KPL
ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ຮູ້ວ່າ: ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້, ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອສະແດງຄວາມຂໍ່ານັບຊົມເຊີຍ ຜົນສໍາເລັດຂອງກອງປະຊຸມ ເຈົ້າຄອງນະຄອນຫລວງອາຊຽນ, ກອງປະຊຸມເວທີ ເຈົ້ານະຄອນອາຊຽນ ແລະ ກອງປະຊຸມເຄື່ອຂ່າຍບັນດາ ນະຄອນອາຊີຕາເວັນ ອອກສຽງໃຕ້ ແລະ ເພື່ອສ້າງສະພາບແວດລ້ອມທີ່ດີ, ເພີ່ມເຂດຂຽວໃຫ້ສວນປະຕູໄຊພາກຂະຫຍາຍ ທີ່ຕັ້ງຢູ່ໃຈກາງຕົວເມືອງນະຄອນ ຫລວງວຽງຈັນ ໃຫ້ສວຍສົດງົດງາມ, ທັງເປັນການສືບຕໍ່ປະຕິບັດວຽກງານ ການປູກຕົ້ນໄມ້ຕາມຂີດໝາຍ ຂອງປະເທດສະມາຊິກອາຊຽນ ໃນການປະຕິບັດບັນດາມາດຕະການ ເພື່ອຫລຸດຜ່ອນ ການປ່ອຍອາຍພິດກາກບອນ ແລະ ເຮັດໃຫ້ຕົວເມືອງສີຂຽວເພີ່ມຂຶ້ນ.
ສວນປະຕູໄຊພາກຂະຫຍາຍ ໄດ້ເປັນຕົວແທນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ໃນກອບນະຄອນຫລວງອາຊຽນ ເຊິ່ງໃນເວທີການສົນທະນາ ໃນກອງປະຊຸມບັນດາເຈົ້າຄອງ ນະຄອນຫລວງອາຊຽນໃນຄັ້ງນີ້, ໄດ້ປິ່ນອ້ອມຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍຜ່ານການປຶກສາຫາລື ກ່ຽວກັບ 5 ຫົວຂໍ້ຕົ້ນຕໍ ຄື: ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ຕົວເມືອງທີ່ມີຄວາມ ຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ພິເສດໃນຂອບເຂດສວນປະຕູໄຊ ໄດ້ມີຕົ້ນໄມ້ນ້ອຍ ແລະ ໃຫຍ່ຫລາຍຊະນິດ ທີ່ເປັນໄມ້ພື້ນເມືອງຂອງ ສປປ ລາວ, ນອກຈາກຕົ້ນໄມ້ແລ້ວ ໃນສວນຍັງມີການສ້າງປະຕິມະກຳ ສັນຍາລັກ ເຄື່ອງດົນຕີປະຈຳຊາດ ຂອງບັນດານະຄອນຫລວງອາຊຽນ ທີ່ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ເສີມຂະຫຍາຍການຮ່ວມມື ຕາມນະ ໂຍບາຍຂອງນະຄອນຫລວງອາຊຽນ ກໍຄື ນະໂຍບາຍຂອງບັນດາປະເທດອາຊຽນ ຕີມໍແລັດສະເຕ ຢ່າງຕັ້ງໜ້າ ເພື່ອຊຸກຍູ້, ສົ່ງເສີມການພົວພັນມິດຕະພາບທີ່ເປັນມູນເຊື້ອ ຂອງບັນດານະຄອນຫລວງອາຊຽນ ທີ່ມີຈຸດພິເສດດີເດັ່ນແຕກຕ່າງກັນ ໃຫ້ນັບມືແຕກດອກ ອອກຜົນສວຍສົດງົດງາມຍິ່ງໆຂຶ້ນ ດັ່ງດອກໄມ້ ທີ່ເບັ່ງບານ ໃນສວນແຫ່ງນີ້.
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL