ສະພາປະຊາຊົນແຂວງບໍລິຄຳໄຊ ເອົາໃຈໃສ່ປະຕິລັດພາລະບົດບາດຂອງຕົນ

27/06/2024 10:34
Email Print 328
KPL ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

     *ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຕະຫລອດໄລຍະຜ່ານມາສະພາປະຊາຊົນແຂວງບໍລິຄໍາໄຊ ສາມາດປະຕິບັດພາລະບົດບາດຂອງຕົນຢ່າງພົ້ນເດັ່ນ ໂດຍສະເພາະແມ່ນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນລຶບລ້າງຄວາມທຸກຍາກຂອງແຂວງ ຕໍ່ວຽກງານດັ່ງກ່າວນີ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ເອົາໃຈໃສ່ພົວພັນປະສານສົມທົບກັບອົງການປົກຄອງແຂວງ ພ້ອມກັນເຄື່ອນໄຫວຈັດຕັ້ງປະຕິບັດບົດບາດ, ສິດ ແລະ ໜ້າທີ່ຂອງໃຜລາວ ຕາມໜ້າທີ່ທີ່ກໍານົດໄວ້ໃນລະບຽບກົດໝາຍ, ຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ. 

    ພ້ອມດຽວກັນບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ຍັງເຮັດໜ້າທີ່ໂຄນະນາປຸກລະດົມກໍາລັງແຮງສັງລວມຂອງປະຊາຊົນບັນດາເຜົ່າເຂົ້າ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງເຂົາເຈົ້າຕາມແນວທາງຂອງພັກ, ເຮັດໜ້າທີ່ຊຸກຍູ້ຫົວໜ່ວຍທຸລະກິດ, ເສດຖະກິດ, ຫົວໜ່ວຍການລົງທຶນ, ອົງການຈັດຕັ້ງສັງຄົມຕ່າງໆ ເຮັດໜ້າທີ່ມີສ່ວນຮ່ວມໃນວຽກພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າຕາມແຜນງານ, ໂຄງການແຕ່ລະໄລຍະທີ່ກົດໝາຍທີ່ວາງໄວ້. ນອກຈາກນັ້ນ ຍັງໄດ້ປະຕິບັດບົດບາດເປັນໃຈກາງການປະສານງານສ້າງຄວາມເຂົ້າໃຈ ລະຫວ່າງພໍ່- ແມ່ປະຊາຊົນບັນດາເຜົ່າກັບອົງການປົກຄອງລັດ ໃນການແກ້ໄຂບັນຫາຂໍ້ຂ້ອງໃຈ, ຄໍາສະເໜີໃນວຽກງານບໍລິຫານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.

     ຂະນະດຽວກັນກໍມີການແລກປ່ຽນບົດຮຽນກັບສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຕາມຫລັກການຂອງພັກ, ຕາມທິດທາງລວມຂອງສະພາແຫ່ງຊາດ, ຂອງອົງການປົກຄອງແຂວງ ຄື: ໄດ້ຮ່ວມກັບຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ເດີນທາງໄປຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ, ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນຂັ້ນສູງ ລະຫວ່າງ ແຂວງບໍລິຄໍາໄຊ ກັບ ແຂວງຮ່າຕິງ, ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນແບບທາງໄກກ່ຽວກັບການສ້າງກົດໝາຍ ລະຫວ່າງ ສະພາແຫ່ງຊາດ ສປປ ລາວ ແລະ ສະພາແຫ່ງຊາດ  ສສ ຫວຽດນາມ. ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ສປປ ລາວ ກັບຫ້ອງວ່າການສະພາແຫ່ງຊາດ ສສ ຫວຽດນາມ ຄັ້ງທີ 9 ຢູ່ແຂວງກວາງບິງ ສສ ຫວຽດນາມ; ເຂົ້າຮ່ວມວາງພວງມາລາ, ມອບ-ຮັບອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ແຂວງ ກັບ ຄືນປະເທດ ປະຈໍາປີ 2022. ອັນພ້ົນເດ່ັນແມ່ນປີ 2022 ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ຮ່ວມກັບສະພາປະຊາຊົນແຂວງຮ່າຕິ່ງ ສສ ຫວຽດນາມ, ພ້ອມນີ້ໄດ້ມີພິທີເຊັນບົດບັນທຶກຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ແລະ ຄາດວ່າ ປີ 2024 ຄະ ນະຜູ້ແທນສະພາປະຊາຊົນແຂວງ ຈະໄດ້ເດີນທາງໄປພົບປະແລກປ່ຽນບົດຮຽນສະພາປະຊາຊົນແຂວງ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ຕາມແຜນຄາດວ່າໃນທ້າຍເດືອນ ກໍລະກົດ 2024 ນີ້.

ໂດຍ:  ມາລີດາ

KPL

ຂ່າວອື່ນໆ

    • ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວການເມືອງ

      ເປີດສະມາຄົມ ທຸລະກິດບໍລິການຈັດຫາງານລາວ

      7/1/2024 2:45:40 PM

      ຂປລ. ​ເມື່ອ​ບໍ່​ດົ​ນ​ມາ​ນີ້, ​ໄດ້​ມີ​ພິທີ​ເປີດ ສະມາຄົມທຸລະກິດບໍລິການຈັດຫາງານລາວ ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອີນາ ມາຈໍລູນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີ ຣົບປະຈຳລາວ, ທ່ານ ນາງ ມີແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕຣາລີ ປະຈຳລາວ, ທ່ານ ວຽງປະສິດ ເທບພະສຸດາ ຜູ້ຕາງໜ້າອົງການແຮງງານສາກົນ ປະຈຳສປປລາວ

    • ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບການເມືອງ

      ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ

      7/1/2024 1:13:07 PM

      ຂປລ. ສະພາແຫ່ງຊາດ ໄດ້ພິຈາລະນາ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫລັງ ທີ່ສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ.

    • ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45ການເມືອງ

      ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45

      7/1/2024 12:13:55 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 1 ກໍລະກົດ 2024 ນີ້, ສະພາແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊ ຂອງກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ​ໄອ​ປາ(AIPA) ຄັ້ງທີ 45 (https://www.aipa45.gov.la)

    • ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີການເມືອງ

      ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີ

      7/1/2024 12:03:43 PM

      ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ

    • ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານ

      7/1/2024 11:53:09 AM

      ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ


Top