ຫ້ອງການຊາວໜຸ່ມ ເມືອງທຸລະຄົມ ໄດ້ຮັບເຄື່ອງເສບດຸລິຍາງ

27/06/2024 13:00
Email Print 250
KPL ຂປລ. ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ທ່ານ ບຸນລະພະໄຊ ຣາຊາສົມບັດ ອໍານວຍການຣີສອດສວນເສືອປ່າ-ຮ້ານອາຫານເສືອປ່າຣີເວີໄຊ້ ບ້ານນາເພີຍ ແລະ ທ່ານ ໂລ້ຈ້ອຍ ແຊ່ເຕິ່ນ ຫົວໜ້າຟາມລ້ຽງໄກ່ບ້ານນາຫວ້າ-ບ້ານປາກຫາງ

  ຂປລ. ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ທ່ານ ບຸນລະພະໄຊ ຣາຊາສົມບັດ ອໍານວຍການຣີສອດສວນເສືອປ່າ-ຮ້ານອາຫານເສືອປ່າຣີເວີໄຊ້ ບ້ານນາເພີຍ ແລະ ທ່ານ ໂລ້ຈ້ອຍ ແຊ່ເຕິ່ນ ຫົວໜ້າຟາມລ້ຽງໄກ່ບ້ານນາຫວ້າ-ບ້ານປາກຫາງ ແລະ ຕົວແທນຈໍາໜ່າຍຫົວອາຫານສັດ ບໍລິສັດ ຊີພີລາວ ໄດ້ນໍາເອົາອຸປະກອນເຄື່ອງເສບດຸລິຍາງ ມອບໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 25 ມິຖຸນາ 2024 ກ່າວຮັບໂດຍທ່ານ ຕິ່ງ ອຸດສາ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງທຸລະຄົມ, ມີ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ພ້ອມດ້ວຍການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພະຍານ.
  ອຸປະກອບເຄື່ອງເສບດຸລິຍາງ ທີ່ນໍາມາມອບມີມູນຄ່າ
90 ລ້ານກີບ ເພື່ອໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ສໍາລັບເສບຮັບໃຊ້ໃນເວລາມີກອງປະຊຸມໃຫຍ່, ງານ ຫລື ພິທີສໍາຄັນອື່ນໆ ທີ່ອົງການປົກຄອງເມືອງຈັດຂຶ້ນ ເຮັດໃຫ້ມີບັນຍາກາດຕື່ນເຕັ້ນ, ລະທຶກໃຈ ແລະ ມີຄວາມໝາຍຄວາມສໍາຄັນ ທັງເປັນການອຳນວຍຄວາມສະດວກ ໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ຜູ້ເຮັດຕົວຈິງ ໃຫ້ມີຄວາມຊໍານິຊໍານານ ຕາມຮູບແບບການເສບທີ່ຖືກຕ້ອງ.
  ໂອກາດນີ້, ທ່ານ ເຈົ້າເມືອງ ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່
2 ຫົວໜ່ວຍທຸລະກິດດັ່ງກ່າວ ທີ່ໄດ້ນຳເອົາເຄື່ອງເສບດຸລິຍາງ ມາມອບໃຫ້ໃນຄັ້ງນີ້ ພ້ອມທັງໄດ້ມອບໃບຍ້ອງຍໍ ໃຫ້ທັງ 2 ທ່ານ ຕື່ມອີກ.

KPL

ຂ່າວອື່ນໆ


Top