ຂປລ
ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ການເພີ່ມກຳແພງພາສີ ລົດນໍາເຂົ້າ ຂຶ້ນເປັນ 25% ແລະ ຈະມີຜົນບັງຄັບໃຊ້ ໃນວັນທີ 2 ເມສານີ້.
ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 19 ກຸມພາວ່າ: ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ການເພີ່ມກຳແພງພາສີ ລົດນໍາເຂົ້າ ຂຶ້ນເປັນ 25% ແລະ ຈະມີຜົນບັງຄັບໃຊ້ ໃນວັນທີ 2 ເມສານີ້. ຂະນະດຽວກັນ ຍັງກຽມຂຶ້ນພາສີ ຈາກຕ່າງປະເທດອີກດ້ວຍ ໃນອັດຕາ ຢ່າງໜ້ອຍ 25%.ປັດຈຸບັນປະມານ 50% ຂອງລົດທີ່ຈຳໜ່າຍ ໃນສ.ອາເມລິກາ ມາຈາກການປະກອບ ພາຍໃນປະເທດ, ຂະນະທີ່ ການນໍາເຂົ້າຊິ້ນສ່ວນ ສ່ວນໃຫຍ່ມາຈາກ ເມັກຊິກ ແລະ ການາດາ ສ່ວນທີ່ເຫລືອມາຈາກ ປະເທດຜູ້ຜະລິດຊິ້ນສ່ວນ ແລະ ສົ່ງອອກລົດລາຍໃຫຍ່ ຂອງໂລກເຊັ່ນ: ຍີ່ປຸ່ນ, ສ.ເກົາຫລີ ແລະ ເຢຍລະມັນ./.
KPL