KPL
ສປ ຈີນ ແມ່ນປະເທດ ທີ່ລົງທຶນ ຫລາຍກວ່າໝູ່ ຢູ່ຮົງກາຣີ. ສປ ຈີນ ບໍ່ເຄີຍນຳໃຊ້ ອິດທິພົນ ຫລື ຖານະຂອງຕົນ ເພື່ອກະທົບ ເຖິງທິດທາງ ທາງດ້ານການເມືອງ ຂອງຮົງກາຣີ ຈັກເທື່ອ. ທ່ານ ຊີຢາໂຕ ກ່າວຕື່ມວ່າ: ວິສາຫະກິດຈີນ ໄດ້ລົງທຶນ ຢູ່ຮົງກາຣີ 17 ຕື້ເອີໂຣ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ຮົງກາຣີ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ຢູ່ອັງກິດວ່າ: ສປ ຈີນ ແມ່ນປະເທດ ທີ່ລົງທຶນ ຫລາຍກວ່າໝູ່ ຢູ່ຮົງກາຣີ. ສປ ຈີນ ບໍ່ເຄີຍນຳໃຊ້ ອິດທິພົນ ຫລື ຖານະຂອງຕົນ ເພື່ອກະທົບ ເຖິງທິດທາງ ທາງດ້ານການເມືອງ ຂອງຮົງກາຣີ ຈັກເທື່ອ. ທ່ານ ຊີຢາໂຕ ກ່າວຕື່ມວ່າ: ວິສາຫະກິດຈີນ ໄດ້ລົງທຶນ ຢູ່ຮົງກາຣີ 17 ຕື້ເອີໂຣ. ໃນປີ2020, 2023 ແລະ 2024, ສປ ຈີນ ລ້ວນແຕ່ ແມ່ນປະເທດ ທີ່ລົງທຶນ ຢູ່ຮົງກາຣີ ຫລາຍກວ່າໝູ່. ຮົງກາຣີ ໃຊ້ຍຸດທະສາດ ເປັນກາງໃນດ້ານເສດຖະກິດ, ໂດຍເປີດກວ້າງ ຕໍ່ຜູ້ລົງທຶນ ຂອງຝ່າຍ ຕາເວັນຕົກ ກໍຄື ຝ່າຍຕາເວັນອອກ. ການລົງທຶນ ຫລາຍກວ່າໝູ່ ຢູ່ຮົງກົງຣີ ຕົ້ນຕໍ ມາຈາກ ສປ ຈີນ ໃນອາຊີ, ເຢຍລະມັນ ໃນເອີຣົບ ແລະ ສ.ອາເມລິກາ ໃນທະວີບ ອາເມຣລິກາ. ຍ້ອນໄດ້ຮັບຜົນ ຈາກວິສາຫະກິດ ທີ່ກ່ຽວຂ້ອງກັບລົດໄຟຟ້າ ຂອງ ສປ ຈີນ, ຈຶ່ງເຮັດໃຫ້ ຮົງກາຣີ ກາຍເປັນປະເທດ ຜະລິດລົດໄຟຟ້າ ໃຫຍ່ທີ 2 ຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL