ສອງຫ້ອງວ່າການສູນກາງພັກ ລາວ- ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍ

11/12/2024 09:56
Email Print 1343
ຂປລ ຂປລ. ພິທີພົບປະສອງຝ່າຍ ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ຈັດຂຶ້ນໃນວັນທີ 10 ທັນວາ 2024 ນີ້




ຂປລ. ພິທີພົບປະສອງຝ່າຍ ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ຈັດຂຶ້ນໃນວັນທີ
10 ທັນວາ 2024 ນີ້, ຄະນະຝ່າຍລາວ ນຳໂດຍ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງ ພັກປະຊາຊົນ ປະຕິວັດລາວ ພ້ອມຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຢິວ ຫງັອກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.




ການພົບປະໃນຄັ້ງນີ້
, ສອງຝ່າຍໄດ້ພ້ອມກັນທົບທວນຄືນ ຂໍ້ຕົກລົງຮ່ວມມື ໃນໄລຍະ 2021-2025, ພ້ອມທັງແຈ້ງ ສະພາບລວມວຽກງານຂອງຕົນ ແລະ ຕີລາຄາການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມືລະຫວ່າງ ສອງຫ້ອງວ່າການສູນກາງພັກ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປຶກສາຫາລື ການສືບຕໍ່ຮຽບຮຽງ ປຶ້ມມູນເຊື້ອ ການພົວພັນຮ່ວມມື ລະຫວ່າງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ແລະ ໄດ້ຮ່ວມກັນແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບ ວຽກງານການເປັນເສນາທິການ ໃຫ້ແກ່ຄະນະ ບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ.




ໃນໂອກາດດຽວກັນ
, ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ຍັງໄດ້ຮ່ວມພິທີມອບຮັບ ປື້ມກິດຈະກຳ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຂອງສອງ ຫ້ອງວ່າການສູນກາງພັກ. ພ້ອມທັງ ໄດ້ປະດັບຫລຽນໄຊ, ຫລຽນກາ ແລະ ໃບຍ້ອງຍໍ ໃຫ້ບັນດາກົມກອງ, ພະນັກງານຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຜູ້ທີ່ມີຜົນງານ, ຄຸນງາມ ຄວາມດີ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ໃນໄລຍະຜ່ານມາ. ໃນນັ້ນ, ໄດ້ປະດັບຫລຽນໄຊມິດຕະພາບ ໃຫ້ກົມກອງ ລວມໝູ່ ທັງໝົດ 4 ກົມ ຄື: ກົມບໍລິຫານ, ກົມຄົ້ນຄວ້າ-ສັງລວມ, ກົມເລຂານຸການ-ການນໍາ ແລະ ກົມຂໍ້ມູນ ຂ່າວສານ-ສຳເນົາເອກະສານຂອງພັກ. ພ້ອມນີ້, ຍັງໄດ້ປະດັບຫລຽນໃຫ້ບຸກຄົນ ຄື: ປະດັບຫລຽນໄຊເອກະລາດຊັ້ນ III ໃຫ້ 3 ທ່ານ, ຫລຽນໄຊມິດຕະພາບ 3 ທ່ານ, ຫລຽນກາມິດຕະພາບ 8 ທ່ານ ແລະ ມອບໃບຍ້ອງຍໍ ຂອງຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ໃຫ້ 7 ທ່ານ.




ພາບ: ທະນູ​ທອງ

KPL

ຂ່າວອື່ນໆ

    • ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IXການເມືອງ

      ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

      7/8/2025 2:54:13 PM

      ຂປລ. ກອງປະຊຸມ ຄົບຄະນະບໍລິຫານງານ ແຂວງສະຫວັນນະເຂດ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກໍລະກົດ 2025 ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

ads
ads

Top