ເປີດງານສົ່ງເສີມການທ່ອງທ່ຽວພາຍໃນ ຢູ່ ນວ

01/07/2024 13:18
Email Print 265
KPL ຂປລ. ໃນລະຫວ່າງວັນທີ 28-30 ມິຖຸນາ 2024 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ, ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ການບິນລາວ ຈັດງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ(ນວ)



ຂປລ. ໃນລະຫວ່າງວັນທີ 28-30 ມິຖຸນາ 2024 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ, ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ການບິນລາວ ຈັດງານສົ່ງເສີມ ການທ່ອງທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ (ນວ) ໂດຍມີ ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຮອງປະທານສະມາຄົມ ທຸລະກິດທ່ອງທ່ຽວລາວ ແລະ ຜູ້ຊ່ວຍອໍານວຍການ ສູນການຄ້າວຽງຈັນເຊັນເຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ງານສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ຊື່ງານ “Let' Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ“ ຖືເປັນການຮ່ວມຈັດງານສົ່ງເສີມ ການທ່ອງທ່ຽວລາວ ເປັນຄັ້ງທີ 4 ແນໃສ່ ສົ່ງເສີມພາກຫົວໜ່ວຍທຸລະກິດ ການທ່ອງທ່ຽວ ແລະ ທຸລະກິດທ້ອງຖິ່ນ ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຊຸກຍູ້ສົ່ງເສີມ ປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດອັນຄຶກຄື້ນ ແນໃສ່ດຶງດູດ ເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ, ທັງເປັນການ ດຶງເອົານັກທ່ອງທ່ຽວພາຍໃນ ສປປ ລາວ ອອກໄປທ່ອງທ່ຽວ ຕ່າງປະເທດ ຕື່ມອີກ.

ງານໃນຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງມີສິດຮ່ວມລຸ້ນຮັບລາງວັນ ປີ້ຍົນພາຍໃນປະເທດ, ບັດເຂົ້າສະປາ, ລອຍນໍ້າ ແລະ ຫ້ອງພັກຟຣີ ຢູ່ຫລາຍສະຖານທີ່ທ່ອງທ່ຽວ ແລະ ໂຮງແຮມ ຈາກຜູ້ປະກອບການດ້ານການທ່ອງທ່ຽວ ທີ່ໄດ້ນຳເອົາຜະລິດຕະພັນ ຂອງຕົນມາວາງສະແດງ ພຽງແຕ່ຈອງແພັກເກັດທ່ອງທ່ຽວ ພາຍໃນງານ. ຫລັງຈາກນັ້ນ, ນຳໃບບິນ ຫລື ຫລັກຖານການຈອງ ມາຂຽນຄູປ່ອງປ່ອນຊີງໂຊກໄດ້ທີ່ຫ້ອງວາງສະແດງ Exo Travel Laos ແລະ ຈະມີການຈັບສະຫລາກປະກາດຜົນລາງວັນ ຜ່ານຊ່ອງທາງ Facebook Page Vientiane Center.
ຂ່າວ: ກິດຕາ
KPL

ຂ່າວອື່ນໆ


Top