ຊາວພຸດຮ່ວມໃສ່ບາດຖະຫວາຍສັງຄະທານ ບຸນຫໍ່ເຂົ້າປະດັບດິນ

02/09/2024 14:23
Email Print 2146
ຂປລ ຂປລ. ໃນວັນທີ 2 ກັນຍາ 2024 ເປັນມື້ບຸນຫໍ່ເຂົ້າປະດັບດິນ ພຸດທະສາສະນິກະຊົນ ໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ບັນດາວັດວາອາຮາມ ໃນຂອບເຂດທົ່ວປະເທດ ເຊິ່ງບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບ ສອງຄອງສິບສີ່ ໂດຍເຮັດບຸນເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກໍານາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ.



ຂປລ. ໃນວັນທີ
2 ກັນຍາ  2024  ເປັນມື້ບຸນຫໍ່ເຂົ້າປະດັບດິນ ພຸດທະສາສະນິກະຊົນ ໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ບັນດາວັດວາອາຮາມ ໃນຂອບເຂດທົ່ວປະເທດ ເຊິ່ງບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບ ສອງຄອງສິບສີ່ ໂດຍເຮັດບຸນເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກໍານາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ.

​         

ໃນ​ໂອກາດ​ນີ້,
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ການນໍາຂອງແຂວງ, ນະຄອນ ກໍໄດ້ຮ່ວມໃສ່ບາດຢູ່ຕໍ່ໜ້າວັດແສນສຸຂະຣາມ ນະຄອນຫວງພະບາງ ເຊິ່ງມີພຸດສາສະນິກກະຊົນທັງພາຍໃນ ແລະ ແຂກຕ່າງປະເທດ ທີ່ມີຈິດໃຈເຫລື້ອມ ໃສສັດທາທາງພຸດທະສາສະໜາ ໄດ້ພ້ອມກັນຫ້າງຫາກະກຽມເຂົ້າໜ້ຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດ​ໄຈ ມາໃສ່ບາດຢູ່ຕາມວັດວາອາຣາມ ແລະ ເສັ້ນທາງຕ່າງໆ ພາຍໃນຕົວເມືອງ ນະຄອນຫລວງພະບາງ ຕາມວັດທະນະທຳ-ຮິດຄອງປະເພນີ ຂອງຊາວຫລວງພະບາງ ທີ່ໄດ້ສຶບທອດກັນມາແຕ່ບູຮານນະການ. ທັງເປັນການສົ່ງເສີມກິດຈະກໍາການທ່ອງທ່ຽວ ທີ່ຕິດພັນກັບການອານຸລັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກລັກສະເພາະ ຂອງຊາວຫລວງພະບາງທີ່ມີມາແຕ່ດົນນານ.



ບຸນຫໍ່ເຂົ້າປະດັບດິນ ​ແມ່ນ​ຈັດ​ຂຶ້ນໃນມື້ແຮມ
14 ຄໍ່າ ເດືອນ 9 ລາວ ຂອງ​ທຸກໆ​ປີ ​ເຊິ່ງປີ​ນີ້, ປີພະພຸດທະ​ສັງກາດ 2567 ແມ່ນ​ກົງ​ກັບ​ວັນ​ທີ 2 ກັນຍາ 2024 ເປັນ​ມື້​ເຮັດບຸນຫໍ່ເຂົ້າປະດັບດິນ, ວິທີ​ຫໍ່​ເຂົ້າປະດັບດິນ​ນັ້ນ ຄວນຫໍ່ໃສ່ໃບຕອງກ້ວຍ, ໃບບົວ ຫລື ໃບໄມ້ປະເພດຕ່າງໆ ບໍ່ຄວນ​ເຮັດໃສ່ກ່ອງໂຟມ ຫລື ຖົງຢາງ, ໃນຫໍ່ເຂົ້າປະດັບ​ດິນນັ້ນປະກອບມີ ​ເຂົ້າຕົ້ມ, ​ເຂົ້າໜົມ, ເຂົ້າສຸກ, ຊີ້ນແຫ້ງ, ປາຕາຍ, ອາຫານ​ຫວານຄາວ, ໝາກໄມ້ປະເພດຕ່າງໆທີ່​ຊື້​ມາຕາມ​ຕະຫລາດ ຫລື ໝາກ​ໄມ້​ປ່າ, ຫລັງ​ຈາກ​ທີ່​ຫໍ່​ຮຽບຮ້ອຍ​ແລ້ວ ນໍາເອົາໄປບູຊາຕອນເຊົ້າກ່ອນຕາເວັນຂຶ້ນ ຂອງມື້ແຮມ 14 ຄໍ່າ ເດືອນ 9 ຫລື ເດືອນ 9 ດັບ ​ໃຫ້ຖືເອົາເວລາປະມານ 4:00-5:00 ​ໂມງ​ເຊົ້າ ໂດຍບໍ່ຕ້ອງເຄນໃຫ້ພະສົງ ເອົາໄປຢາຍບູຊາປະດັບ​ໄວ້ ​ໃນສະຖານທີ່ບູຊາ, ໜ້າ​ເຮືອນຕົນເອງ, ຕາມກຳແພງວັດ, ຕາມທາດ​ເຈດີ, ຕາມຫົວໄຮ່ປາຍນາ, ຕາມ​ດິນ​ດອນຕ່ອນຫຍ້າ, ​ເຫງົ້າ​ໄມ້ ວາງລົງກັບພື້ນດິນ​ໂລດ ​ແລ້ວໄຕ້ທູບທຽນບູຊາ ຢາດນໍ້າ ຫລື ບໍ່ຢາດນໍ້າ ເວົ້າເອົາກະໄດ້ວ່າ: ຂ້າພະເຈົ້າຊື່…. ໄດ້ແຈກຢາຍຫໍ່ເຂົ້າປະດັບດິນ ບູຊາແຜ່ນດິນ ພະແມ່ທໍລະ ນີ, ຍາດພີ່ນ້ອງຊື່…. ຕະຫລອດເຖິງຜີ​ເຜດ, ຜີທີ່ມີຍາດ ແລະ ບໍ່ມີຍາດ ກໍ​ດີ ຂໍໃຫ້ມາຮັບ​ເອົາ​ຫໍ່​ເຂົ້າປະດັບດິນ​ນີ້ ​ໃຫ້ໄດ້ຢູ່ໄດ້ກິນ ແລ້ວໃຫ້ໄປເກີດທີ່ດີເຖິງ ສຸກພຸ້ນເທີ້ນ ສາທຸ ຖື​ວ່າຈົບພິທີ, ​ເວລາ​ຟ້າແຈ້ງ ເວລາ 07:00 ໂມງ ຈຶ່ງ​ໄປ​ເວນພາເຂົ້າ, ຖວາຍພາເຂົ້າທິບ, ອາຫານຫວານຄາວ ແລະ ຕັກບາດຢາດນໍ້າອຸທິດ​ສ່ວນ​ບຸນ​ກຸສົນ ​ໄປຫາບັນພະບຸລຸດ ຢູ່​ໃນ​ວັດຕາມປະເພນີ ທີ່​ເຮັດ​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ. ສ່ວນ​ກິດຈະ​ກໍາ​ອື່ນໆ ​ໃນ​ບຸນ​ຫໍ່​ເຂົ້າປະດັບດິນ​ມີ ​ໄຫວ້​ພະສູດ​ມົນ, ຟັງ​ເທດ​ສະໜາ, ລົງ​ອຸ​ໂປ​ສົດ​ສັງຄະ​ກັມ, ຈໍາ​ສິນ​ແປດ, ວຽນທຽນ ​ແລະ ປະ​ເພນີ​ບຸນຊ່ວງ​ເຮືອ​ແຂວງ​ຫລວງ​ພະ​ບາງ.



