KPL
ລວມມີ ປະມານ 3,04 ຕື້ກິໂລວັດ, ເພີ່ມຂຶ້ນ 14,1% ເມື່ອທຽບປີ ຕໍ່ປີ (ຄິດໄລ່ເຖິງ ທ້າຍເດືອນ ພືດສະພາຜ່ານມາ).
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກບໍລິຫານ ພະລັງງານ ແຫ່ງຊາດ ຈີນ ລາຍງານວ່າ: ກຳລັງ ການຜະລິດ ຕິດຕັ້ງ ພະລັງງານ ທັງໝົດ ຂອງ ຈີນ ລວມມີ ປະມານ 3,04 ຕື້ກິໂລວັດ, ເພີ່ມຂຶ້ນ 14,1% ເມື່ອທຽບປີ ຕໍ່ປີ (ຄິດໄລ່ເຖິງ ທ້າຍເດືອນ ພືດສະພາຜ່ານມາ).
ໂດຍກຳລັງ ການຜະລິດ ພະລັງງານລົມ ແລະ ພະລັງງານ ແສງຕາເວັນ ສະສົມ ປະມານ 460 ລ້ານກິໂລວັດ ແລະ 690 ລ້ານກິໂລວັດ, ໄລ່ເຖິງ ທ້າຍເດືອນ ພືດສະພາ, ເພີ່ມຂຶ້ນ 20,5% ແລະ 52,2% ເມື່ອທຽບປີຕໍ່ປີ. ກຸ່ມຜູ້ປະກອບ ທຸລະກິດ ພະລັງງານ ຂະໜາດໃຫຍ່ ໃນຈີນ ໄດ້ດຳເນີນ ການລົງທຶນ ໃນໂຄງການ ແຈກຢາຍພະລັງງານ ໃນໄລຍະເດືອນ ມັງກອນ-ເດືອນ ພືດສະພາ ຂອງ ປີນີ້ ລວມມີ 2,57 ແສນລ້ານຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບປີຕໍ່ປີ. ສ່ວນການລົງທຶນ ໃນໂຄງການໄຟຟ້າ ຂອງ ຈີນ ໃນໄລຍະ 5 ເດືອນທຳອິດ ຂອງປີນີ້ ລວມມີ 1,7 ແສນລ້ານຢວນ, ເພີ່ມຂຶ້ນ 21,6% ເມື່ອທຽບ ປີຕໍ່ປີ./.
KPL