ສປຈີນ ເລັ່ງຂະຫຍາຍ ນະໂຍບາຍການເດີນທາງຜ່ານ ແບບວິຊ້າຟຣີ

28/06/2024 17:54
Email Print 465
KPL ຈີນ ຈະຂະຫຍາຍ ນະໂຍບາຍ ການເດີນທາງຜ່ານ (transit) ແບບບໍ່ມີວິຊ້າ ໂດຍກວມເອົາ ຫລາຍປະເທດ ແລະ ເພີ່ມຖ້ຽວບິນຂາເຂົ້າ ຈາກປະເທດ ຕົ້ນທາງ ທີ່ ສຳຄັນ ເພື່ອເພີ່ມ ປະສິດທິພາບ ມາດຕະການ ເດີນທາງ ຂາເຂົ້າ ແລະ ອອກ .

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ໜັງສືວຽນ ທີ່ ຮ່ວມອອກ ໂດຍ ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດ ຈີນ ແລະ ໜ່ວຍງານ ລັດຖະບານ ຈີນ ອີກ 4 ແຫ່ງ ໄດ້ລະບຸວ່າ: ຈີນ ຈະຂະຫຍາຍ ນະໂຍບາຍ ການເດີນທາງຜ່ານ (transit) ແບບບໍ່ມີວິຊ້າ ໂດຍກວມເອົາ ຫລາຍປະເທດ  ແລະ ເພີ່ມຖ້ຽວບິນຂາເຂົ້າ ຈາກປະເທດ ຕົ້ນທາງ ທີ່ ສຳຄັນ ເພື່ອເພີ່ມ ປະສິດທິພາບ ມາດຕະການ ເດີນທາງ ຂາເຂົ້າ ແລະ ອອກ .

ຈີນ ຈະເປີດຕົວ ຜະລິດ ຕະພັນ ແລະ ການບໍລິການ ສຳລັບ ການເດີນທາງ ຂາເຂົ້າ ທີ່ມີ ຄຸນນະພາບສູງ ເພີ່ມເຕີມ ເພື່ອຊຸກຍູ້ ປະສົບ ການເດີນທາງ ຂອງ ນັກທ່ອງທ່ຽວ ຕ່າງປະເທດ ແລະ ຈະປັບປຸງ ປ້າຍບອກທາງ ພາສາຕ່າງປະເທດ ຕາມສະຖາທີ່ ສາທາລະນະ ເຊັ່ນ: ສະຖານທີ່ ທ່ອງທ່ຽວ, ຮ້ານອາຫານ, ໂຮງແຮມ ແລະ ສະໜາມບິນ.

ໃນຂະນະດຽວກັນ ຈີນ ຈະເປີດ ໃຫ້ບໍລິການ ຫລາຍພາສາ ເຂົ້າສູ່ ແອບພີເຄຊັນ ແຜນທີ່ ແລະ ນໍາທາງ, ປັບປຸງ ການບໍລິການ ເອີ້ນລົດຮັບສົ່ງ ຜ່ານຮູບແບບ ອອນລາຍ, ພ້ອມທັງ ສົ່ງເສີມ ສະຖານທີ່ ແລະ ຮ້ານຄ້າຕ່າງໆ ໃຫ້ຍອມຮັບບັດທະນາຄານ ຕ່າງປະເທດ ເພື່ອຊ່ວຍໃຫ້ ນັກທ່ອງທ່ຽວ ຊາວຕ່າງປະເທດ ສາມາດ ເຂົ້າເຖິງ ການຮັບປະທານ ອາຫານ, ທີ່ຢູ່ອາໄສ, ການຂົນສົ່ງ, ການຊື້ບັດ ແລະ ການຈອງຊື້ສິນຄ້າຕ່າງໆ ພາຍໃນຈີນ.

KPL

ຂ່າວອື່ນໆ


Top