ສະຫະພັນແມ່ຍິງຮາກຖານ ຟຟລ ສາຂາແຂວງເຊກອງ ສໍາເລັດກອງປະຊຸມໃຫຍ່ ຂອງຕົນ

27/06/2024 12:55
Email Print 318
KPL ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານ ລັດວິສາຫະກິດໄຟຟ້າລາວ (ຟຟລ) ສາຂາແຂວງເຊກອງ ໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນວັນທີ 24 ມິຖຸນາ 2024

 

  ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານ ລັດວິສາຫະກິດໄຟຟ້າລາວ (ຟຟລ) ສາຂາແຂວງເຊກອງ ໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນວັນທີ 24 ມິຖຸນາ 2024 ໂດຍການເປັນປະທານຂອງ ສະຫາຍ ນາງ ເພັດດາແກ້ວ ພົນສະລາດ ຮອງປະທານສະຫະພັນແມ່ຍິງ ແຂວງເຊກອງ, ສະຫາຍ ສົມໄຊ ອ່ອນໄຊວຽງ ຜູ້ກວດໜ່ວຍພັກ, ຫົວໜ້າລັດວິສາຫະກິດ ຟຟລ ສາຂາ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
  ສະຫາຍ ນາງ ສຸດທິດາ ແກ້ວພິລາ ປະທານສະຫະພັນແມ່ຍິງຮາກຖານ ຟຟລ ສາຂາ ແຂວງເຊກອງ ລາຍງານວ່າ: ໃນໄລຍະ
5 ປີ (2018-2023) ຜ່ານມາ ຄະນະສະຫະພັນແມ່ຍິງຮາກຖານ ຟຟລ ເຊກອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີສະມາຊິກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປຶກແຜ່ນແໜ້ນໜາ ເຮັດໃຫ້ສະມາຊິກສະຫະພັນແມ່ຍິງ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບໃນທຸກວຽກງານ, ເປັນເຈົ້າການນໍາເອົາເອກະສານສໍາຄັນຂອງພັກ-ຂອງຊາດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງຕໍ່ເນື່ອງ ຕິດພັນກັບເຜີຍແຜ່ເຊື່ອມຊຶມເອກະສານ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ໄດ້ 7 ຄັ້ງ ມີຜູ້ເຂົ້າຮ່ວມ 247 ເທື່ອຄົນ, ຊາຍ 23 ເທື່ອຄົນ, ພ້ອມທັງເປັນເຈົ້າການປຸກລະດົມເອື້ອຍ-ນ້ອງແມ່ຍິງພັດທະນາຕົນເອງ ທາງດ້ານຮ່າງກາຍ, ຈິດໃຈ ຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ, ເອົາໃຈໃສ່ອະນຸລັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງແມ່ຍິງລາວ. ພ້ອມນີ້, ຍັງໄດ້ປຸກລະດົມເອື້ອຍ-ນ້ອງແມ່ຍິງພາຍໃນໜ່ວຍ ສ້າງຕັ້ງກຸ່ມທ້ອນເງິນ ຫລື ກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ ປັດຈຸບັນມີສະມາຊິກ 94 ທ່ານ ຍິງ 17 ທ່ານ ແລະ ມີເງິນຝາກທັງໝົດ 440 ລ້ານກວ່າກີບ. ນອກນີ້, ຍັງໄດ້ປຸກລະດົມຊຸກຍູ້ເອື້ອຍ-ນ້ອງແມ່ຍິງ ສ້າງເສດຖະກິດຄອບຄົວ ດ້ວຍການປູກຝັງ-ລ້ຽງສັດ ແລະ ບໍລິການຄ້າ-ຂາຍ ຕາມທ່າແຮງບົ່ມຊ້ອນ ຂອງແຕ່ລະຄົນ ເຮັດໃຫ້ບາງຄອບຄົວ ກາຍເປັນຄອບຄົວຕົວແບບ ໃນການສ້າງລາຍຮັບເພີ່ມແຕ່ 15-30 ລ້ານກີບຕໍ່ປີ.
  ໃນກອງປະຊຸມ ຍັງໄດ້ດໍາເນີນການປ່ອນບັດຄັດເລືອກເອົາ ຄະນະສະຫະພັນແມ່ຍິງຮາກຖານ ຟຟລ ສາຂາ ແຂວງເຊກອງຊຸດໃໝ່
, ຊຶ່ງໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນາງ ສຸດທິດາ ແກ້ວພິລາ ເປັນປະທານ, ສະຫາຍ ນາງ ພວງມະໄລ ໄຊຍະວົງ ເປັນຮອງປະທານ ແລະ ສະຫາຍ ນາງ ພຸດດາວັນ ບົວສະຫວັນ ເປັນຮອງປະທານ ທັງເປັນປະທານກວດກາ.
  ໂອກາດນີ້, ສະຫາຍ ນາງ ເພັດດາແກ້ວ  ພົນສະລາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຄະນະສະຫະພັນແມ່ຍິງຮາກຖານ ຟຟລ ສາຂາ ເຊກອງ ຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງ ຊີ້ນໍາໃຫ້ຄະນະຊຸດໃໝ່ ສືບຕໍ່ສຶກສາອົບຮົມການເມືອງແນວຄິດ
, ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນ; ສືບຕໍ່ເສີມຂະຫຍາຍຜົນງານດ້ານດີ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ; ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ປະຕິບັດຫລັກການນໍາພາລວມສູນປະຊາທິປະໄຕ, ແບ່ງງານແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ; ສືບຕໍ່ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ຂອງຊາດ ແລະ ຂອງແມ່ຍິງລາວບັນດາເຜົ່າ; ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ວາງອອກ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ ໃຫ້ປະກົດຜົນເປັນຈິງ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.

KPL

ຂ່າວອື່ນໆ


Top