ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

24/04/2025 12:09
Email Print 537
ຂປລ ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ 22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.



ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ
22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຕ່າງໜ້າຄະນະພັກ-ຄະນະອຳນວຍການໂຮງຮຽນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາ​ຍັງທີມງານສາຍນ້ຳໃຈ ທີ່ໄດ້ຊ່ວຍອຸປະຖຳໃນຄັ້ງນີ້, ອວຍພອນໄຊ ອັນປະເສີດມາຍັງ ທີມງານສາຍນ້ຳໃຈ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ ກໍຄື ພະລາກິດທີ່ກຳລັງດຳເນີນ, ສືບຕໍ່ອູ້ມຊູຊ່ວຍເຫລືອ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ​ໄປເລື້ອຍໆ. ພ້ອມນີ້, ໄດ້ມອບໃບກຽດຕິຄຸນໃຫ້ ທີມງານສາຍນ້ຳໃຈຕື່ມອີກ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top