ສະຖານທູດອິນເດຍ ສະຫລອງວັນ ໂຍຄະສາກົນ ທີ່ນະຄອນຫລວງວຽງຈັນ

24/06/2024 14:15
Email Print 444
KPL ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ ແລະ ສະມາຄົມມິດຕະພາບລາວ-ອິນເດຍ ສະເຫລີມສະຫລອງວັນໂຍຄະສາກົນ ຄັ້ງທີ 10 ໃນຫົວຂໍ້ "ໂຍຄະເພື່ອຕົນເອງ ແລະ ສັງຄົມ" ໃນວັນທີ 22 ມິຖຸນາ 2024 ທີ່ນະ ຄອນຫລວງວຽງຈັນ



ຂປລ. ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ
, ກະຊວງການຕ່າງປະເທດ ແລະ ສະມາຄົມມິດຕະພາບລາວ-ອິນເດຍ ສະເຫລີມສະຫລອງວັນໂຍຄະສາກົນ ຄັ້ງທີ 10 ໃນຫົວຂໍ້ "ໂຍຄະເພື່ອຕົນເອງ ແລະ ສັງຄົມ" ໃນວັນທີ 22 ມິຖຸນາ 2024 ທີ່ນະ ຄອນຫລວງວຽງຈັນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສຸທຳ ສາກົນນິຍົມ ປະທານສະມາຄົມ ລາວ-ອິນເດຍ, ພ້ອມດ້ວຍອາສາສະໝັກໂຍຄະ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ ໂດຍໄດ້ຮັບການສະໜັບສະໜູນຈາກ ສູນອາດອັອບລີບວິງລາວ.

ທ່ານ ປຣາຊານ ອາກາວານທ໌ ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ໄດ້ກ່າວວ່າ: ນັບແຕ່ປີ 2014 ເປັນຕົ້ນມາ, ອົງການສະຫະປະຊາຊາດ ໄດ້ກໍານົດເອົາວັນທີ 21 ມິຖຸນາ ຂອງທຸກປີ ເປັນວັນໂຍຄະສາກົນ. ສະເພາະຢູ່ ສປປ ລາວ, ສະຖານທູດອິນເດຍ ປະຈຳລາວ ໄດ້ຮ່ວມກັບລັດຖະບານລາວ ເລີ່ມຈັດຕັ້ງປະຕິບັດ ແລະ ສະເຫລີມສະຫລອງວັນໂຍຄະສາກົນ ແຕ່ປີ 2016 ເປັນຕົ້ນມາ, ປັດຈຸບັນໂຍຄະ ໄດ້ກາຍເປັນການເຄື່ອນໄຫວດ້ານສຸຂະພາບທົ່ວໂລກ, ພ້ອມທັງຊ່ວຍສ້າງຄວາມສະຫງົບ ພາຍໃນຕົນເອງ ແລະ ສັງຄົມ. ໂຍຄະ ແມ່ນການຝຶກປະຕິບັດທາງຮ່າງກາຍ, ອາລົມຈິດ ແລະ ຈິດວິນຍານ ເຊິ່ງກຳເນີດຢູ່ອິນເດຍ ເຊິ່ງກິດຈະກຳດັ່ງກ່າວ ແມ່ນໝາກຜົນ ຂອງການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງນະຄອນຫລວງວຽງຈັນ ແລະ ສະຖານທູດອິນເດຍ ປະຈຳ ສປປ ລາວ.



ທ່ານ ພຸດ ສິມມາລາວົງ ໄດ້ມີຄຳເຫັນວ່າ: ການຈັດກິດຈະກຳສະເຫລີມສະຫລອງ ວັນໂຍຄະສາກົນ ປຽບເໝືອນບຸນມະໂຫລານອັນຍິ່ງໃຫຍ່ ຂອງວົງຄະນະຍາດສາກົນ ເຊິ່ງໄດ້ເລີ່ມສະເຫລີມສະ ຫລອງກັນມາແຕ່ປີ
2016, ປັດຈຸບັນ ມີຜູ້ຝຶກຫລິ້ນໂຍຄະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໃນປີນີ້ໄດ້ສະ ເຫລີມສະຫລອງຢູ່ ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງຈຳປາສັກ. ສຳລັບຢູ່ນະຄອນ ຫລວງວຽງຈັນ ແມ່ນໄດ້ຈັດຂຶ້ນຢູ່ 2 ຈຸດ. ທັງນີ້, ກໍເພື່ອເຮັດໃຫ້ການສະເຫລີມສະຫລອງວັນໂຍຄະສາ ກົນ ເປັນຂະບວນ ຟົດຟື້ນກວ້າງຂວາງ, ພ້ອມກັບບັນດາວົງຄະນາຍາດສາກົນ, ທັງເປັນການສົ່ງເສີມໃຫ້ຄົນລາວຫັນມາອອກກໍາລັງກາຍ ເພື່ອໃຫ້ມີສຸຂະພາບແຂງແຮງ ເຊິ່ງກິລາໂຍຄະເປັນກິລາປະເພດໜຶ່ງ ທີ່ມວນຊົນທຸກເພດ-ທຸກໄວ, ທຸກຊັ້ນຄົນໃນສັງຄົມ ສາມາດເຂົ້າເຖິງໄດ້ງ່າຍ ແລະ ເປັນກິລາທີ່ນິຍົມປະ ເພດໜຶ່ງໃນທົ່ວໂລກ ທີ່ສາມາດຝຶກຫລິ້ນຢູ່ທີ່ພັກອາໄສຂອງຕົນເອງ ໄດ້ຢ່າງສະດວກສະບາຍ. ພ້ອມນີ້, ການຫລິ້ນໂຍຄະ ຍັງເປັນການຊ່ວຍເສີມສ້າງພະລັງຈິດ-ພະລັງກາຍ ແລະ ຜ່ອນຄາຍຄວາມຕຶງຄຽດຂອງຄົນເຮົາ ໃຫ້ມີຄວາມເຂັ້ມແຂງ, ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ມິດຕະ ພາບ ແລະ ຄວາມຜາສຸກ ລະຫວ່າງບັນດາປະຊາຊາດ ຢູ່ໃນໂລກນຳອີກ.

KPL

ຂ່າວອື່ນໆ


Top