ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ສະໜັບສະໜູນ ຊາສຳເລັດຮູບ ສຳລັບ ການເປັນປະທານອາຊຽນ ຂອງ ສປປ ລາວ

05/07/2024 14:04
Email Print 364
KPL ຂປລ. ໃນວັນທີ 5 ກໍລະກົດ 2024 ຢູ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບຜະລິດຕະພັນຊາສຳເລັດຮູບ ເພື່ອນຳໃຊ້ເຂົ້າໃນວຽກງານ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈໍານວນ 200 ກ່ອງ ລວມມູນຄ່າ 190.800.000 ກີບ ຈາກ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ແມ່ນ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງຫົວໜ້າອະນຸກໍາມະການ ຂົນຂວາຍການຊ່ວຍເຫລືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024



ຂປລ. ໃນວັນທີ
5 ກໍລະກົດ 2024 ຢູ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບຜະລິດຕະພັນຊາສຳເລັດຮູບ ເພື່ອນຳໃຊ້ເຂົ້າໃນວຽກງານ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈໍານວນ 200 ກ່ອງ ລວມມູນຄ່າ 190.800.000 ກີບ ຈາກ ບໍລິສັດ ລາວທີຊິກມາເນີ ການຄ້າຂາເຂົ້າ-ຂາອອກຈໍາກັດ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ແມ່ນ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມຮອງຫົວໜ້າອະນຸກໍາມະການ ຂົນຂວາຍການຊ່ວຍເຫລືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເປັນຜູ້ຮັບ ແລະ ມອບໂດຍ ທ່ານ ນາງ ຢວນທຽນ ຜູ້ອໍານວຍການ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ.



ຜະລິດຕະພັນຊາສຳເລັດຮູບດັ່ງກ່າວ, ແມ່ນຈະນຳໄປເປັນຂອງທີ່ລະນຶກ ມອບໃຫ້ຫົວໜ້າຄະນະຜູ້ແທນ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ
57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນເດືອນ ກໍລະກົດ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນເດືອນ ຕຸລາ 2024.

KPL

ຂ່າວອື່ນໆ


Top