ຫລາຍປະເທດຢູ່ເອີຣົບ ເກີດໄພນ້ຳຖ້ວມຍ້ອນຝົນຕົກຢ່າງໜັກ

20/09/2024 21:11
KPL ຝົນຕົກໜັກ ຫລາຍມື້ ລຽນຕິດ ໄດ້ໃນເຂດພາກກາງ ເອີຣົບ ພວມເກີດໄພ ນ້ຳຖ້ວມ ທີ່ຮ້າຍແຮງ ທີ່ສຸດໃນຮອບ 20 ປີທີ່ຜ່ານມາ, ໄພນ້ຳຖ້ວມໃນຄັ້ງນີ້ ໄດ້ສ້າງຜົນກະທົບ ໃຫ້ແກ່ ຫລາຍປະເທດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 20ກັນຍານີ້, ຝົນຕົກໜັກ ຫລາຍມື້ ລຽນຕິດ ໄດ້ໃນເຂດພາກກາງ ເອີຣົບ ພວມເກີດໄພ ນ້ຳຖ້ວມ ທີ່ຮ້າຍແຮງ ທີ່ສຸດໃນຮອບ 20 ປີທີ່ຜ່ານມາ, ໄພນ້ຳຖ້ວມໃນຄັ້ງນີ້ ໄດ້ສ້າງຜົນກະທົບ ໃຫ້ແກ່ ຫລາຍປະເທດ. ມາຮອດປັດຈຸບັນ, ໄພນ້ຳຖ້ວມ ດັ່ງກ່າວ ໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 24 ຄົນ ແລະ ຜົນເສຍຫາຍ ດ້ານເສດຖະກິດ ກໍຍັງ ເພີ່ມຂຶ້ນເລື້ອຍໆ. ເຂດເອມີເລຍ-ໂຣມັກນາ ທາງພາກເໜືອ ຂອງອີຕາລີ ໄດ້ເກີດມີຝົນຕົກໜັກ ເຊິ່ງໄດ້ເຮັດໃຫ້ ແມ່ນ້ຳລົ້ນຝັ່ງ ແລ້ວໄຫລ ເຂົ້າຖ້ວມພື້ນທີ່ ຈຳນວນໜຶ່ງ ຂອງເຂດຝັ່ງແມ່ນ້ຳ. ປັດຈຸບັນ, ໄພນ້ຳຖ້ວມ ໄດ້ເຮັດໃຫ້ ອີຕາລີ ມີຜູ້ຫາຍ 2 ຄົນ ແລະ ຫລາຍກວ່າພັນຄົນ ຖືກຍົກຍ້າຍ.ຂະນະທີ່ ຮົງກາຣີ, ແມ່ນ້ຳດານູເບ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຍ້ອນໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ, ເສັ້ນທາງ ຈຳນວນໜຶ່ງ ໄດ້ປິດການສັນຈອນ, ລົດໄຟ ແລະ ເຮືອທີ່ຢູ່ລຽບຕາມ ແມ່ນ້ຳ ດັ່ງກ່າວຕ່າງກໍ ໄດ້ປິດບໍລິການ. ຢູ່ນະຄອນຫລວງ ບູດາເປດ, ນ້ຳໄດ້ຖ້ວມ ທ່າເຮືອ ທີ່ຢູ່ເຂດລຸ່ມແມ່ນ້ຳ ແລະ ສ້າງໄພຂົ່ມຂູ່ ຕໍ່ລົດລາງໄຟຟ້າ ແລະ ລົດໄຟໃຕ້ດິນ,ສະພາບການສັນຈອນ ຈຳນວນໜຶ່ງ ໄດ້ຢຸດໃຫ້ບໍລິການຊົ່ວຄາວ. ປັດຈຸບັນ, ຮົງກາຣີ ໄດ້ລະດົມ 6.000 ຄົນ ເຂົ້າຮ່ວມການກູ້ໄພ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top