ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທ

27/10/2026 09:50
Email Print 283
KPL ເມ່ືອບ່ໍດົນມານ້ີ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ກໍຄື ລັດຖະບານ ສປປ ລາວ ນໍາ ໂດຍທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະລົງ ຕິດຕາມຊຸກຍູ້ການກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມມະຫະກໍາພືດສວນໂລກອຸດອນທານີ,


     ຂປລ.ຄະນະຕິດຕາມປະກອບມີ: ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມຄະນະ, ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຊຶ່ງໃນງານດັ່ງກ່າວ ຈະຈັດຂຶ້ນໃນຕົ້ນເດືອນພະຈິກ 2026 ທີ່ແຂວງອຸດອນທານີ ລາຊະອານາຈັກໄທ. ສໍາລັບຮູບແບບການຈັດງານ (Theme Concept) ທີ່ປະເທດເຈົ້າພາບກໍານົດໃຫ້ບັນດາປະເທດ ແມ່ນ “ຄວາມຫລາກຫລາຍຂອງຊີວິດ: ການເຊື່ອມຕໍ່ຜູ້ຄົນ, ສາຍນໍ້າ ແລະ ພືດ ເພື່ອການດໍາລົງຊີວິດແບບຍືນຍົງ”. ສປປ ລາວ ແມ່ນໜຶ່ງໃນປະເທດທີ່ຖືກເຊື້ອເຊີນເຂົ້າຮ່ວມຈັດວາງສະແດງໃນສ່ວນສວນນານາຊາດກາງແຈ້ງໃນເນື້ອທີ່ 743 ຕາແມັດ ແລະ ສວນໃນຮົ່ມ ເນື້ອທີ່ 48 ຕາແມັດ ໂດຍຄະນະຮັບຜິດຊອບຊີ້ນໍາລະດັບຊາດ ໄດ້ເປັນເອກະພາບນໍາສະເໜີຮູບແບບການຈັດສວນພຶກສາສາດປະສົມປະສານກັບການຈໍາລອງທໍາມະຊາດ, ເອກະລັກທາງວັດທະນະທໍາ, ຮີດຄອງປະເພນີຂອງລາວ ແລະ ສັນຍະລັກມິງເມືອງຂອງລາວ ໄດ້ແກ່: ຈໍາລອງແບບພະທາດຫລວງ ທີ່ເປັນທີ່ເອກອ້າງເຖິງສາສະໜາຕິດພັນກັບຄວາມເຊື່ອຖືຂອງຄົນລາວ ທີ່ນັບຖືສາສະໜາພຸດ ແລະ ທັງເປັນສັນຍະລັກຂອງປະເທດລາວ; ມີການຈໍາລອງແບບຂອງມໍລະດົກໂລກທົ່ງໄຫຫີນ ຊຽງຂວາງ, ມໍລະດົກໂລກຮ່ວມຊາຍແດນອຸທິຍານແຫ່ງຊາດຟອງຍາ- ແກບາງ ແລະ ອຸທິຍານແຫ່ງຊາດຫີນໜາມໜໍ່. ນອກຈາກນັ້ນ, ຍັງສ້າງແບບຈໍາລອງແຄນລາວ; ຫໍກວນຊົນເຜົ່າກະຕູ ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ ເພື່ອຈັດວາງສະແດງບັນດາຮູບພາບຕ່າງໆ ເຊັ່ນ: ຮູບພາບມໍລະດົກໂລກ ວັດພູຈໍາປາສັກ, ເມືອງຫລວງພະບາງ ມໍລະດົກໂລກ ແລະ ຮູບພາບເອກະລັກ ແລະ ວິຖີຊີິວິດຂອງບັນດາຊົນເຜົ່າລາວ. ສິ່ງທີ່ໂດດເດັ່ນຂອງສວນ ສປປ ລາວ ແມ່ນຈະມີຄວາມປະສົມປະສານທາງດ້ານຄວາມ ຫລາກຫລາຍຂອງຊີວະນານາພັນ ຕ້ົນຈໍາປາທ່ີເປັນດອກໄມ້ປະຈໍາຊາດ, ຕົ້ນໄມ້ທີ່ເປັນເອກະລັກຂອງລາວ ແລະ ປະດັບປະດາດ້ວຍດອກໄມ້ນານາພັນຢ່າງສວຍງາມສະແດງເຖິງປະເທດລາວມີຄວາມອຸດົມສົມບູນທາງດ້ານທຳມະຊາດ ແລະ ເປັນທີ່ໜ້າມາທ່ຽວຊົມຂອງແຂກຄົນ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ຮູ້ຈັກກັບປະເທດລາວ ຜ່ານເຄືອຂ່າຍຂອງສະມາຄົມພືດສວນໂລກ AIPH ທີ່ທຸກ ຄົນທົ່ວໂລກ 140 ປະເທດໄດ້ຮັບຮູ້ຂໍ້ມູນຂ່າວສານດັ່ງກ່າວ.


