ກຳປູເຈຍ-ມາເລເຊຍ ໃຊ້ລະບົບການເຊື່ອມຕໍ່ການຈ່າຍເງິນຜ່ານ ຄີວອາໂຄດ ຂ້າມຊາຍແດນ

20/09/2024 21:43
KPL ທ່ານ ເຈຍ ສະເຣຍ, ຜູ້​ວ່າການ ​ທະນາຄານ​ກາງ ​ກຳປູ​ເຈຍ ​ກ່າວ​ວ່າ, ນັບ​ແຕ່​ນີ້​ໄປ, ຊາວ​ມາ​ເລ​ເຊຍ ​ແລະ ​ກຳປູ​ເຈຍ ຈະສາມາດ ຈ່າຍເງິນ ຂ້າມຊາຍແດນໄດ້ ໂດຍຜ່ານ ແອັບພລິເຄຊັນ ບາກອງ(Bakong) ຫລື Maybank M2U KH ຂອງກຳປູເຈຍ ແລະ DuitNow QR ຂອງ Paynet ເຄືອຂ່າຍ ການຈ່າຍເງິນ ໃນມາເລເຊຍ.

ຂປລ.ສຳນັກ ຂ່າວຊິນ ຮວາຂອງສປ ຈີນ, ວັນທີ20 ກັນຍານີ້, ທ່ານ ເຈຍ ສະເຣຍ, ຜູ້​ວ່າການ ​ທະນາຄານ​ກາງ ​ກຳປູ​ເຈຍ ​ກ່າວ​ວ່າ, ນັບ​ແຕ່​ນີ້​ໄປ, ຊາວ​ມາ​ເລ​ເຊຍ ​ແລະ ​ກຳປູ​ເຈຍຈະສາມາດ ຈ່າຍເງິນ ຂ້າມຊາຍແດນໄດ້ ໂດຍຜ່ານ ແອັບພລິເຄຊັນ ບາກອງ(Bakong)ຫລື  Maybank M2U KH ຂອງກຳປູເຈຍ ແລະ DuitNow QR ຂອງ Paynet ເຄືອຂ່າຍ ການຈ່າຍເງິນ ໃນມາເລເຊຍ. ການ​ເຊື່ອມ​ຕໍ່ ​ຂັ້ນ​ຕອນ​ທໍາ​ອິດ​ຈະ​ອຳນວຍ​ຄວາມ​ສະດວກ​ ໃຫ້​ນັກ​ທ່ອງ​ທ່ຽວ​ ກຳປູ​ເຈຍ ​ຈ່າຍ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ  ແລະ ປອດໄພກວ່າໂດຍຜ່ານການນຳໃຊ້ແອັບ Bakong ຫລື M2U KH ເພື່ອສະແກນ ແລະ ຈ່າຍເງິນ ຢູ່ຮ້ານຄ້າ ຫລາຍກວ່າ 2 ລ້ານແຫ່ງ ທີ່ສະແດງ ສັນຍາລັກ Duit Now.Paynet QRມັນແມ່ນ ລະບົບ ການຈ່າຍເງິນລະຫັດ QR ແຫ່ງຊາດ ຂອງມາເລເຊຍ.ການ​ນໍາ​ໃຊ້ ​ສະ​ກຸນ​ເງິນ ຣຽວ (riel)ກໍາ​ປູ​ເຈຍ​ມັນເປັນສະກຸນເງິນ ຕົ້ນຕໍ ສໍາລັບ ການເຮັດ ທຸລະກໍາ.ສໍາລັບ ໄລຍະເວລາຕໍ່ໄປປະຊາຊົນ ໃນມາເລເຊຍ ຈະສາມາດ ນໍາໃຊ້ ຄໍາຮ້ອງ ສະໝັກ ຂອງທະນາຄານ ການຄ້າ ທີ່ເຂົ້າຮ່ວມເພື່ອສະແກນ ລະຫັດ KHQR ຢູ່ຮ້ານຄ້າ ໃນກຳປູເຈຍ ທີ່ເຂົ້າຮ່ວມ ໂຄງການ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top