ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

19/09/2024 14:15
Email Print 184
KPL ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.



ຂປລ. ພິທີມອບ
-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.


ເຄື່ອງທີ່ສູນປະສານງານການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ນໍາມາມາອບໃນຄັ້ງນີ້ ປະກອບມີ: ເຄື່ອງໃຊ້ຄອບຄົວ 508 ຊຸດ, ເຄື່ອງສຸຂະອະນາໄມ 3.000 ຊຸດ, ຊຸດສ້ອມແປງເຮືອນ 1.000 ຊຸດ, ເຄື່ອງໃຊ້ ເຮືອນຄົວ 2.000 ຊຸດ, ອາຫານກະປ່ອງສຳເລັດຮູບ 3.000 ຊຸດ ແລະ ມຸ້ງ 5.000 ຊຸດ. ລວມມູນຄ່າ ຫລາຍກວ່າ 167.000 ກວ່າໂດລາສະຫະລັດ.

          ເຄື່ອງຊ່ວຍເຫລືອທີ່ໄດ້ຮັບໃນຄັ້ງນີ້, ຈະໄດ້ນຳໄປຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນ ຢູ່ບັນດາແຂວງ ທີ່ຖືກຜົນກະທົບ ເພື່ອຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ-ພາບ: ຢ່າຕົ້ງ

KPL

ຂ່າວອື່ນໆ

    • ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າວັດທະນະທຳ-ສັງຄົມ

      ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

      9/20/2024 3:37:33 PM

      ຂປລ. ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານກໍາມາທິການວັດທະນະທໍາ-ສັງຄົມ, ຜູ້ຕາງໜ້າຈາກ ກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ

      9/20/2024 3:00:35 PM

      ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ

    • ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊວັດທະນະທຳ-ສັງຄົມ

      ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊ

      9/20/2024 2:53:11 PM

      ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.


Top