ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍ

26/06/2024 08:28
Email Print 420
KPL ຂປລ. ກອງປະຊຸມສ້າງຖະແຫລງການອາຊຽນ ກ່ຽວກັບການເຄື່ອນຍ້າຍແຮງງານ, ການຮັບຮູ້ ແລະ ການພັດທະນາສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍ ຈັດຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫ່ຍປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ



ຂປລ. ກອງປະຊຸມສ້າງຖະແຫລງການອາຊຽນ ກ່ຽວກັບການເຄື່ອນຍ້າຍແຮງງານ
, ການຮັບຮູ້ ແລະ ການພັດທະນາສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍ ຈັດຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫ່ຍປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ, ທ່ານ ເບເນດິກໂຕ ເອີເນສໂຕ ບິດໂຕນີໂອ (Benedicto, Ernesto R. Bitonio Jr) ຫົວໜ້າກົມການຈັດຫາງານ ປະເທດຟິລິບປິນ, ຫົວໜ້າເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ (SLOM), ກອງເລຂາອາຊຽນ ແລະ ຄະນະຮັບຜິດ ຊອບ ຈາກບັນດາປະເທດສະມາຊິກອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ ແລະ ຮັບຟັງລາຍງານຜົນໄດ້ຮັບຂອງ ກອງປະຊຸມຄະນະກຳມະການລະດັບພາກພື້ນ ໃນວັນທີ 29 ເມສາ 2024 ຜ່ານມາ ເພື່ອຜ່ານຮ່າງເນື້ອໃນເບື້ອງຕົ້ນຂອງຖະແຫລງການ (Zero Draft) ເຊິ່ງຮ່າງຂຶ້ນໂດຍທີ່ປຶກສາພາກພື້ນ. ພ້ອມທັງປຶກສາຫາລື ແລະ ປະກອບຄຳເຫັນຕໍ່ຮ່າງຂອບແນວຄວາມຄິດ ຂອງຖະແຫລງການ.  ພ້ອມນີ້, ບັນດາປະເທດສະມາຊິກອາຊຽນ ຍັງໄດ້ປະກອບຄຳຄິດຄໍາເຫັນຕໍ່ບັນຫາ, ສິ່ງທ້າທາຍ ແລະ ແຜນການຕໍ່ໜ້າ, ສະເໜີອະນຸມັດຂໍ້ຕົກລົງແຕ່ງ ຕັ້ງຄະນະຮັບຜິດຊອບ ສ້າງຮ່າງຖະແຫລງ ການອາຊຽນ ວ່າດ້ວຍການເຄື່ອນຍ້າຍແຮງງານ, ການພັດທະນາ ແລະ ຮັບຮູ້ສີມືແຮງງານ ຂອງແຮງງານເຄື່ອນຍ້າຍ.



ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ປັດຈຸບັນ
, ການເຄື່ອນຍ້າຍແຮງງານ ພາຍໃນພາກພື້ນອາຊຽນ ກໍຄື ສາກົນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະພາບດັ່ງກ່າວ, ເປັນທັງສີ່ງທ້າທາຍ ແລະ ກາລະໂອກາດ ໃນການພັດທະນາເສດຖະກິດຂອງພາກພື້ນອາຊຽນ, ກາລະໂອກາດດ້ານການແຮງງານເຄື່ອນຍ້າຍ ມີບົດບາດສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ພາກພື້ນອາຊຽນ ໂດຍມີອັດຕາການຈ້າງງານ ກວມເອົາຫລາຍກວ່າ 25% ການຈ້າງງານທັງໝົດຂອງພາກພື້ນ ແລະ ສ້າງລາຍຮັບຫລາຍກວ່າ 2,3 ພັນຕື້ໂດລາສະຫະລັດ, ກະຕຸ້ນໃຫ້ມີການແລກປ່ຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການພັດທະນາສີມືແຮງງານພາຍໃນພາກພື້ນ. ແນວໃດກໍຕາມ, ຄຽງຄູ່ກັບກັບກາລະໂອກາດດັ່ງກ່າວ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານ ລວມທັງການກຳນົດຄ່າຕອບແທນ ແລະ ເງື່ອນໄຂການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ຂອງແຮງງານເຄື່ອນຍ້າຍຍັງເປັນສີ່ງທ້າທາຍ.



ການສ້າງຖະແຫລງການວ່າດ້ວຍການ ເຄື່ອນຍ້າຍ
, ຮັບຮູ້ ແລະ ພັດທະນາສີມືແຮງງານ ຂອງແຮງງານເຄື່ອນຍ້າຍ ມີຄວາມສຳຄັນ ແລະ ເປັນການລິເລີ່ມທີ່ດີໃນຈັດຕັ້ງ ຜັນຂະຫຍາຍບັນດາເຈດຈຳນົງ ທີ່ກຳນົດໃນຖະແຫລງການ ແລະ ຂອບຂອງອາຊຽນ ຜ່ານມາທີ່ກ່ຽວຂ້ອງກັບຫົວຂໍ້ ການປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ, ການຮັບຮູ້ສີມືແຮງງານ ແລະ ການພັດທະນາ, ການເຕີບໂຕຂອງເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງ ຂອງບັນດາປະເທດສະມາຊິກອາຊຽນ. ພ້ອມນີ້, ທ່ານຍັງ ໄດ້ສະແດງຄວາມຂອງໃຈ ຕໍ່ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການ ຈາກອົງການແຮງງານສາກົນ (ILO), ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ກອງເລຂາອາຊຽນ ທີ່ໄດ້ຄົ້ນຄວ້າ ແລະ ຮ່າງເນື້ອໃນຖະແຫລງການ ດັ່ງກ່າວ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

    • 	ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      7/1/2024 11:33:22 AM

      ປະເທດ ສະຫະພັນລັດ ມາເລເຊຍ (Federation of Malaysia) ຫລື ເອີ້ນວ່າ ມາເລເຊຍ(Malaysia) ມີນະຄອນຫລວງ ຊື່ວ່າ ກົວລາລຳເປີ(Kualalampur), ຕັ້ງຢູ່ໃນເຂດເສັ້ນສູນສູດ ປະກອບດ້ວຍ ດິນແດນ ສອງສ່ວນ ໂດຍມີ ທະເລຈີນໃຕ້ຂັ້ນ ລະຫວ່າງ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ, ມີເນື້ອທີ່ລວມ 329.847 ກິໂລຕາແມັດ ໃຫຍ່ເປັນອັນດັບ 5 ຂອງ ປະເທດສະມາຊິກ ອາຊຽນ, ກວມເອົາ ປະຊາກອນ ເກືອບ34 ລ້ານຄົນ

    • ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024ອາຊຽນ ASEAN

      ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024

      7/1/2024 10:27:23 AM

      ເປັນຂ່າວດີສໍາລັບ ສປປ ລາວ ແລະ ອາຊຽນ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບການເປັນປະທານອາຊຽນ ປີ 2024 ນີ້ໃຫ້ມີບັນຍາກາດຟົດຟື້ນ.

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

    • ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດອາຊຽນ ASEAN

      ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

      6/26/2024 1:46:19 PM

      ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.


Top