ຂປລ
ລັດຖະບານ ຍີ່ປຸ່ນ ກຳນົດເປົ້າໝາຍ ດ້ານສະພາບອາກາດອັນໃໝ່ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະຫລຸດການປ່ອຍແກັສເຮືອນແກ້ວ 60% ຈາກລະດັບໃນປີ 2013 ພາຍໃນ 10 ປີ ຕໍ່ໜ້າ.
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ໂຕກຽວປະເທດ ຍີ່ປຸ່ນ ເມື່ອວັນທີ 18 ກຸມພາວ່າ: ລັດຖະບານ ຍີ່ປຸ່ນ ກຳນົດເປົ້າໝາຍ ດ້ານສະພາບອາກາດອັນໃໝ່ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະຫລຸດການປ່ອຍແກັສເຮືອນແກ້ວ 60% ຈາກລະດັບໃນປີ 2013 ພາຍໃນ 10 ປີ ຕໍ່ໜ້າ.
ກະຊວງ ສິ່ງແວດລ້ອມ ຍີ່ປຸ່ນລະບຸເຖິງ ເປົ້າໝາຍທີ່ຈະຫລຸດ ການປ່ອຍແກັສ ເຮືອນແກ້ວ 60% ພາຍໃນປີ ງົບປະມານ 2035 ຊຶ່ງຈະເລີ່ມຕົ້ນ ໃນເດືອນ ເມສານີ້, ລວມເຖິງຫລຸດ ການປ່ອຍມົນລະພິດ 73% ພາຍໃນປີງົບປະມານ 2040 ຕາມສ່ວນໜຶ່ງ ຂອງແຜນການ ມີສ່ວນຮ່ວມ ທີ່ປະເທດກຳນົດ (ເອັນດີຊີ) ສະບັບໃໝ່ ພາຍໃຕ້ຂໍ້ຕົກລົງ ປາຣີສ ສະບັບປີ 2013.
ໃນຂະນະທີ່ ກ່ອນໜ້ານີ້ ຖານຂໍ້ມູນຂອງ ສະຫະປະຊາຊາດ (ຢູເອັນ) ຊຶ່ງຕິດຕາມ ການສົ່ງແຜນສະພາບອາກາດໃໝ່ ເປີດເຜີຍໃຫ້ເຫັນວ່າ ມີພຽງ 10 ປະເທດ ຈາກເກືອບ 200 ປະເທດ ທີ່ສົ່ງແຜນງານ ໄດ້ທັນເວລາ ເມື່ອວັນທີ 10 ກຸມພາທີ່ຜ່ານມາ./.
KPL