ເຜີຍແຜ່ວຽກງານກໍາຈັດສິ່ງເສດເຫລືອໃນຊຸມຊົນ 4 ບ້ານເປົ້າໝາຍ ເມືອງປາກຊັນ

27/06/2024 12:55
Email Print 327
KPL ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໂຄງການສ້າງຄວາມທົນທານ ຂອງປະຊາກອນ ໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກອາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ລະບົບນິເວດຢູ່ ສປປ ລາວ

  ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໂຄງການສ້າງຄວາມທົນທານ ຂອງປະຊາກອນ ໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກອາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ລະບົບນິເວດຢູ່ ສປປ ລາວ ໄດ້ເຜີຍແຜ່ວຽກງານການກໍາຈັດສິ່ງເສດເຫລືອ ໃນຊຸມຊົນ 4 ບ້ານເປົ້າໝາຍໃໝ່ຄື: ບ້ານສີວິໄລ, ນາຈິກ, ສິນໄຊ ແລະ ບ້ານມີໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນວັນທີ 24 ມິຖຸນາ 2024 ທີ່ບ້ານສີວິໄລ ໂດຍການເຂົ້າຮ່ວມຂອງທ່ານ ອິນປັນ ລໍມະນີ ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງປາກຊັນ, ທ່ານ ວອນວິໄລ ສົມບັດມູນວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ທັງເປັນຫົວໜ້າໂຄງການຜູ້ປະສານງານໂຄງການ ພ້ອມດ້ວຍວິຊາການຈາກແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
  ທ່ານ ວອນວິໄລ ສົມບັດມູນວົງ ໄດ້ເຜີຍແຜ່ແນະນຳ ກ່ຽວກັບບັນຫາການເພີ່ມຂຶ້ນຂອງຂີ້ເຫຍື້ອ ເຫັນວ່າມີຈໍານວນເພີ່ມຂຶ້ນ
18.396 ໂຕນຕໍ່ປີ ໂດຍສະເພາະຂີ້ເຫຍື້ອທົ່ວໄປເພີ່ມຂຶ້ນເຖິງ 17.298 ໂຕນຕໍ່ປີ ແລະ ຂີ້ເຫຍື້ອອັນຕະລາຍ 1.098 ໂຕນຕໍ່ປີ ການຖິ້ມຂີ້ເຫຍື້ອຊະຊາຍ ຕາມຊຸມຊົນ ຫລື ຖິ້ມຕາມສະຖານທີ່ສາທາລະນະ, ແມ່ນໍ້າ ແລະ ຫ້ວຍຮ່ອງ ຄອງບຶງຕ່າງໆ ກໍເປັນບັນຫາໜຶ່ງທີ່ສ້າງມົນລະພິດທາງນໍ້າ, ທາງອາກາດ ແລະ ຄວາມບໍ່ສະອາດງາມຕາ ທາງດ້ານສິ່ງແວດລ້ອມ ທັງເປັນສາຍເຫດໜຶ່ງທີ່ພາໃຫ້ ມີການປ່ຽນແປງດິນຟ້າອາກາດຢ່າງຮຸນແຮງ ເປັນໄພຂົ່ມຂູ່ຕໍ່ຊຸມຊົນ ແລະ ຕົວເມືອງ.
  ການລົງເຜີຍແຜ່ ວຽກງານກໍາຈັດສິ່ງເສດເຫລືອໃນຄັ້ງນີ້
ເພື່ອປູກຈິດສໍານຶກ ໃຫ້ພໍ່ແມ່ປະຊາຊົນຮູ້ຈັກວິທີການ ຄັດແຍກຂີ້ເຫຍື້ອ ການຖິ້ມຂີ້ເຫຍື້ອ ທີ່ບໍ່ຖືກຕ້ອງຕາມຫລັກວິຊາການ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຊຸມຊົນມີຄວາມສະອາດ ແລະ ມີສະພາບແວດລ້ອມທີ່ດີ. ໃນກອງປະຊຸມຍັງໄດ້ມີການຖາມ-ຕອບ ກ່ຽວກັບຄວາມຮູ້ຮອບຕົວ ທາງດ້ານການກໍາຈັດສິ່ງເສດເຫລືອ ທີ່ຂີ້ເຫຍື້ອທີ່ໃຊ້ແລ້ວມາໄຈ້ແຍກ ເພື່ອເກັບຂາຍຄືນ ຈາກພໍ່ແມ່ປະຊາຊົນ ບ້ານສີວິໄລ ທີ່ເຂົ້າຮ່ວມໃນຄັ້ງນີ້.

ຂ່າວ-ພາບ: ວຽງສະຫວັນ
KPL

ຂ່າວອື່ນໆ


Top