ບ້ານແຫລ້ ບ້ານວັດທະນະທຳທີ່ມີເອກະລັກໂດດເດັ່ນ

08/07/2024 10:08
Email Print 263
KPL ການດຳລົງຊີວິດຂອງປະຊາຊົນບາງຊົນເຜົ່າໃນເຂດເນີນພູ ທີ່ມີວັດທະນະທຳ ແລະ ເປັນເອກະລັກຂອງໃຜລາວ, ຮັກສາໄດ້ຮີດຄອງປະເພນີດັ່ງເດີມ ບໍ່ວ່າຈະເປັນການປາກເວົ້າ, ການຕ້ອນຮັບແຂກໃກ້ໄກ ແລະ ການນຸ່ງຖືແບບຊົນເຜົ່າ ຊຶ່ງເຫັນແລ້ວເຮັດໃຫ້ມີຄວາມປະທັບໃຈ ແລະ ໜ້າຊື່ນຊົມຄືດັ່ງບ້ານນາແຫລ້.

    *ການດຳລົງຊີວິດຂອງປະຊາຊົນບາງຊົນເຜົ່າໃນເຂດເນີນພູ ທີ່ມີວັດທະນະທຳ ແລະ ເປັນເອກະລັກຂອງໃຜລາວ, ຮັກສາໄດ້ຮີດຄອງປະເພນີດັ່ງເດີມ ບໍ່ວ່າຈະເປັນການປາກເວົ້າ, ການຕ້ອນຮັບແຂກໃກ້ໄກ ແລະ ການນຸ່ງຖືແບບຊົນເຜົ່າ ຊຶ່ງເຫັນແລ້ວເຮັດໃຫ້ມີຄວາມປະທັບໃຈ ແລະ ໜ້າຊື່ນຊົມຄືດັ່ງບ້ານນາແຫລ້. ບ້ານແຫລ້ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງມ່ານກິ່ງ ແຂວງສິບສອງປັນນາ ມົນທົນຢູນນານ ສປ ຈີນ, ມີ 90 ກວ່າຫລັງຄາເຮືອນ ເປັນບ້ານທີ່ມີເອກະລັກສະເພາະ ແລະ ມີວັດທະນະທຳທ່ີໂດດເດ່ັນ ຊຶ່ງສະແດງອອກທາງດ້ານການປາກເວົ້າ ແລະ ການນຸ່ງຖື, ເປັນບ້ານຊົນເຜົ່າໄຕລື້ ໃຊ້ພາສາລ ແລະ ພາສາຈີນ, ລາຍຮັບຫລັກຂອງປະຊາຊົນແມ່ນມາຈາກການປູກຝັງ.

    ໂດຍສ່ວນຫລາຍແມ່ນເຮັດສວນຢາງພາລາ ແລະ ເຮັດສວນເປັນອາຊີບສຳຮອງ ເຊັ່ນ: ສວນຖົ່ວ, ສວນໝາກແຕງ ແລະ ສວນຜັກ. ນອກຈາກນີ້, ຍັງມີລາຍຮັບສຳຮອງກໍຄືການຂາຍເຄື່ອງໃຫ້ນັກທ່ອງທ່ຽວທີ່ໄປທ່ຽວຊົມບ້ານດັ່ງກ່າວ ຊຶ່ງທາງຄະນະອຳນາດການປົກຄອງບ້ານຈະຈັດງານຕະຫລາດນັດຂຶ້ນ 2 ຄັ້ງ ຕໍ່ອາທິດ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານພາຍໃນງານ ຈະມີການສະແດງສີລະປະວັດທະນະທຳຂອງຊົນເຜົ່າລື້ຊຶ່ງມີການຮ້ອງເພງເຜົ່າລື້, ເພງລາວ, ເພງຈີນ ປະປົນກັນໄປແຕ່ລະວາລະ ແລະ ຍັງມີການຟ້ອນແບບລາວປະສົມເຜົ່າລື້ ແລະ ຟ້ອນພື້ນເມືອງຈີນ ຊຶ່ງມີມວນຊົນຈາກພາຍໃນ ແລະ ຕ່າງແດນເຂົ້າຊົມຢ່າງຫລວງຫລາຍ. ນອກຈາກນີ້, ພາຍໃນງານດັ່ງກ່າວຍັງມີການຂາຍເຄື່ອງຕາມເສັ້ນທາງທີ່ເຈົ້າໜ້າທີ່ຈັດສັນໃຫ້ ແລະ ແມ່ຄ້າທີ່ມາຂາຍເຄື່ອງໃນງານນີ້ແມ່ນປະຊາຊົນພາຍໃນບ້ານແຫລ້.

