ສົ່ງ​​ ແລະ​ ກະ​ຊວງ​ ການ​ເງິນ​ຈີນ ​ໄດ້​ປະ​ກາດ ​ລາຍ​ຊື່​ ແຂວງ​ ແລະ ​ນະ​ຄອນ ງວດ​ທີ 2 ທີ່​ຈະໄດ້​ຮັບ ​ງົບ​ປະ​ມານ ​ສະ​ໜັບ​ ສະ​ໜູນ ການ​ຫັນ​ພື້ນ​ຖານ​​ ໂຄງ​ລ່າງ ເປັນແບບ​​ດີ​ຈີ​ຕອນ ​ທາງດ້ານ​ຄົມ​ມະ​ນາ​ຄົມ ​ຕາມ​ທາ​ງ​ຫລວງ​ ແລະ ​ທາງ​ນ້ຳ​.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນ​ທີ 9 ເມ​ສານີ້​, ກະ​ຊວງ ຄົມ​ມະ​ນາ​ຄົມ ​ຂົນ​ສົ່ງ​​ ແລະ​ ກະ​ຊວງ​ ການ​ເງິນ​ຈີນ ​ໄດ້​ປະ​ກາດ ​ລາຍ​ຊື່​ ແຂວງ​ ແລະ ​ນະ​ຄອນ ງວດ​ທີ 2 ທີ່​ຈະໄດ້​ຮັບ ​ງົບ​ປະ​ມານ  ​ສະ​ໜັບ​ ສະ​ໜູນ ການ​ຫັນ​ພື້ນ​ຖານ​​ ໂຄງ​ລ່າງ ເປັນແບບ​​ດີ​ຈີ​ຕອນ ​ທາງດ້ານ​ຄົມ​ມະ​ນາ​ຄົມ ​ຕາມ​ທາ​ງ​ຫລວງ​ ແລະ ​ທາງ​ນ້ຳ​. ນັບ​ແຕ່​ປີ 2024 ເປັນ​ຕົ້ນ​ໄປ, ພາຍ​ໃນ ​ເວ​ລາ​ ປ​ະ​ມານ 3 ປີ, ສອງ​ກະ​ຊວງ​ ດັ່ງ​ກ່າວ ​ຈະ​ສະ​ໜັບ​ສະ​ໜູນ 30 ​ແຂວງ​ ແລະ ​ນະ​ຄອນ ເພື່ອ​​ເນັ້ນ​ໃສ່ ຊຸກ​ຍູ້ ​ການ​ຫັນ​ເປັນ​​ ດີ​ຈີ​ຕອນ​ ຂອງ​ເສັ້ນ​ທາງ​ຕ່າງໆ ເຊັ່ນ: ທາງດ່ວນ ລະ​ດັບ​ຊາດ​ ທີ່​ມີ​ລົດ​ແລ່ນ ​ໄປ​ມາ​ຫລາຍ 85%, ທາງ​ຫລວງ ​ລະ​ດັບຊາດ 25% ແລະ ທາງ​ນ້ຳ ​​ທີ່​ສຳ​ຄັນ 70% ​ຂອງ​ທົ່ວ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top