ສະຫລຸບ​ລວມແລ້ວ, ​ຄວາມ​ເຊື່ອ ​ແລະ ສັດທາ​​ໃນການ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ ມີ​ມາ​ແຕ່​ອະດີດ ​ຈົນເຖິງ​ປັດຈຸບັນ ບໍ່​ມີ​ວັນ​ຈະ​ເສື່ອ​ມຄາຍ​ລົງ ​ເພາະ​ມີ​ຄວາມ​ເຊື່ອ​ວ່າ ການ​ເຮັດບຸນ​ໃນວັນ​ດັ່ງກ່າວ​ນັ້ນ ​ເປັນ​ການອຸທິດສ່ວນບຸນກຸສົນໄປຫາເຜດ ຫລື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ​ໂດຍ​ເຊື່ອ​ກັນ​ວ່າ​ເປັນ​ວັນ​ທີ່​ຈ່າ​ຍົມພິບານ ​ເປີດ​ປະຕູ​ນະຣົກ ​ໃຫ້​ແກ່​ພວກຜີ
, ພວກ​ເຜດ ທັງຫລາຍ ຂຶ້ນ​ມາ​ຊອກ​ຫາ​ອາຫານ​ກິນ​ໃນ​ມື້​ນັ້ນ, ​ເພາະ​ອີກ​ຄວາມ​ເຊື່ອ​ໜຶ່ງ ​ເຊື່ອ​ກັນວ່າການ​ເຮັດບຸນຫໍ່ເຂົ້າປະດັບດິນ ​ເປັນ​ຮີດຄອງ​ທີ່​ມີ​ມາ​ກ່ອນ ​ສາສະໜາ​ພຸດ ​ເປັນ​ຮີດຄອງ​ສືບ​ເນື່ອງ​ມາ​ຈາກ ລັດທິ​ຖື​ຜີ ມີ​ຈຸດປະສົງ ​ເພື່ອ​ກິນ​ທານ​ຫາ​ບັນພະບຸລຸດ​ຜູ້​ລ່ວງ​ລັບ​ໄປ​ແລ້ວ ​ໂດຍ​ມີ​ການຮ້ອງເຊີນເອົາດວງວິນຍານຍາດພີ່ນ້ອງ ມາຮັບເອົາຕາມ​ຄວາມ​ເຊື່ອ​ຖື ​ເມື່ອ​ມີ​ສາສະໜາ​ພຸດ​ເຂົ້າ​ມາ​ໃນ​ອານາຈັກ​ລ້ານ​ຊ້າງ ຈຶ່ງ​​ໄດ້​ມີ​ການ​ປັບ​ເຂົ້າ​ຫາ​ກັນ ແລະ ຈຶ່ງ​ເກີດ​ມີ​ພິທີ​ກໍາ​ພິທີ ການໄຫວ້​ພະ ສະ​ມະ​ທານ​ສິນ ຕັກບາດ ຖວາຍພັດຕະຫານ, ຟັງທໍາມະເທດສະໜາ, ວຽນທຽນ ແລະ ກິດຈະ​ກໍາອື່ນໆ ສືບ​ເນື່ອງ​ມາ​ຈົນເຖິງປັດຈຸບັນ ​ແລະ ຍັງ​ຄົງ​ຄວາມ​ເຊື່ອ​ນີ້​ໄວ້ຢ່າງຍືນ​ຍົງ​ຕໍ່​ໄປອີກ.



ຂ່າວ: ກິດຕາ

ພາບ: ​ແຂວງ​ຫລວງ​ພະ​ບາງ+ເກດສະໜາ

KPL

ຂ່າວອື່ນໆ

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top