   ນອກນັ້ນ, ຍັງມີແມ່ຄ້າຄົນລາວ ຊຶ່ງມາຈາກແຂວງຫລວງນ້ຳທາເປັນສ່ວນໃຫຍ່ ເຄື່ອງທີ່ນຳເອົາໄປຂາຍນັ້ນກໍຄື: ຕຳໝາກຫຸ່ງ, ປີ້ງໄກ່, ປີ້ງຊີ້ນໝູ, ເຂົ້າໜົມ ແລະ ເຄື່ອງດອງຂອງສົ້ມ, ຢາພື້ນເມືອງ ແລະ ເຄື່ອງໃຊ້ຕ່າງໆ. ຕາມຂອບເຂດເຮືອນຊານບ້ານຊ່ອງຂອງບ້ານນາແຫລ້ ມີຄວາມສະອາດສວຍສົດງົດງາມ ແລະ ມີການຕົບແຕ່ງເອ້ຢ້ອງແບບຊົນເຜົ່າ, ລັກສະນະຂອງເຮືອນແມ່ນມີກ້ອງລ່າງ ດ້ານເທິງໃຊ້ຢູ່ອາໄສສ່ວນດ້ານລຸ່ມ ເປັນຮ້ານອາຫານເພື່ອຮັບແຂກທ່ີມາຢ້ຽມຢາມ ແລະ ທ່ຽວຊົມງານຕະຫລາດນັດດັ່ງກ່າວ, ສິ່ງທີ່ປະທັບໃຈທີ່ສຸດກໍຄືການຕ້ອນຮັບຂອງປະຊາຊົນພາຍໃນບ້ານດັ່ງກ່າວ ແລະ ຜູ້ເຖົ້າຈະມັດແຂນອວຍພອນວ່າ: “ໄປດີມາລອດໄປປອດມາໄສຢູ່ດີກິນຫວານເຄາະໄກຢ່າເຂົ້າມາໃກ້ເຄາະໃກ້ຢ່າເຂົ້າມາໄຂ່ວ” ຊຶ່ງຄຳເວົ້ານີ້ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແດນຊື່ນຊົມ ແລະ ຖ້າມີໂອກາດຢາກຈະກັບໄປຢ້ຽມຢາມອີກຄັ້ງ.

ໂດຍ: ໄມຕຣີ

KPL

ຂ່າວອື່ນໆ

    • ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າວັດທະນະທຳ-ສັງຄົມ

      ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ

      9/20/2024 3:37:33 PM

      ຂປລ. ກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີປະທານກໍາມາທິການວັດທະນະທໍາ-ສັງຄົມ, ຜູ້ຕາງໜ້າຈາກ ກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກອງທຶນຄຸ້ມຄອງໄພພິບັດ ອະນຸມັດເງິນ ແລະ ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ

      9/20/2024 3:00:35 PM

      ຂປລ. ວັນທີ 18 ກັນຍາ 2024 ຜ່ານມາ, ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພພິບັດ ເກີດຂຶ້ນໃນຂອບເຂດທົ່ວປະເທດ

    • ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊວັດທະນະທຳ-ສັງຄົມ

      ສປປ ລາວ ເປີດສັນຍາລັກເຄື່ອງດົນຕີ ອາຊຽນທີ່ສວນປະຕູໄຊ

      9/20/2024 2:53:11 PM

      ຂປລ. ຄະນະຜູ້ແທນເຈົ້າຄອງນະຄອນຫລວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີ ອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຂອງປະເທດສະມາຊິກອາຊຽນ.

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.


Top