ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

17/02/2025 13:53
Email Print 550
ຂປລ ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ  ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

          ໂອກາດນີ້, ທ່ານ ໄລທອງ ພົມມະວົງ ໄດ້ລາຍງານຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການດັ່ງກ່າວວ່າ: ໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ເລີີ່ມມີການສຶກສາຄວາມເປັນໄປໄດ້, ສໍາຫ]ວດ, ອອກແບບ ແຕ່ປີ 2014 ແລະ ໄດ້ອອກແບບລະອຽດສໍາເລັດ ໃນປີ 2016 ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກອົງການ NEDAປະ ເທດໄທ, ແຕ່ຍ້ອນມີການສະເໜີໃຫ້ມີ ການປັບປຸງຮູບແບບ ຂອງເສົາຄຶງສາຍກາບກາງນໍ້າເປັນ 3 ໄລຍະ ຄື: ຮູບແຄນຄູ່, ຮູບດອກຈັນ ແລະ ກັບມາເປັນຮູບແຄນອີກເທື່ອໜຶ່ງ ແລະ ໄດ້ຖືກຮອງຮັບຈາກລັດຖະບານ 2 ຝ່າຍໃນປີ 2018, ໂຄງການດັັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນ ຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1.380 ລ້ານກວ່າບາດ, ການກໍ່ສ້າງໂຄງການ ຕາມສັນຍາທີ 1 (Package 2B) ມີການກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຫົວຂົວ, ຕາມແຜນການ ຮອດທ້າຍເດືອນມັງກອນ 2025 ຈະປະຕິບັດໃຫ້ສໍາເລັດ 97,52%, ແຕ່ການປະຕິບັດໄດ້ຕົວຈິງ ເຮັດໄດ້ພຽງ 95,76% ໂດຍອີງຕາມ ແຜນດັດແກ້ໃໝ່ ທີ່ໄດ້ສະເໜີຂໍຕໍ່ສັນຍາຮອດວັນທີ 31 ມີນາ 2025 ໃຫ້ສໍາເລັດວຽກທີ່ໄດ້ສັນຍານໍາກັນ, ສ່ວນວຽກອື່ນໆແມ່ນຈະໄດ້ກວດກາຄືນ ເພື່ອສືບຕໍ່ເຮັດສັນຍາ ແລະ ປະຕິບັດໃຫ້ສໍາເລັດ ໃນລາຍລະອຽດຂອງວຽກຕ່າງໆທີ່ຍັງຄ້າງ, ຄາດວ່າຈະໄດ້ເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 19 ທັນວາ 2025

          ​ໂອກາດ​ນີ້, ທ່ານ ຄຳພັນ ພົມມະທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ໂຄງການ ແລະ ຄະນະພັກ, ຄະນະນຳແຂວງ ບໍລິຄຳໄຊ ທີ່ສາມາດຈັດຕັ້ງປະຕິບັດຕາມແຜນ. ພ້ອມນີ້, ທ່ານກໍໄດ້ເຈາະຈີ້ມຕື່ມບາງບັນຫາ ເປັນຕົ້ນ ແມ່ນການຈັດສັນການ ບໍລິການຍົກຍໍ ຄ່ຽນຖ່າຍສິນຄ້າ​, ຄວາມອາດສາມາດໃນການຂົນສົ່ງສິນຄ້າ ກໍຄື ໂດຍສານ ​ແລະ ອື່ນໆ.

          ຈາກນັ້ນ, ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນ ແລະ ທ່ານ  ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ ກໍໄດ້ຜັດປ່ຽນກັນລາຍງານຕື່ມ ຕໍ່ກັບຄຳຖາມເຈາະຈີ້ມ ແລະ ໄດ້ພ້ອມກັນລົງເບິ່ງເຂດ ກໍ່ສ້າງຕົວຈິງ ຕື່ມ​ອີກ.
KPL

ຂ່າວອື່ນໆ

ads
ads

Top