KPL
ຂປລ. ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນທີ 26 ມິຖຸນາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງຄໍາໝັ້ນສັນຍາ ໃນການແກ້ໄຂບັນຫາການຂາດສານອາຫານ ແລະ ຄວາມສຳຄັນຂອງວຽກງານໂພຊະນາການ ໂດຍຖືເອົາວຽກດັ່ງກ່າວເປັນບຸລິມະສິດຕົ້ນຕໍ ໃນການພັດທະນາຊັບສິນດ້ານມະນຸດ .
ຂປລ. ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນທີ 26 ມິຖຸນາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງຄໍາໝັ້ນສັນຍາ ໃນການແກ້ໄຂບັນຫາການຂາດສານອາຫານ ແລະ ຄວາມສຳຄັນຂອງວຽກງານໂພຊະນາການ ໂດຍຖືເອົາວຽກດັ່ງກ່າວເປັນບຸລິມະສິດຕົ້ນຕໍ ໃນການພັດທະນາຊັບສິນດ້ານມະນຸດ .
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ຮີບຮ້ອນປັບປຸງວຽກງານໂພຊະນາການ ເພື່ອພັດທະນາຊັບສິນດ້ານມະນຸດ” ແລະ ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດທະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເຖິງຄວາມສໍາຄັນ ຂອງໂພຊະນາການ ເພື່ອສ້າງເສດຖະກິດທີ່ເຂັ້ມແຂງ ແລະ ທົນທານ, ພ້ອມຍັງສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງ ລັດຖະບານ ເເຫ່ງ ສປປ ລາວ ໃນການປັບປຸງວຽກງານໂພຊະນາການ, ພັດທະນາຊັບສິນດ້ານມະນຸດ ເເລະ ຮັບປະກັນການເຕີບໂຕ ດ້ານເສດຖະກິດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດ ເຊິ່ງ ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນຢ່າງເຕັມທີ່ ຕໍ່ການຈັດຕັ້ງປະຕິບັດນະໂຍບາຍ ດຳເນີນງານແບບຮອບດ້ານ ເພື່ອຮັບມືກັບສະພາບ ການຂາດໂພຊະນາການ ໂດຍການມີສ່ວນຮ່ວມຂອງຫລາຍຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ, ພາກສ່ວນສັງຄົມ ແລະ ຄູ່ຮ່ວມພັດທະນາ.
ພ້ອມນີ້, ທ່ານ ນາງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າ ອົງການອຸຍນີເຊບ ປະຈຳ ສປປ ລາວ, ກໍໄດ້ກ່າວເຖິງຄວາມສຳຄັນ ຂອງການລົງທຶນດ້ານໂພຊະນາການ ຕໍ່ການພັດທະນາປະເທດຊາດ ວ່າ: ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ ໃນອະນາຄົດ ແມ່ນຂຶ້ນຢູ່ກັບສິ່ງທີ່ພວກເຮົາປະຕິບັດໃນມື້ນີ້. ໃນໄລຍະທີ່ມີຄວາມທ້າທາຍນີ້, ມັນເປັນສິ່ງສໍາຄັນທີ່ສຸດ ທີ່ພວກເຮົາຕ້ອງຮັບປະກັນວ່າ ເງິນທຸກໆໂດລາ ຫລື ທຸກໆກີບ ແມ່ນໄດ້ຖືກນຳໃຊ້ຢ່າງເໝາະສົມ ໃນວຽກງານດ້ານໂພຊະນາການ. ການລົງທຶນດ້ານໂພຊະນາການເດັກ ກໍຄື ການລົງທຶນໃນອະນາຄົດຂອງປະເທດ ແລະ ພວກເຮົາຈໍາເປັນຕ້ອງສຸມໃສ່ ການປະຕິບັດທີ່ມີປະສິດທິຜົນສູງທີ່ສຸດ, ໃຫ້ສາມາດເຂົ້າເຖິງ ເດັກທຸກໆຄົນໃນທົ່ວປະເທດ.
ທ່ານ ອານເບີໂຕ້ ໂລດີເກ້ ອຳນວຍການພັດທະນາ ຊັບສິນດ້ານມະນຸດ ຂອງຫ້ອງການທະນາ ຄານໂລກ ໄດ້ໃຫ້ຮູ້ວ່າ: ເພື່ອປັບປຸງໂພຊະນາການຂອງແມ່ຍິງ ແລະ ເດັກ, ມັນຈຳເປັນຕ້ອງມີການລົງທຶນ ໃນຫລາຍໆຂະແໜງການ, ພ້ອມທັງການບໍລິການ ດ້ານໂພຊະນາການທີ່ສໍາຄັນ ໃຫ້ແກ່ຄອບຄົວທີ່ທົ່ວເຖິງ ແລະ ລະບົບການຕິດຕາມວຽກງານ ໂພຊະນາການທີ່ເຂັ້ມແຂງ ເພື່ອປະເມີນຜົນສໍາເລັດຢ່າງຊັດເຈນ.
KPL