KPL
ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.
ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຮົງກົງ ຄັ້ງທີ 8 ໃນວັນທີ 20 ກັນຍາ 2024 ວ່າ: ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກຮົງກົງ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 15 ຕື້ໂດລາສະຫະລັດ, ກວມເອົາ 6,5% ຂອງມູນຄ່າການລົງທຶນ ໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ຮົງກົງ ເປັນອັນດັບທີ 4 ຂອງບັນດາປະເທດທີ່ມີ ມູນຄ່າການລົງທຶນຫລາຍຢູ່ໃນອາຊຽນ. ປີຜ່ານມາ ພວກເຮົາໄດ້ປຶກສາຫາລືກັນ ຫລາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ຮົງກົງ. ໃນນັ້ນ, ໄດ້ປຶກສາຫາລື ກ່ຽວກັບ ການຫລຸດຜ່ອນຜົນກະທົບ ຂອງບັນດາສິ່ງທ້າທາຍຈາກສາກົນ, ການພັດທະນາເສດຖະກິດແບບຍືນຍົງ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນ ວຽກງານການຄ້າ ແລະ ການລົງທຶນ ແລະ ການສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການສະໜອງ, ພ້ອມນີ້ ພວກເຮົາ ຍັງໄດ້ຊົມເຊີຍຜົນສໍາເລັດ ຂອງການ ຮ່າງອະນຸສັນຍາ ເພື່ອປັບປຸງສັນຍາການຄ້າເສລີ ອາຊຽນ-ຮົງກົງ. ນອກນັ້ນ, ກໍໄດ້ຕົກລົງກັນ ທີ່ຈະເພີ່ມທະວີການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ ໃນຫລາຍດ້ານ ເຊັ່ນ: ການທ່ອງທ່ຽວ, ເຕັກໂນໂລຊີດີຈິຕອນ, ການສົ່ງເສີມການລົງທຶນ ແລະ ການພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.
ກອງປະຊຸມຄັ້ງນີ້, ໄດ້ເນັ້ນໃສ່ແລກປ່ຽນທັດສະນະ ກ່ຽວກັບການພັດທະນາ ເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດສັນຍາການຄ້າ ແລະ ການລົງທຶນ ແລະ ແຜນການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ, ພ້ອມທັງພິຈາລະນາຮັບຮອງເອົາ ຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຮົງກົງ ຄັ້ງທີ 8.
ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ອໍເຈີນອນ ເຢົາ (Algernon Yau), ລັດຖະ ມົນຕີ ກະຊວງພັດທະນາເສດຖະກິດ ແລະ ການຄ້າ ຮົງກົງ, ມີບັນດາລັດຖະມົນຕີ ເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
KPL