KPL
ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.
ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ເລົ່າຄືນວັນປະຫວັດສາດມູນເຊື້ອ ວັນສ້າງຕັ້ງ ແນວລາວສ້າງຊາດ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອ ການເຕີບໃຫຍ່ເຂັ້ມແຂງຂອງ ແນວລາວອິດສະຫລະ ໃນເມື່ອກ່ອນ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ທີ່ແຂວງຕຽນກວາງ ສສ ຫວຽດນາມ ເປັນໄລຍະທີ່ພວກຈັກກະ ພັດລ່າເມືອງຂຶ້ນແບບເກົ່າ ໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ປະຊາຊົນລາວບັນດາເຜົ່າຖືກກົດ ຂີ່ຂູດຮີດຢ່າງໜັກໜ່ວງ, ຈຶ່ງເກີດມີຂະບວນການຕ່າງໆ ລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອ ກະລາດ, ອິດສະຫລະພາບແຫ່ງຊາດ ພາຍໃຕ້ການນຳພາ ຂອງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານ ເຊິ່ງການນຳພາຢ່າງຖືກຕ້ອງ ແລະ ປີຊາສາມາດຂອງແນວລາວອິດສະຫລະ ໄດ້ປະຕິບັດບົດບາດຂອງແນວໂຮມເອ ກະພາບຄື: ສຳພັນທະພາບລະຫວ່າງ ຊົນຊັ້ນກຳມະກອນ-ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນທີ່ຮັກຊາດ ແລະ ບັນດາກຳລັງການເມືອງ, ກຳລັງຈັດຕັ້ງສັງຄົມຕ່າງໆ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນອ້ອມຂ້າງພັກ.
ຈາກນັ້ນ, ສະຫາຍ ຍັງໄດ້ເລົ່າປະຫວັດຄວາມເປັນມາ ຂອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ເຊິ່ງເປັນ ກົດໝາຍພື້ນຖານຂອງຊາດ, ເປັນການຫັນເອົາແນວທາງແຜນນະໂຍບາຍ ຂອງພັກປະຊາຊົນປະຕິວັດລາວ ມາເປັນ ລັດຖະທຳມະນູນ ກົດໝາຍ ເເລະ ໄດ້ປະກາດໃຊ້ລັດຖະທຳມະນູນຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ມາຮອດປັດຈຸບັນ ຄົບຮອບ 33 ປີ ເຊິ່ງເປັນເຫດການການເມືອງທີ່ສຳຄັນຂອງຊາດ ທັງເປັນຂີດໝາຍ ອັນໃໝ່ແຫ່ງ ການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍຢ່າງແທ້ຈິງ.
ພ້ອມນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ເລົ່າເຖິງມູນເຊື້ອວັນຢຶດອຳນາດ 23 ສິງຫາ 1975 ເຊິ່ງເປັນຂີດໝາຍສຳຄັນທາງປະຫວັດສາດ ສຳລັບປວງຊົນລາວທັງຊາດ, ສະແດງໃຫ້ເຫັນເຖິງມູນເຊື້ອ ການຕໍ່ສູ້ອັນພິ ລະອາດຫານບໍ່ຍອມຈໍານົນ, ມີໄຫວພິບ ແລະ ຄວາມປີຊາສາມາດຂອງນັກປະຕິວັດຮຸ່ນກ່ອນ ໃນການຕໍ່ສູ້ຕ້ານຈັກ ກະພັດຜູ້ຮຸກຮານ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ສາມາດຍາດເອົາໄຊຊະນະ ແລະ ຢຶດອໍາ ນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ”.ໄຊຊະນະດັ່ງກ່າວ, ແມ່ນໝາກຜົນແຫ່ງການຕໍ່ສູ້ຍືດເຍື້ອ ຍາວນານຂອງປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງແນວທາງ ການປະຕິວັດອັນຖືກຕ້ອງ ແລະ ການນໍາພາ ທີ່ສະຫລາດສ່ອງໃສຂອງພັກ ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກໍາຕົວຈິງ ຂອງການປະຕິວັດລາວ ຢ່າງປະ ດິດສ້າງ.
ຂ່າວ: ໂອລິນ ມິ່ງມີໄຊ
KPL