    ມາຮອດປັດຈຸບັນ, ການກະກຽມຄວາມພ້ອມຂອງຄະນະຮັບຜິດຊອບເຫັນວ່າມີຄວາມຄືບໜ້າເປັນທີ່ໜ້າພໍໃຈຫລາຍ ຈາກການປະເມີນບັນດາໜ້າວຽກທີ່ປະຕິບັດໄດ້ສົມທຽບໃສ່ແຜນຕາມແບບທ່ີໄດ້ເອກະພາບກັນປະເມີນໄດ້ຫລາຍກວ່າ 95% ແລະ ບັນດາໜ້າວຽກທີ່ຍັງເຫລືອແມ່ນວຽກເກັບລາຍລະອຽດ, ຕົບແຕ່ງຮູບພາບຕ່າງໆ ແລະ ນໍາເອົາຜະລິດຕະພັນວາງສະແດງເຂົ້າໃສ່ສະຖານທີ່ຕົວຈິງ . ໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນຕື່ມໃຫ້ຄະນະຮັບຜິດຊອບສືບຕໍ່ປະຕິບັດບັນດາໜ້າວຽກທ່ີ ຍັງບໍ່ທັນສໍາເລັດໃຫ້ສໍາເລັດຕາມແຜນທີ່ໄດ້ເອກະພາບກັນ ແລະ ເພີ່ມແບບຈໍາລອງປະຕູໄຊ ເຂົ້າຕື່ມ ເພື່ອໃຫ້ຄົບຖ້ວມລວມທັງໃຫ້ນໍາເອົາຂໍ້ມູນຄວາມອຸດົມສົມບູນທາງດ້ານຊີວະນາໆພັນຂອງ ສປປ ລາວ ມາເຜີຍແຜ່ໃນງານໃຫ້ໄດ້ຫລາຍທີ່ສຸດ ແລະ ໃຫ້ມີຄວາມຫລາກຫລາຍທັງເປັນແບບຮູບພາບ ແລະ ວິດີໂອ ເພື່ອເປັນການໂຄສະນາໃຫ້ຜູ້ມາຮ່ວມງານຮັບຮູ້ກ່ຽວກັບ ສປປ ລາວ ໃຫ້ຫລາຍຂຶ້ນ.    

ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ

KPL

ຂ່າວອື່ນໆ

    • ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

      10/27/2026 8:33:39 PM

      ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.

    • ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມວັດທະນະທຳ-ສັງຄົມ

      ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ

      10/27/2026 8:33:36 PM

      ອົງການປະກັນສັງຄົມແຫ່ງຊາດ ຈັດກອງປະຊຸມວິຊາການວຽກງານປົກປ້ອງສັງຄົມ ໃນວັນທີ 23 ຕຸລາ 2026 ຜ່ານມາ, ເພື່ອຫາລື ແລະ ຊຸກຍູ້ການຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ ແລະ ຫຼຸດຜ່ອນຄວາມເຫຼື້ອມລ້ຳຢ່າງຍືນຍົງ.

    • ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊ

      10/27/2026 9:02:21 AM

      ໃນວັນທີ 26 ຕຸລາ 2026, ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569, ເປັນບຸນອອກພັນສາປະ ວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານ ແຂວງຈຳປາສັກ, ພ້ອມດ້ວຍທ່ານ ອາລຸນໄຊ ສູນນະລາດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນຄົນລາວ ຊາວພຸດຢູ່ວັດຫລວງປາກເຊ.

    • ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມ

      10/26/2026 11:57:59 AM

      ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ນຳໂດຍ ທ່ານ ນາງ ບຸນກອງ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນດ້ານວຽກງານສື່ມວນຊົນກັບວາລະສານກອມມູນິດຫວຽດນາມ ໃນອາທິດຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ໃນໂອກາດເຂົ້າຮ່ວມຝຶກອົບຮົມວຽກງານສື່ມວນຊົນ ໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ.

    • ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນວັດທະນະທຳ-ສັງຄົມ

      ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ

      10/26/2026 11:49:16 AM

      ເທສະການວິຖີຊີວິດ ສ ເກົາຫຼີ ປີ 2026 ຫຼື (Korea Lifestyle Festival 2026) ຈັດຂຶ້ນໃນວັນທີ 23-24 ຕຸລາ 2026 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລີຈອງຮອບ (H.E. Lee Jeong Hyop) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສ ເກົາຫຼີ ປະຈຳ ສປປ ລາວ, ທ່ານ ຈຸນກິວ ປັກ (Mr. Jungwe Park) ຫົວໜ້າຕາງໜ້າອົງການໂຄຕຣາ (KOTRA) ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


Top