ພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີ ຫາລືການແກ້ໄຂສິ່ງທ້າທາຍຕ່າງໆ ຂອງ SMEs

20/08/2024 15:25
Email Print 2891
ຂປລ ຂປລ. ໃນວັນທີ 20 ສິງຫາ 2024, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີພົບປະ ພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ການສ້າງຄວາມອາດສາມາດ ຂອງບັນດາຫົວໜ່ວຍ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມການເຊື່ອມໂຍງ ໃນພາກພື້ນແມ່ນ້ຳຂອງ (Capacity Building of SMEs to Enhance Connectivity in the Mekong Region)




ຂປລ. ໃນວັນທີ
20 ສິງຫາ 2024, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ  ສ ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີພົບປະ ພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ ການສ້າງຄວາມອາດສາມາດ ຂອງບັນດາຫົວໜ່ວຍ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມການເຊື່ອມໂຍງ ໃນພາກພື້ນແມ່ນ້ຳຂອງ (Capacity Building of SMEs to Enhance Connectivity in the Mekong Region) ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈຸງ ບຽງ ວອນ (Chung Byung-won) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ເກົາຫລີ ພ້ອມ​ດ້ວຍບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກເອກະຊົນ ຈາກປະເທດສະມາຊິກແມ່ນໍ້າຂອງ (ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ສ ເກົາຫລີ.





ກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີ ຄັ້ງນີ້ ເພື່ອເປີດໂອກາດໃຫ້ພາກລັດ ແລະ ພາກເອກະຊົນ ຂອງບັນດາປະເທດແມ່ນໍ້າຂອງ-ສ ເກົາຫລີ ໄດ້ພົບປະປຶກສາຫາລື
, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອພັດທະນາຄວາມອາດສາມາດ ຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ກໍຄືພາກທຸລະກິດ ຈາກປະເທດສະມາຊິກແມ່ນ້ຳຂອງ ໃນການຂະຫຍາຍດ້ານການຕະຫລາດ, ການເຊື່ອມໂຍງທາງດ້ານການຄ້າ ແລະ ສ້າງເຄື່ອຂ່າຍ ລະຫວ່າງພາກທຸລະກິດ ໃນພາກພື້ນ ແມ່ນໍ້າຂອງ ກັບ ສ ເກົາຫລີ. ກອງປະຊຸມຄັ້ງນີ້ ໄດ້ແບ່ງວາລະປຶກສາຫາລືອອກເປັນ 2 ຫົວຂໍ້ສຳຄັນຄື: ສະພາບການດຳເນີນທຸລະກິດໃນປັດຈຸບັນ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນພາກພື້ນແມ່ນໍ້າຂອງ-ສ ເກົາຫລີ ແລະ ທິດທາງໃນການເພີ່ມທະວີ ການເຊື່ອມຈອດ; ສົ່ງເສີມຄວາມ ອາດສາມາດ ຂອງ SMEs ໂດຍຜ່ານກົນໄກການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ. ພ້ອມ​ນີ້, ກໍເພື່ອ​ເປັນ​ການເປີດໂອກາດ ໃຫ້ບັນດາພາກທຸລະກິດ ຈາກປະເທດສະມາຊິກແມ່ນ້ຳຂອງ ແລະ ສ ເກົາຫລີ ໄດ້ຮ່ວມກັນຊອກຫາຊ່ອງທາງຮ່ວມທຸລະກິດ ໂດຍສະເພາະ ດ້ານການນຳເຂົ້າ ແລະ ສົ່ງອອກສິນຄ້າ ກໍຄື ການຂະຫຍາຍຕະຫລາດໃນພາກພື້ນ.




ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ສ້າງຕັ້ງຂຶ້ນໃນປີ
2011 ໂດຍມີເປົ້າໝາຍເພື່ອຮັດແໜ້ນການຮ່ວມມື ໃນການພັດທະນາ ດ້ານເສດຖະກິດ-ສັງຄົມ ລະຫວ່າງ ພາກພື້ນແມ່ນໍ້າຂອງ ແລະ ສ ເກົາຫລີ ແນໃສ່ການຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຫລຸດຜ່ອນຄວາມແຕກໂຕນກັນ ທາງດ້ານການພັດທະນາ ລະຫວ່າງບັນດາປະເທດແມ່ນໍ້າຂອງ ເພື່ອປະກອບສ່ວນເຂົ້າໃນ ການສ້າງປະຊາຄົມອາຊຽນ ບົນພື້ນຖານ 3 ເສົ້າຄໍ້າ (ເພື່ອປະຊາຊົນ,  ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເພື່ອຄວາມສະຫງົບສຸກ) ແລະ 7 ຂົງເຂດບຸລິມະສິດ (ວັດທະນະທໍາ ແລະ ການທ່ອງທ່ຽວ;  ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ ແລະ ສິ່ງທ້າທາຍແບບໃໝ່).

ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ
KPL

ຂ່າວອື່ນໆ

ads
ads

Top