ຂປລ
ປະທານປະເທດ ສປຈີນ ແລະ ປະທານຄະນະກຳມະທິການ ການທະຫານ ສ່ວນກາງ ເຂົ້າຮ່ວມກອງປະຊຸມ ສຳມະນາກ່ຽວກັບ ຜູ້ປະກອບການ ເອກະຊົນ ຊຶ່ງກ່າວສູນທອນພົດ ສຳຄັນຫລັງຮັບຟັງ ຄວາມຄິດເຫັນຈາກ ກຸ່ມຕົວແທນ ຂອງຜູ້ປະກອບການ ເອກະຊົນ.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ທ່ານ ສີຈີ້ນຜິງ, ປະທານປະເທດ ສປຈີນ ແລະ ປະທານຄະນະກຳມະທິການ ການທະຫານ ສ່ວນກາງ ເຂົ້າຮ່ວມກອງປະຊຸມ ສຳມະນາກ່ຽວກັບ ຜູ້ປະກອບການ ເອກະຊົນ ຊຶ່ງກ່າວສູນທອນພົດ ສຳຄັນຫລັງຮັບຟັງ ຄວາມຄິດເຫັນຈາກ ກຸ່ມຕົວແທນ ຂອງຜູ້ປະກອບການ ເອກະຊົນ.
ຈາກນັ້ນ ທ່ານ ສີ ຈີ້ນຜິງກ່າວເນັ້ນວ່າ: ພາກສ່ວນເອກະຊົນ ມີອະນາຄົດທີ່ສົດໄສ ແລະ ມີຂີດຄວາມສາມາດ ຢ່າງຫລວງຫລາຍ ກັບການເດີນທາງຄັ້ງໃໝ່ ໃນຍຸກສະໄໝໃໝ່, ຂະນະນີ້ ຄືໄລຍະເວລາທີ່ດີ ທີ່ບໍລິສັດ ແລະ ຜູ້ປະກອບການ ພາກເອກະຊົນ ຈະໄດ້ໃຊ້ປະໂຫຍດ ຈາກຂີດຄວາມສາມາດ ຂອງຕົນຢ່າງເຕັມທີ່ ພ້ອມທັງຮຽກຮ້ອງ ໃຫ້ມີການບັນລຸ ການຕົກລົງເຫັນດີ ແລະ ເສີມສ້າງຄວາມເຊື່ອໝັ້ນ ເພື່ອສົ່ງເສີມ ການພັດທະນາ ທີ່ເຂັ້ມແຂງ ແລະ ມີຄຸນນະ ພາບ ສູງຂອງພາກສ່ວນເອກະຊົນ./.
KPL