ດື່ມເຫລົ້າເຖື່ອນໃນ ຕວັກກີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 124 ຄົນ

19/02/2025 13:23
Email Print 202
ຂປລ ໃນໄລຍະ 6 ອາທິດຜ່ານມາ ມີຜູ້ເສຍຊີວິດ ຢ່າງໜ້ອຍ 124 ຄົນ ໃນນະຄອນຫລວງ ອັງກາລາ ແລະ ເມືອງອີສຕັນບູລ ຈາກການດື່ມເຄື່ອງດື່ມແອລກໍຮໍ ທີ່ປົນເປື້ອນລວມທັງ ມີຜູ້ເຈັບອາການໜັກ ຫລາຍສິບຄົນເຂົ້າປິ່ນປົວ ຢູ່ໂຮງໝໍ.

ຂປລ.ສຳນັກຂ່າວອານາໂດລູ ຂອງລັດຖະບານ ຕວັກກີ  ເມື່ອວັນທີ 18 ກຸມພາວ່າ: ​ໃນໄລຍະ 6 ອາທິດຜ່ານມາ ມີຜູ້ເສຍຊີວິດຢ່າງໜ້ອຍ 124 ຄົນໃນນະຄອນຫລວງ ອັງກາລາແລະເມືອງອີສຕັນບູລ ຈາກການດື່ມເຄື່ອງດື່ມແອລກໍຮໍທີ່ປົນເປື້ອນລວມທັງມີຜູ້​​ເຈັບອາການໜັກຫລາຍສິບຄົນເຂົ້າປິ່ນປົວ ຢູ່ໂຮງໝໍ. ​ເພາະພາວະເປັນພິດຈາກການດື່ມເຫລົ້າທີ່ຜະສົມສານອື່ນໆ ທີ່ເກີດຂຶ້ນຫລາຍຄັ້ງໃນຕວັກກີເນື່ອງຈາກປະເທດທີ່ ມີການລັກລອບຜະລິດເຫລົ້າເຖື່ອນຢ່າງແພ່ຫລາຍແລະເຄື່ອງດື່ມດັ່ງກ່າວນີ້ ມັກປົນເປື້ອນເມທານໍລ ຊຶ່ງເປັນສານພິດທີ່ເຮັດໃຫ້ ຜູ້ບໍລິໂພກຕາບອດເປັນພະຍາດຕັບແລະເສຍຊີວິດໄດ້. ໃນຂະນະທີ່ເຈົ້າໜ້າທີ່ໄອຍາການສູງສຸດໃນນະຄອນຫລວງ ອັງເກລາ ຈັບກຸມຜູ້ຕ້ອງສົງໄສ​ 25 ຄົນທີ່ກ່ຽວຂ້ອງກັບການຜະລິດແລະ ຈຳໜ່າຍເຫລົ້າປອມ ດັ່ງກ່າວ./.

KPL

ຂ່າວອື່ນໆ

ads
ads

Top